ລັດຖະມົນຕີ ກະຊວງການຕ່າງປະເທດ ສະຫະລັດ ທ່ານ ໄມຄ໌ ພອມພຽວ ເຕືອນບັນດາຜູ້ປົກຄອງລັດຂອງອາເມຣິກາທັງຫຼາຍ ຈາກທົ່ວປະເທດ ເຖິງຄວາມສ່ຽງໃນການເຮັດທຸລະກິດ ກັບຈີນ ໂດຍກ່າວວ່າ ການແຂ່ງຂັນກັບຈີນ ແມ່ນກຳລັງເກີດຂຶ້ນ ໃນລະດັບລັດຖະບານ ລະດັບລັດ ແລະລະດັບທ້ອງຖິ່ນ ແລະມັນຈະມີຜົນສະທ້ອນຕ່າງໆຕິດຕາມມາ ສຳລັບ ນະໂຍບາຍການຕ່າງປະເທດຂອງສະຫະລັດ ແລະຄວາມໝັ້ນຄົງແຫ່ງຊາດ.
ທ່ານພອມພຽວ ໄດ້ກ່າວຄຳປາໄສ ໃນວັນເສົາວານນີ້ ຕໍ່ກອງປະຊຸມ ສະມາຄົມບັນດາຜູ້ປົກຄອງແຫ່ງຊາດ ໃນນະຄອນຫຼວງ ວໍຊິງຕັນ ດີຊີ ໂດຍກ່າວຕໍ່ ບັນດາຜູ້ປົກຄອງທັງຫຼາຍວ່າ ທ່ານຮູ້ດີ ທີີ່ພວກເພິ່ນ ມີແນວໂນ້ມສູງ ທີ່ຈະມີພວກຊາວຈີນ ເຂົ້າມາພົວພັນນຳ ຜູ້ທີ່ຢາກຈະລົງທຶນໃນລັດຂອງພວກເພິ່ນ. ທ່ານໄດ້ກ່າວວ່າ ສາຍສຳພັນດ້ານເສດຖະກິດ ກັບຈີນ ສາມາດເປັນຜົນປະໂຫຍດຮ່ວມກັນ ຄືກັນກັບໃນຕອນຕົ້ນຂອງຂໍ້ຕົກລົງການຄ້າ ທີ່ປະທານາທິບໍດີ ດໍໂນລ ທຣຳ ໄດ້ລົງນາມກັບຈີນ ເມື່ອເດືອນແລ້ວນີ້.
ແຕ່ ທ່ານໄດ້ເຕືອນວ່າ ຈີນ ໄດ້ປະເມີນຍຸດທະສາດ ໃນຈຸດອ່ອນຕ່າງໆຂອງສະຫະລັດ ແລະ ສະແຫວງຫາທາງເອົາລັດເອົາປຽບຕໍ່ລະບົບການເປີດກວ້າງຂອງອາເມຣິກາ ເພື່ອທີ່ຕົນຈະໄດ້ປຽບກວ່າ ສະຫະລັດ ໃນທຸກລະດັບ.
ທ່ານພອມພຽວ ໄດ້ກ່າວຕໍ່ບັນດາຜູ້ປົກຄອງທັງຫຼາຍວ່າ ເມື່ອປີກາຍນີ້ ສະຖາບັນຄົ້ນຄວ້າຢູ່ໃນປັກກິ່ງ ທີ່ໄດ້ຮັບການສະໜັບສະໜຸນຈາກລັດຖະບານຈີນ ໄດ້ອອກບົດລາຍງານສະບັບນຶ່ງ ທີ່ປະເມີນຜູ້ປົກຄອງລັດຂອງອາເມຣິກາ ທັງໝົດ 50 ລັດ ກ່ຽວກັບວ່າ ພວກເຂົາເຈົ້າມີທັດສະນະຄະຕິແນວໃດຕໍ່ຈີນ.
ທ່ານໄດ້ກ່າວວ່າ “ພວກເຂົາເຈົ້າ ໄດ້ໝາຍແຕ່ລະຄົນວ່າ ທ່ານເປັນມິດ ເຄັ່ງຂັດຕໍ່ນະໂຍບາຍ ຫຼື ບໍ່ແຈ່ມແຈ້ງ. ຂ້າພະເຈົ້າ ຈະໃຫ້ທ່ານຕັດສິນວ່າ ບ່ອນໃດ ທ່ານຄຶດວ່າ ທ່ານຈູຢູ່ໃນຈຸດໃດ ບຸກຄົນໃດນຶ່ງ ໃນຈີນ ໄດ້ຕັດສິນໄປແລ້ວ.”
ທ່ານພອມພຽວ ໄດ້ກ່າວວ່າ ບົດລາຍງານ ອ້າງອີງ ເຖິງບັນດາຜູ້ປົກຄອງຫຼາຍໆຄົນ ຢູ່ໃນຫ້ອງປະຊຸມ ໂດຍການລະບຸຊື່ ແລະ ໄດ້ກ່າວຕໍ່ພວກເພິ່ນວ່າ ພັກຄອມມິວນິສຈີນ “ແມ່ນກຳລັງຫລອກລວງທ່ານ” ແລະທີມງານຢູ່ອ້ອມທ່ານ.