ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ທ.​ ພອມພຽວ ປະຕິຍານ ຕໍ່ການລົງໂທດ ອີຣ່ານ ຢ່າງແຮງ ທີ່ບໍ່ເຄີຍມີມາກ່ອນ


​​​​​​​​​​​​​​​​​ລັດຖະມົນຕີ​ການ​ຕ່າງປະ​ເທດ ​ສະຫະລັດ ທ່ານ​ໄມ​ຄ໌ ພອມພຽວ ຂຶ້ນກ່າວຄຳປາໄສ ທີ່ມູນນິທິ​ມໍລະດົກ ຫຼື Heritage Foundation ​ຂອງພວກ​ນິຍົມ​ແນວທາງ​ເດີມ ທີ່ວໍຊິງຕັນ, ວັນທີ 21 ພຶດສະພາ 2018.
​​​​​​​​​​​​​​​​​ລັດຖະມົນຕີ​ການ​ຕ່າງປະ​ເທດ ​ສະຫະລັດ ທ່ານ​ໄມ​ຄ໌ ພອມພຽວ ຂຶ້ນກ່າວຄຳປາໄສ ທີ່ມູນນິທິ​ມໍລະດົກ ຫຼື Heritage Foundation ​ຂອງພວກ​ນິຍົມ​ແນວທາງ​ເດີມ ທີ່ວໍຊິງຕັນ, ວັນທີ 21 ພຶດສະພາ 2018.

​ລັດຖະມົນຕີ​ການ​ຕ່າງປະ​ເທດ​ສະຫະລັດ ທ່ານ​ໄມ​ຄ໌ ພອມພຽວ ​ໄດ້​ເປີດ​ເຜີຍ ບັນຊີ
ອັນ​ຍາວ​ຢຽດ ທີ່​ຮຽກຮ້ອງສຳລັບຂໍ້​ຕົກ​ລົງ​ນິວ​ເຄລຍ​ໃໝ່ກັບ​ອີຣ່ານ ​ແລະ​ຂູ່ວ່າ ຈະທຳ
​ການລົງ​ໂທດທາງດ້ານ​ເສດຖະກິດຢ່າງໜັກ ຖ້າ​ຫາກເຕຫະຣ່ານ ​ບໍ່​ໄດ້​ປ່ຽນ​ແປງ​
ການປະພຶດຂອງຕົນ.

​ບັນຊີ​ຄຳຮຽກຮ້ອງ 12 ຂໍ້ ມີ​ຂຶ້ນ​ ໃນຄຳປາໄສ ເມື່ອວັນ​ຈັນ​ວານ​ນີ້ ທີ່ມູນນິທິ​ມໍລະດົກ
ຫຼື Heritage Foundation ​ຂອງພວກ​ນິຍົມ​ແນວທາງ​ເດີມ ທີ່​ໄດ້​ວາງແຜນ​ຕາມ​ຍຸດ
ທະສາດຂອງ​ລັດຖະບານ​ທ່ານ​ດໍໂນລ ທຣຳ ຫຼັງ​ຈາກ​ທີ່​ໄດ້​ຖອນ​ຕົວ​ອອກ​ຈາກ​ຂໍ້​ຕົກ
ລົງນິວເຄລຍ ​ໃນ​ຕົ້ນ​ເດືອນ​ນີ້.

ພາຍ​ໃຕ້​ຂໍ້​ຕົກລົງໃໝ່ນີ້, ທ່ານ​ພອມພຽວ ​ໄດ້ຢືນ​ຢັດວ່າ ອີຣ່ານຕ້ອງຍົກ​ເລີກ​ໂຄງການ
​ອາວຸດ​ນິວ​ເຄລຍຂອງ​ຕົນ ແລະອະນຸຍາດໃຫ້ຄະນະກວດກາຂອງອົງການສະຫະຊາ
ຊາດ ​ເຂົ້າໄປກວດກາ ເບິ່ງສະຖານ​ທີ່ທຸກ​ແຫ່ງໃນ​ທົ່ວ​ປະ​ເທດ. ທ່ານ​ໄດ້​ກ່າວ​ວ່າ ​ເຕຫະ
ຣ່ານຕ້ອງ​ຢຸດເຊົາການ​ແຜ່ຜາຍ​ໂຄງການ​ລູກ​ສອນ​ໄຟ​ຂີ​ປະ​ນາ​ວຸດ ​ແລະຢຸດເຊົາ​
“ກິດຈະ​ກຳ​ສ້າງຄວາມບໍ່​ທຸ່ນທ່ຽງ” ຂອງ​ຕົນໃນ​ທົ່ວ​ຂົງ​ເຂດພາກ​ຕາ​ເວັນ​ອອກ​ກາງ.

ຖ້າ​ອີຣ່ານ ຫາກບໍ່​ປ່ຽນ​ແປງ​ທິດ​ທາງແລ້ວ, ສະຫະລັດ “ຈະ​ລົງໂທດ​ທາງ​ດ້ານການ​ເງິນ
ທີ່ໜັກ​ທີ່​ສຸ​ແບບ​ບໍ່​ເຄີຍ​ມີ​ມາ​ກ່ອນ,”
ນັ້ນຄືຄຳເຕືອນຂອງ​ທ່ານ​ພອມ ພຽວ ​ທີ່ໄດ້ກ່າວ​ໄວ້.

ທ່ານ​ພອມພຽວ ​ໄດ້​ກ່າວ​ຕື່ມວ່າ “ນີ້​ຈະ​ເປັນ​ການ​ລົງ​ໂທດ ​ທີ່​ແຮງ​ທີ່​ສຸດ​ໃນ​ປະຫວັດສາດ
ໃນ​ເວລາ​ທີ່​ພວກ​ເຮົາ​ສຳ​ເລັດ​ແລ້ວ​ນັ້ນ ລະບອບ​ການ​ປົກຄອງຂອງ​ອີຣ່ານ ​ແມ່ນ​ໄດ້​
ສູ້​ລົບໃນພາກ​ຕາ​ເວັນ​ອອກ​ກາງ ມາ​ເປັນ​ເວລາ​ຫຼາຍໆ​ປີ​ແລ້ວ. ຫຼັງ​ຈາກການ​ລົງ​ໂທດ​
ຂອງ​ພວກ​ເຮົາ ​ນຳໃຊ້​ເຕັມ​ອັດຕາ​ແລ້ວ​ ມັນ​ຈະ​ເປັນການ​ສູ້ລົບ ທີ່​ຈະ​ເຮັດ​ໃຫ້​ເສດຖະກິດ
ຂອງຕົນຢູ່ລອດຕໍ່ໄປ.”

ພາບທີ່ນຳເຜີຍແຜໂດຍໜ້າແວັບຟຊຕ໌ທາງການຂອງທຳນຽບປະທານາທິບໍດີ, ປະທານາທິບໍດີອີຣ່ານ ທ່ານຮັສຊານ ຣູຮານີ ກ່າວຄຳປາໄສ ຕໍ່ປະເທດຊາດ ທາງໂທລະບາຍ ໃນເຕຫະຣ່ານ, ອີຣ່ານ, 8 ພຶດສະພາ 2018.
ພາບທີ່ນຳເຜີຍແຜໂດຍໜ້າແວັບຟຊຕ໌ທາງການຂອງທຳນຽບປະທານາທິບໍດີ, ປະທານາທິບໍດີອີຣ່ານ ທ່ານຮັສຊານ ຣູຮານີ ກ່າວຄຳປາໄສ ຕໍ່ປະເທດຊາດ ທາງໂທລະບາຍ ໃນເຕຫະຣ່ານ, ອີຣ່ານ, 8 ພຶດສະພາ 2018.

ປະທານາທິບໍດີອີຣ່ານ ທ່ານຮັສຊານ ຣູຮາ​ນີ ບໍ່​ໄດ້ໃຫ້ຄວາມສຳຄັນຕໍ່ການ​ຂົ່ມຂູ່​ທີ່​ວ່າ​ນີ້.

ທ່ານຣູຮາ​ນີ ​ໄດ້​ກ່າວຢູ່​ໃນ​ຖະ​ແຫຼ​ງການ​ສະບັບ​ນຶ່ງ​ທີ່​ໄດ້​ນຳ​ອອກ​ເຜີຍ​ແຜ່​ໂດຍສື່​ມວນຊົນ
ຂອງ​ທາງການອີຣ່ານ ​ໃນ​ວັນ​ຈັນ​ວານ​ນີ້ວ່າ “​ເຈົ້າ​ແມ່ນ​ຜູ້​ໃດຈຶ່ງຈະ​ມາ​ຕັດສິນ​ໃຈ​ ໃຫ້ແກ່
​ອີຣ່ານ ​ແລະ​ແກ່ໂລກ? ​ໂລກ​ຂອງ​ພວກ​ເຮົາ ​ໃນ​ປັດຈຸບັນ​ນີ້ ​ແມ່ນ​ບໍ່​ໄດ້​ຍອມຮັບ​ສະຫະ
ລັດຕັດສິນ​ໃຈໃຫ້ແກ່ໂລກອີກແລ້ວ. ບັນດາ​ປະ​ເທດ​ທັງຫຼາຍ ​ແມ່ນ​ມີ​ຄວາມ​ເປັນ​ເອກ​
ກະລາດຂອງ​ໃຜລາວ.”

ລັດຖະບານ​ຂອງ​ທ່ານ​ທຣຳ ​ໄດ້​ປະຕິຍານ​ວ່າ ຈະທຳການ​ລົງ​ໂທດ​ຄືນ​ໃໝ່ ທີ່​ໄດ້​ຍົກ​ເລີກ
ໄປ​ນັ້ນ ອັນເປັນ​ສ່ວນ​ນຶ່ງ​ຂອງ​ຂໍ້​ຕົກລົງ​ນິວ​ເຄລຍ ປີ 2015, ທີ່​ໄດ້​ລົງ​ນາມ ລະຫວ່າ​ງອີຣ່ານ ສະຫະລັດ ​ແລະ​ຫຼາຍໆ​ປະ​ເທດ​ໃນຢູ​ໂຣບຮວມທັງ ຣັດ​ເຊຍ ​ແລະ​ຈີນ. ນອກນັ້ນ ວໍ​ຊີງ​ຕັນ ​ຍັງໄດ້ລົງ​ໂທດ​ເພີ່ມ​ຕື່ມຕໍ່ອີຣ່ານດ້ວຍ.

ອ່ານ​ຂ່າວ​ນີ້​ເພີ່ມຕື່ມ​ເປັນ​ພາສາ​ອັງກິດ​

ເຊີນຊົມ: ການຖະແຫຼງການຂອງທ່ານພອມພຽວ

Pompeo Vows 'Unprecedented' Sanctions Against Iran
please wait

No media source currently available

0:00 0:01:59 0:00

XS
SM
MD
LG