ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ ພອມ​ພຽວ ພົບ​ປະ​ກັບ ຜູ້​ຍົກ​ຍ້າຍ​ຖິ່ນ​ຖານ ເວ​ເນ​ຊູ​ເອ​ລາ


ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ສະ​ຫະ​ລັດ ທ່ານ ໄມ​ຄ໌ ພອມ​ພຽວ, ຊ້າຍ, ຟັງ​ລັດ​ຖະ​ມົນ​ຕີການ​ຕ່າງ​ປະ​ເທດ ປາ​ຣາກວາຍ ທ່ານ ຫຼຸຍ ກາ​ສ​ຕິກ​ລີ​ໂອ​ນີ, ໃນ​ລະ​ຫວ່າງກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວທີ່​ນຳ​ນຽບ ປາ​ລາ​ຊີ​ໂອ ເດ ໂລ​ເປ​ສ, ນະ​ຄອນຫຼວງ ອາ​ຊຸນ​ຊຸນ​ຊີ​ໂອນ, ປາ​ຣາກວາຍ. 13 ເມ​ສາ, 2019.
ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ສະ​ຫະ​ລັດ ທ່ານ ໄມ​ຄ໌ ພອມ​ພຽວ, ຊ້າຍ, ຟັງ​ລັດ​ຖະ​ມົນ​ຕີການ​ຕ່າງ​ປະ​ເທດ ປາ​ຣາກວາຍ ທ່ານ ຫຼຸຍ ກາ​ສ​ຕິກ​ລີ​ໂອ​ນີ, ໃນ​ລະ​ຫວ່າງກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວທີ່​ນຳ​ນຽບ ປາ​ລາ​ຊີ​ໂອ ເດ ໂລ​ເປ​ສ, ນະ​ຄອນຫຼວງ ອາ​ຊຸນ​ຊຸນ​ຊີ​ໂອນ, ປາ​ຣາກວາຍ. 13 ເມ​ສາ, 2019.

ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ສະ​ຫະ​ລັດ ທ່ານ ໄມ​ຄ໌ ພອມ​ພຽວ ມີ​ກຳ​ນົດ​ທີ່​ຈະ​ເດີນ
ທາງໄປເມືອງ ຄູກູຕາ ທີ່ຕັ້ງຢູ່ເຂດຊາຍແດນຂອງປະເທດ ໂຄລອມເບຍ ບ່ອນນທີ່ທ່ານ
ຈະພົບປະກັບພວກອົບພະຍົບ ເວເນຊູເອລາ. ເມືອງ ຄູກູຕາ ໄດ້ຮັບເອົາຊາວ ເວເນຊູ
ເອລາ ທີ່ໄດ້ຫຼົບໜີຄວາມອຶດຫິວ ແລະ ຄວາມຮຸນແຮງຈາກປະເທດຂອງເຂົາເຈົ້າ.

ທ່ານ ພອມ​ພຽວ ໄດ້​ທຳ​ການ​ຢຸດ​ແວ່ຫຼາຍ​ແຫ່ງ ​ໃນ​ເຂດ​ອາ​ເມ​ຣິ​ກາ​ກາງ ເມື່ອບໍ່​ເທົ່າ​ໃດ
ວັນທີ່ຜ່ານມາ ເພື່ອດຶງດູດການສະໜັບສະໜູນການຢືນຢັດ ຕໍ່ຕ້ານປະທານາທິບໍດີ
ເວເນຊູເອລາ ທ່ານ ນິໂຄລັສ ມາດູໂຣ ແລະ ລັດຖະບານຂອງທ່ານ ສຳລັບປະທານາ
ທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ.

ໃນ​ປະ​ເທດ ເປ​ຣູ ເມື່ອ​ວັນ​ເສົາ​ວານນີ້, ທ່ານ ພອມ​ພຽວ ໄດ້​ພົບ​ປະ​ກັບ​ປະ​ທານ​ປະ​ເທດ,
ທ່ານ ມາຕິນ ວິສຄາຣາ ພ້ອມກັບລັດຖະມົນຕີການຕ່າງປະເທດ ທ່ານ ເນັສເຕີ ໂປໂປ
ລິຊີໂອ. ທ່ານ ພອມພຽວ ໄດ້ຍົກຍ້ອງ “ປະຊາຊົນ ເປຣູ” ຜູ້ “ທີ່ໄດ້ຕ້ອນຮັບເກືອບ 75
ເປີເຊັນຂອງອົບພະຍົບ 1 ລ້ານຄົນຈາກປະເທດ ເວເນຊູເອລາ.”

ກ່ອນ​ໜ້າ​ນັ້ນ​ໃນ​ນະ​ຄອນຫຼວງ ອາ​ຊຸນ​ຊີ​ໂອນ, ທ່ານ ພອມ​ພຽວ​ ໄດ້​ພົບ​ປະ​ກັບ​ປະ​ທາ
ນາທິບໍດີ ປະເທດ ປາຣາກວາຍ, ທ່ານ ມາຣີໂອ ອັບໂດ ເອນີເຕັສ, ສຳລັບການປຶກ
ສາຫາລືທີ່ເພັ່ງເລັງໃສ່ ເວເນຊູອລາ, ສິດທິມະນຸດ, ອາຊະຍາກຳຂ້າມຊາດ ແລະ ຂະ
ຫຍາຍປະຊາທິປະໄຕໃນພາກພື້ນນັ້ນ.

ໃນ​ຂະ​ນະ​ທີ່​ຢ້ຽມ​ຢາມ​ປະ​ເທດ ປາ​ຣາກວາຍ ໃນ​ວັນ​ເສົາ​ວານນີ້, ທູດ​ລະ​ດັບ​ສູງ​ຂອງ
ສະຫະລັດ ໄດ້ລົມກັບສຽງອາເມຣິກາ ກ່ຽວກັບ ວິທີການຂອງ ສະຫະລັດ ຕໍ່ ເວເນຊູ
ເອລາ, ເຊິ່ງມີວິດກິດການດ້ານການນຳຂອງເຂົາເຈົ້າ. ທ່ານ ພອມພຽວ ໄດ້ເອີ້ນການ
ເລືອກຕັ້ງທີ່ທ່ານ ມາດູໂຣ ໄດ້ອ້າງວ່າເປັນຜູ້ຊະນະເລີດວ່າ “ຫຼອກລວງ”, ແລະ ທ່ານ
ໄດ້ກ່າວເນັ້ນວ່າ 54 ປະເທດໄດ້ຮັບຮອງຜູ້ນຳຝ່າຍຄ້ານ ທ່ານ ຮວນ ກວາອີໂດ ເປັນ
ປະທານາທິບໍດີທີ່ແທ້ຈິງຂອງປະເທດດັ່ງກ່າວ.

ທ່ານ ພອມ​ພຽວ ໄດ້​ກ່າວ ກ່ຽວ​ກັບ ເວ​ເນ​ຊູ​ເອ​ລາ ວ່າ “ທ່ານ ມາ​ດູ​ໂຣ ກັບຜູ້​ສະ​ໜັບ​ສະ
ໜູນຂອງລາວ ໄດ້ທຳລາຍປະເທດນີ້. ທ່ານໄດ້ວິຈານການໃຊ້ແຫຼ່ງຊັບພະຍາກອນ
ຂອງ ຣັດເຊຍ ແລະ ຄິວບາ ໂດຍທ່ານ ມາດູໂຣ ວ່າ “ລາວໄດ້ມອບອຳນາດທັງໝົດ
ຂອງລາວໃຫ້ ຄິວບາ ກັບ ຮັດເຊຍ.”

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG