ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ລມຕ ພອມພຽວເຕືອນວ່າ ສາຍສຳພັນທີ່ ໃກ້ຊິດຂຶ້ນ ລະຫວ່າງ ຈີນກັບອີຣ່ານ ເປັນການເຮັດໃຫ້ປັກກິ່ງ ຕົກຢູ່ໃນພາວະລຳບາກ


ປະທານປະເທດຈີນ ສີ ຈິ້ນຜິງ (ກາງເບື້ອງຂວາ), ຈັບມືກັບປະທານາທິບໍດີ ຂອງອີຣ່ານ, ທ່ານຮາຊານ ຣູຮານີ, ຂະນະທີ່ ພວກເພິ່ນຢືນຖ່າຍຮູບໃນພິທີການເດີນທາງຢ້ຽມຢາມຢ່າງເປັນທາງການ, ຢູ່ຜາສາດ Saadabad ໃນນະຄອນຫຼວງເຕຫະຣ່ານ, ອີຣ່ານ, ວັນທີ 23 ມັງກອນ 2016.
ປະທານປະເທດຈີນ ສີ ຈິ້ນຜິງ (ກາງເບື້ອງຂວາ), ຈັບມືກັບປະທານາທິບໍດີ ຂອງອີຣ່ານ, ທ່ານຮາຊານ ຣູຮານີ, ຂະນະທີ່ ພວກເພິ່ນຢືນຖ່າຍຮູບໃນພິທີການເດີນທາງຢ້ຽມຢາມຢ່າງເປັນທາງການ, ຢູ່ຜາສາດ Saadabad ໃນນະຄອນຫຼວງເຕຫະຣ່ານ, ອີຣ່ານ, ວັນທີ 23 ມັງກອນ 2016.

ການເຕືອນຄັ້ງຫລ້າສຸດຂອງລັດຖະມົນຕີກະຊວງການຕ່າງປະເທດສະຫະລັັດ ທ່ານໄມຄ໌ ພອມພຽວ ທີ່ເວົ້າວ່າ ຈີນຈະເຮັດໃຫ້ເຂດຕາເວັນອອກກາງຂາດສະຖຽນລະພາບ ໂດຍການມີສາຍສຳພັນຢ່າງເລີກເຊິ່ງກັບອີຣ່ານ ທີ່ເປັນຄູ່ປໍລະປັກຂອງສະຫະລັດນັ້ນ ແມ່ນໄດ້ກໍ່ໃຫ້ເກີດມີຄຳຖາມຕ່າງໆ ກ່ຽວກັບວ່າ ປັກກິ່ງຈະສົ່ງເສີມ ຄູ່ພາຄີຂອງຕົນຄືເຕຫະຣ່ານ ຫຼາຍປານໃດ ໃນຂໍ້ຕົກລົງຮ່ວມກັນທີ່ໄດ້ປາກົດອອກມານັ້ນທີ່ຈະເຮັດໃຫ້ຄວາມເຄັ່ງຕຶງລະຫວ່າງສະຫະລັດກັບຈີນເພີ້ມຂຶ້ນ.

“ການເຂົ້າໄປໃນອີຣ່ານຂອງຈີນນັ້ນ ຈະເຮັດໃຫ້ເຂດຕາເວັນອອກກາງຂາດ ສະຖຽນລະພາບ. ມັນຈະເຮັດໃຫ້ອິສຣາແອລຕົກຢູ່ໃນຄວາມສ່ຽງ. ມັນຈະເຮັດໃຫ້ຣາຊະອານາຈັກຊາອຸດີອາຣາເບຍ ແລະເອເມີເຣັສ ຕົກຢູ່ໃນຄວາມສ່ຽງເຊັ່ນດຽວກັນ” ນັ້ນຄືຄໍາເວົ້າຂອງທ່ານພອມພຽວ ໄດ້ກ່າວຕໍ່ເຄືອຂ່າຍໂທລະພາບ Fox News ຂອງສະຫະລັດໃນການໃຫ້ສຳພາດເມື່ອວັນອາທິດຜ່ານມາ ໃນຂະນະທີ່ທ່ານໄດ້ຮຽກຮ້ອງຕໍ່ 3 ປະ ເທດພັນທະມິດຂອງສະຫະລັດ ແລະປະເທດອື່ນໆໃນພາກພື້ນຈົ່ງໃຫ້ລະວັງຕໍ່ປັກກິ່ງເອົາໄວ້ ຊຶ່ງເປັນນຶ່ງໃນຄູ່ແຂ່ງໃນສາກົນທີ່ສຳຄັນຂອງວໍຊິງຕັນ.

ທ່ານພອມພຽວ ກ່າວຕື່ມອີກວ່າ “ອີຣ່ານຍັງຄົງເປັນປະເທດທີ່ໃຫຍ່ທີ່ສຸດຂອງໂລກ ທີ່ໃຫ້ການສະໜັບສະໜຸນກຸ່ມການກໍ່ການຮ້າຍ ແລະມີລະບົບອາວຸດຕ່າງໆທີ່ເຂົ້າຫາໄດ້ ແລະມີການຄ້າ ແລະເງິນທີ່ລັ່ງໄຫລເຂົ້າມາຈາກພັກຄອມມິວນິສຂອງຈີນ ຊຶ່ງມີແຕ່ເຮັດໃຫ້ຄວາມສ່ຽງສະສົມກັນຫຼາຍຂຶ້ນ ສຳລັບພາກພື້ນດັ່ງກ່າວນັ້ນ.”

ເຕຫະຣ່ານ ທີ່ປະກອບອາວຸດຕ່າງໆ ໃຫ້ກຸ່ມຫົວຮຸນແຮງອິສລາມ ແລະຖືກກ່າວຫາວ່າທໍາການໂຈມຕີກໍ່ການຮ້າຍ ຢູ່ໃນເຂດຕາເວັນອອກກາງ ແລະຢູ່ແຫ່ງອື່ນໆມາໄດ້ຫຼາຍທົດສະວັດແລ້ວນັ້ນ ໄດ້ອະທິບາຍວ່າຕົນເອງເປັນຜູ້ເຄາະຮ້າຍຈາກການກໍ່ການຮ້າຍແທນທີ່ຈະເປັນຜູ້ສະໜັບສະໜຸນ.

ເຈົ້າໜ້າທີ່ນັກການທູດຂັ້ນສູງຂອງສະຫະລັດທ່ານນີ້ ໄດ້ກ່າວອ້າງອີງເຖິງລາຍງານຕ່າງໆຂອງສື່ມວນຊົນຕາເວັນຕົກ ທີ່ໄດ້ນຳອອກເຜີຍແຜ່ເມື່ອເດືອນແລ້ວນີ້ ທີ່ສະແດງໃຫ້ເຫັນວ່າ ຈີນ ແລະອີຣ່ານໃກ້ທີ່ຈະສະຫລຸບຂໍ້ຕົກລົງການຄ້າ ແລະການທະຫານເປັນໄລຍະ 25 ປີ ທີ່ຮູ້ຈັກກັນວ່າເປັນ “ພາຄີດ້ານຍຸດທະສາດຮອບດ້ານ” ນັ້ນໄດ້ແລ້ວ. ບັນດາຜູ້ນຳຂອງຈີນ ແລະອີຣ່ານ ໄດ້ຕົກລົງກັນໃນເບື້ອງຕົ້ນ ທີ່ຈະເຮັດວຽກຮ່ວມກັນໄປສູ່ຂໍ້ຕົກລົງແບບດັ່ງກ່າວນັ້ນ ຊຶ່ງເປັນສາຍສຳພັນສອງຝ່າຍລະດັບສູງທີ່ສຸດ ທີ່ປັກກິ່ງ ໄດ້ມອບໃຫ້ແກ່ຄູ່ພາຄີຂອງຕົນ ໃນປີ 2016.

ໃນບໍ່ເທົ່າໃດອາທິດມານີ້ ບັນດາເຈົ້າໜ້າທີ່ຂອງອີຣ່ານ ໄດ້ກ່າວວ່າ ການເຈລະຈາກັບຈີນ ກ່ຽວກັບຂໍ້ຕົກລົງ ແມ່ນກຳລັງສືບຕໍ່ໄປ ແຕ່ບໍ່ໄດ້ບົ່ງບອກວ່າເມື່ອໃດການເຈລະຈາຂອງພວກເຂົາເຈົ້າຈະສິ້ນສຸດລົງ. ປັກກິ່ງ ກໍບໍ່ໄດ້ໃຫ້ຮູ້ກ່ຽວກັບລາຍລະອຽດໃດໆຂອງການເຈລະຈານັ້ນ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG