ລັດຖະມົນຕີຕ່າງປະເທດສະຫະລັດ ທ່ານໄມຄ໌ ພອມພຽວ ກ່າວວ່າ ທ່ານ
ບໍ່ຄິດວ່າ ປະຊາຊົນເວເນຊູເອລາຈະບໍ່ອະນຸໂລມ ຕໍ່ລະບອບຂອງທ່ານມາ
ດູໂຣໄດ້
ທ່ານພອມພຽວກ່າວຕໍ່ໜັງສືພິມເປຣູ El Comercio ໃນວັນອາທິດວານ
ນີ້ວ່າ “ຄວາມຫາຍຍະນະທີ່ນຳມາໂດຍ ທ່ານນິໂກລັສ ມາດູໂຣ ສະພາບການ
ໂສກນາດຕະກຳດ້ານມະນຸດສະທຳຢູ່ທີ່ນັ້ນ ໄດ້ນຳມາໂດຍ ທ່ານມາດູໂຣ
ພຽງຜູ້ດຽວ ທີ່ນຳເອົາຊາວຄິວບາເຂົ້າມາ ທີ່ອະນຸຍາດໃຫ້ຣັດເຊຍມາແຊກ
ແຊງໃນປະເທດ ສິ່ງເຫລົ່ານັ້ນໄດ້ທຳລາຍຊີວິດຊາວໜຸ່ມຢູ່ໃນເວເນຊູເອລາ.”
ທ່ານພອມພຽວໄດ້ຢູ່ເປັນມື້ສຸດທ້າຍຂອງການຢ້ຽມຢາມອາເມຣິກາໃຕ້ສີ່ມື້
ບ່ອນທີ່ເສດຖະກິດ ແລະການເມືອງວຸ້ນວາຍຢູ່ໃນເວເນຊູເອລາ ໄດ້ຕົກຢູ່ໃນ
ຄວາມເປັນຫ່ວງທີ່ສຸດ ລະຫວ່າງການສົນທະນາຢູ່ໃນຊີເລ ປາຣາໄກວ ເປຣູ
ແລະໂຄລອມເບຍ.
ທ່ານກ່າວວ່າ “ນີ້ບໍ່ແມ່ນສິ່ງທີ່ໄດ້ເກີດຂື້ນໃນບໍ່ເທົ່າໃດອາທິດທີ່ຜ່ານມາ. ນີ້
ແມ່ນເລື້ອງຫາຍຍະນະທີ່ນຳມາໂດຍຊາວຄິວບາ ຣັດເຊຍ ແລະທ່ານມາດູໂຣ
ໃນຫລາຍໆປີຜ່ານມາ. ຂ້າພະເຈົ້າມີຄວາມຫວັງວ່າມັນຈະຢູ່ໃນວາລະສຸດທ້າຍ
ຂອງມັນໃນໄວໆນີ້.”
ອີກເທື່ອນຶ່ງ ທ່ານພອມພຽວກ່າວວ່າ ທາງເລືອກທັງໝົດແມ່ນຍັງມີໄວ້ໃຫ້
ຢູ່ເວລາເວົ້າເຖິງການພົວພັນຂອງສະຫະລັດຢູ່ໃນເວເນຊູເອລາ. ແຕ່ວ່າລັດ
ຖະບານປະທານາທິບໍດີທຣຳ ຍັງບໍ່ໄດ້ກ່າວເຖິງວ່າພາຍໃຕ້ກໍລະນີໃດຈຶ່ງຈະ
ໃຊ້ບົດບາດທາງທະຫານ.
ສະຫະລັດໄດ້ລົງໂທດບາງຢ່າງແລ້ວ ຕໍ່ພວກເຈົ້າໜ້າທີ່ເວເນຊູເອລາ ແລະ
ຕໍ່ບາງພາກສ່ວນຂອງທຸລະກິດນໍ້າມັນຂອງປະເທດດັ່ງກ່າວທ່ານພອມພຽວ
ຈະຢຸດແວ່ໂຄລອມເບຍ ທັງຈະຢ້ຽມຢາມເມືອງຊາຍແດນກູກູຕາ ທີ່ແຍກ
ຈາກ ເວເນຊູເອລາ ໂດຍຂົວຂ້າມໄປມາ.