ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ນັກການທູດ ລະດັບສູງ ຂ​ອງ ສ​ຫລ ເຕືອນ​ປະ​ເທດ​ຕ່າງໆ ໃນເຂດອາເມຣິກາໃຕ້ ກ່ຽວ​ກັບ ຣັດເຊຍ ແລະ ຈີນ


ລັດຖະມົນຕີວ່າການ ກະຊວງການຕ່າງປະເທດ ສະຫະລັດ ທ່ານໄມຄ໌ ພອມພຽວ ກ່າວຄຳປາໄສ ໃນລະຫວ່າງ ການເດີນທາງຢ້ຽມຢາມ ນະຄອນຫຼວງ ຊານຕີອາໂກ ຂອງຊີເລ , ວັນທີ 12 ເມສາ 2019.
ລັດຖະມົນຕີວ່າການ ກະຊວງການຕ່າງປະເທດ ສະຫະລັດ ທ່ານໄມຄ໌ ພອມພຽວ ກ່າວຄຳປາໄສ ໃນລະຫວ່າງ ການເດີນທາງຢ້ຽມຢາມ ນະຄອນຫຼວງ ຊານຕີອາໂກ ຂອງຊີເລ , ວັນທີ 12 ເມສາ 2019.

ລັດຖະມົນຕີວ່າການ ກະຊວງການຕ່າງປະເທດ ທ່ານໄມຄ໌ ພອມພຽວ ໄດ້ຮຽກຮ້ອງໃຫ້
ປະຊາຊົນໃນເຂດອາເມຣິກາໃຕ້ ຕ້ານຢັນຕໍ່ການສະເໜີໃຫ້ການລົງທຶນ ແລະໃຫ້ການ
ຊ່ອຍເຫຼືອ ຈາກພວກຄູ່ແຂ່ງ ດ້ານເສດຖະກິດຂອງສະຫະລັດ ກໍຄື ຈີນ ແລະຣັດເຊຍ
ໂດຍກ່າວວ່າ ສະຫະລັດ ເປັນເພື່ອນມິດ ແລະຄູ່ລົງທຶນ ທີ່ ດີກວ່າ ຕໍ່ປະເທດເພື່ອນບ້ານ
ຢູ່ໃນພາກພື້ນ.

ໃນການກ່າວຄຳປາໄສ ໃນວັນສຸກວານນີ້ ຢູ່ໃນ ນະຄອນຫຼວງຊານຕີອາໂກ ຂອງ
ປະເທດຊີເລ ທ່ານພອມພຽວ ໄດ້ກ່າວວ່າ ສະຫະລັດ ເຊື່ອວ່າ ເວລານີ້ ມັນເປັນໂອກາດ
ທີ່ເຂດອາເມຣິກາໃຕ້ “ຈະຢຶດໝັ້ນຕໍ່ອະນາຄົດທີ່ມີປະຊາທິປະໄຕ ຄວາມຈະເລີນ
ຮຸ່ງເຮືອງ ແລະສັນຕິພາບ ສຳລັບຊີກໂລກນີ້.....ໂອກາດນີ້ ເປັນຂອງພວກເຮົາ ທີ່
ຈະຮັບເອົາ ຫຼື ສູນເສຍໂອກາດນີ້​ໄປ.”

ທ່ານພອມພຽວ ໄດ້ເຕືອນວ່າ ຈີນແລະຣັດເຊຍ ​ຊຶ່ງທັງສອງປະເທດ ​ຕ່າງ​ກໍ​ໄດ້ລົງທຶນ
ໃນຫຼາຍໆປະເທດຂອງເຂດອາເມຣິກາໃຕ້ ​ທີ່ນຳມາຊຶ່ງ​ຄວາມ​ເຊື່ອມ​ເສຍ ແລະການສໍ້
ລາດບັງຫຼວງ ຕໍ່ເສດຖະກິດໂດຍຊີ້ໃຫ້ເຫັນເຖິງໂຄງການສ້າງເຂື່ອນໃນເອກົວດໍ ທີ່ລົງທຶນ
ໂດຍເງິນຈາກຈີນ ທີ່ບໍ່ປະສົບຜົນສຳເລັດ.

ທ່ານພອມພຽວ ໄດ້ກ່າວວ່າ “ເຂື່ອນນັ້ນ ຄວນຈະແກ້ໄຂບັນຫາ ຄວາມຕ້ອງການດ້ານ
ພະລັງງານ ຂອງເອກົວດໍ ແລະຊ່ວຍໃຫ້ປະເທດ​ດັ່ງ​ກ່າວ ພົ້ນຈາກຄວາມທຸກຍາກ
ແຕ່ດຽວນີ້ ເຂື່ອນໄດ້ແລ່ນໃນລະດັບເຄິ່ງນຶ່ງຂອງຄວາມອາດສາມາດ... ເຈົ້າໜ້າທີ່
ຂັ້ນສູງເກືອບໝົດທຸກຄົນ ທີ່ມີສ່ວນກ່ຽວຂ້ອງກັບ ໂຄງການກໍ່ສ້າງເຂື່ອນ ແມ່ນຖືກຂັງ
ຄຸກ ຫຼື ຖືກຕັດສິນລົງໂທດ ໃນຂໍ້ຫາຮັບສິນບົນ.”

ລັດຖະມົນຕີວ່າການ ຕ່າງປະເທດ ສະຫະລັດ ສະແດງປະຕິກິລິຍາ ໃນຂະນະທີ່ ຢືນຢູ່ຄຽງຂ້າງ ປະທານາທິບໍດີ ຂອງຊີເລ ທ່ານເຊີແບສຕຽນ ປີແນຣາ ຢູ່ທີ່ທຳນຽບປະທານາທິບໍດີ ລາ ໂມເນດາ, ໃນນະຄອນຫຼວງ ຊານຕີອາໂກ ຂອງຊີເລ, ວັນທີ 12 ເມສາ 2019.
ລັດຖະມົນຕີວ່າການ ຕ່າງປະເທດ ສະຫະລັດ ສະແດງປະຕິກິລິຍາ ໃນຂະນະທີ່ ຢືນຢູ່ຄຽງຂ້າງ ປະທານາທິບໍດີ ຂອງຊີເລ ທ່ານເຊີແບສຕຽນ ປີແນຣາ ຢູ່ທີ່ທຳນຽບປະທານາທິບໍດີ ລາ ໂມເນດາ, ໃນນະຄອນຫຼວງ ຊານຕີອາໂກ ຂອງຊີເລ, ວັນທີ 12 ເມສາ 2019.

ທ່ານໄດ້ກ່າວຫາ ຣັດເຊຍ ໃນການ​ເຮັດ​ໃຫ້ຄວາມວຸ້ນວາຍ ຢູ່ໃນເວເນຊູເອລາ ​ເພີ້ມ​ທະ​ວີ
ຂຶ້ນ ໂດຍການຊຸກຍູ້ ອຳ​ນາດ​ການ​ປົກ​ຄອງ ຂອງນິໂຄລັສ ມາດູໂຣ ແລະການສົ່ງກຳລັງ
ທະຫານ ໄປ​ຍັງ​ປະ​ເທດ​ດັ່ງ​ກ່າວ ເພື່ອຈັດຕັ້ງສູນຝຶກແອບ. ທ່ານເວົ້າວ່າ “ພວກເຮົາບໍ່
ຄວນປ່ອຍໃຫ້ຣັດເຊຍ ​ເຮັດ​ໃຫ້ສະຖານະການທີ່ບໍ່ແນ່ນອນ ແລະ​ບໍ່​ໝັ້ນ​ຄົງຢູ່ແລ້ວນັ້ນ
ເພີ້​ມ​ທະ​ວີ ​ຄວາມ​ຮ້າຍ​ແຮງ​ຂຶ້ນ ໃນວິທີທາງ ແບບນີ້.”

ທ່ານຍັງໄດ້ກ່າວວ່າ ຣັດເຊຍ ໄດ້ຂາຍອາວຸດຕ່າງໆ ແລະໄດ້ເປີດສູນຝຶກແອບຕຳຫຼວດ
ຢູ່ໃນນິກາຣາກົວ. ທ່ານເວົ້າວ່າ “ຜົນໃນການພົວພັນຂອງຣັດເຊຍ ຢູ່ ໃນນິກາຣາກົວ,
ເວົ້າແບບອ່ອນໂຍນແລ້ວ, ແມ່ນບໍ່ດີເລີຍ.”

ໃນທາງກົງກັນຂ້າມ ທ່ານພອມພຽວ ໄດ້ກ່າວວ່າ ສະຫະລັດ ຈັດຕັ້ງຂໍ້ຕົກລົງ ການຄ້າ
ທີ່ເປັນທຳ ກັບປະເທດທັງຫຼາຍໃນອາເມຣິກາໃຕ້ ​ໂດຍອຳນວຍຄວາມສະດວກ ໃນ
ດ້ານການຮ່ວມມືໃນພາກພື້ນແລະໃຫ້ການສະໜັບສະໜຸນຜູ້ນຳພັກ ຝ່າຍຄ້ານຂອງ
ເວເນຊູເອລາ ທ່ານ ຮວານ ກວາອີໂດ ຜູ້ທີ່ກຳລັງຕໍ່ສູ້ເພື່ອຫາ​ທາງຄວບຄຸມປະເທດ​ຢູ່ນັ້ນ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG