ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ ພອມພຽວ ມ້ວນທ້າຍ ການເດີນທາງ ຢ້ຽມຢາມ ເອເຊຍ ຕາເວັນອອກສຽງໃຕ້


ປະທານາທິບໍດີ ອິນໂດເນເຊຍ ທ່ານ ໂຈໂກ ວິໂດໂດ, ຂວາ, ຈັບມືກັບລັດຖະມົນຕີການຕ່າງປະເທດ ສະຫະລັດ ທ່ານ ໄມຄ໌ ພອມພຽວ ກ່ອນການປະຊຸມຂອງພວກເພິ່ນທີ່ທຳນຽບ
ປະທານາທິບໍດີໃນນະຄອນຫຼວງ ຈາກາຕາ, ອິນໂດເນເຊຍ. 5 ສິງຫາ, 2018.
ປະທານາທິບໍດີ ອິນໂດເນເຊຍ ທ່ານ ໂຈໂກ ວິໂດໂດ, ຂວາ, ຈັບມືກັບລັດຖະມົນຕີການຕ່າງປະເທດ ສະຫະລັດ ທ່ານ ໄມຄ໌ ພອມພຽວ ກ່ອນການປະຊຸມຂອງພວກເພິ່ນທີ່ທຳນຽບ ປະທານາທິບໍດີໃນນະຄອນຫຼວງ ຈາກາຕາ, ອິນໂດເນເຊຍ. 5 ສິງຫາ, 2018.

ລັດຖະມົນຕີການຕ່າງປະເທດ ສະຫະລັດ ທ່ານ ໄມຄ໌ ພອມພຽວ ໄດ້ມ້ວນທ້າຍການ
ເດີນທາງຢ້ຽມຢາມພາກພື້ນ ເອເຊຍຕາເວັນອອກ ສຽງໃຕ້ຂອງທ່ານ.

ກ່ອນການເດີນທາງອອກຈາກພາກພື້ນດັ່ງກ່າວ ໃນວັນອາທິດມື້ນີ້, ທ່ານ ໄດ້ພົບປະ
ກັບປະທານາທິບໍດີ ອິນໂດເນເຊຍ ທ່ານ ໂຈໂກ ວິໂດໂດ, ແລະ ໄດ້ບອກເພິ່ນວ່າ
ສະຫະລັດ ເຄົາລົບນັບຖືສາຍພົວພັນຂອງເຂົາເຈົ້າກັບ ອິນໂດເນເຊຍ, ເຊິ່ງແມ່ນນຶ່ງ
ໃນບັນດາປະເທດທີ່ມີປະຊາທິ ປະໄຕ ທີ່ໃຫຍ່ທີ່ສຸດຂອງໂລກ.

ໃນວັນເສົາວານນີ້, ທູດລະດັບສູງສະຫະລັດທ່ານນີ້ ໄດ້ພົບປະກັບຄູ່ຕຳແໜ່ງ ຂອງທ່ານ
ຈາກ ອິນໂດເນເຊຍ, ທ່ານ ເຣັດໂນ ມາຊູດີ. ລັດຖະມົນຕີ ທັງສອງທ່ານໄດ້ປຶກສາຫາລື
ກັນ ກ່ຽວກັບ ການຮ່ວມມືສອງຝ່າຍ ແລະ ການພົວພັນຫຼາຍຝ່າຍ ກ່ຽວກັບ ສິ່ງທ້າທາຍ
ດ້ານຄວາມປອດໄພຕ່າງໆ ໃນພາກພື້ນ, ລວມທັງ ເກົາຫຼີເໜືອ ແລະ ການປາບປາມລັດ
ທິກໍ່ການຮ້າຍ, ພ້ອມດ້ວຍນະໂຍບາຍການຕ່າງປະເທດອື່ນໆ ກ່ຽວກັບ ຜົນປະໂຫຍດ
ຮ່ວມກັນ.

ທ່ານ ພອມພຽວ ໄດ້ເດີນທາງຮອດນະຄອນຫຼວງ ຈາກາຕາ ຈາກປະເທດ ສິງກະໂປ ໃນ
ວັນເສົາວານນີ້, ບ່ອນທີ່ທ່ານໄດ້ມີຂໍ້ຄວາມຫຼາຍ ຢ່າງ ກ່ຽວກັບ ສາຍພົວພັນລະຫວ່າງ
ສະຫະລັດ ກັບ ເກົາຫຼີເໜືອ ທ່າມກາງການເຈລະຈາເລື່ອງການປົດອາວຸດນິວເຄລຍ.
ຢູ່ເທິງເຮືອບິນໃນລະຫວ່າງການເດີນທາງໄປ ຈາກາຕາ ນັ້ນ, ໂຄສົກ ກະຊວງການຕ່າງ
ປະເທດ ທ່ານນາງ ເຮເທີ ນາວເອີດ ໄດ້ກ່າວຕໍ່ບັນ ດານັກຂ່າວວ່າ ທ່ານ ພອມພຽວ ກັບ
ລັດຖະມົນຕີການຕ່າງປະເທດ ເກົາຫຼີເໜືອ ທ່ານ ນີ ຢອງ ຮູ ໄດ້ຍ່າງເຂົ້າໃກ້ກັນໃນລະ
ຫວ່າງ “ພິທີ ຖ່າຍຮູບຮ່ວມ” ແລະ ກໍໄດ້ຈັບມີກັນ.

ທ່ານ ພອມພຽວ ກ່າວວ່າ “ພວກເຮົາຄວນເຈລະຈາກກັນອີກ ໃນ ໄວໆນີ້,” ເຊິ່ງລັດຖະ
ມົນຕີການຕ່າງປະເທດ ເກົາຫຼີເໜືອ ທ່ານ ນີ ຢອງ ຮູ ໄດ້ຕອບວ່າ “ຂ້າພະເຈົ້າເຫັນດີ.”
ມັນມີການປຶກສາຫາລືທີ່ ເປັນໝາກຜົນຫຼາຍຢ່າງທີ່ຈະຕ້ອງໄດ້ລົມກັນ.”

ຫຼັງຈາກນັ້ນ, ເອກອັກຄະລັດຖະທູດ ສະຫະລັດ ປະຈຳປະເທດ ຟີລິບປິນ, ທ່ານ ຊຸງ ກິມ
ກໍໄດ້ມອບຈົດໝາຍຈາກປະທານາທິບໍດີ ດໍໂນລ ທຣຳ ໃຫ້ທ່ານ ນີ ເພື່ອສົ່ງຕໍ່ ໄປໃຫ້ຜູ້
ນຳ ເກົາຫຼີເໜືອ ທ່ານ ກິມຈົງ ອຶນ. ຫົວຂໍ້ຂອງຈົດໝາຍດັ່ງກ່າວນັ້ນແມ່ນບໍ່ໄດ້ຖືກເປີດ
ເຜີຍ.

ເຈົ້າໜ້າທີ່ອາວຸໂສຄົນນຶ່ງຂອງລັັດຖະບານ ສະຫະລັດ ໄດ້ກ່າວວ່າ ການລົມກັນເປັນເວ
ລາສັ້ນໆລະຫວ່າງທ່ານ ພອມພຽວ ແລະ ຄູ່ຕຳແໜ່ງຂອງທ່ານຈາກ ເກົາຫຼີເໜືອ ນັ້ນ ບໍ່
ແມ່ນເລື່ອງທີ່ຈະເຮັດໃຫ້ຕື່ນ. “ເລື່ອງແນວນີ້ແມ່ນຄາດວ່າຈະເກີດຂຶ້ນຢູ່ແລ້ວ. ການເຂົ້າ
ຫາກັນສ່ວນ ໃຫຍ່ແມ່ນເລື່ອງທີ່ເປັນແງ່ບວກ ແລະ ນັ້ນກໍແມ່ນການພັດທະນາ ຈາກອະ
ດີດ. ພວກເຮົາກຳລັງສ້າງສາຍພົວພັນກັບ ເກົາຫຼີເໜືອ ຫຼັງ ຈາກໄດ້ມີສາຍພົວພັນທີ່
ຫຍຸ້ງຍາກນຳກັນມາເປັນເວລາຫຼາຍປີ.”

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG