ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທ່ານ ພອມ​ພຽວ ຮຽກ​ຮ້ອງ ກາ​ຊັກ​ສ​ຖານ ກົດ​ດັນ ຈີນ ກ່ຽວ​ກັບ ຊົນ​ເຜົ່າ ວີ​ເກີ


ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ສະ​ຫະ​ລັດ ທ່ານ ໄມ​ຄ໌ ພອມ​ພຽວ, ຂວາ, ກັບ ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ກາ​ຊັກ​ສ​ຖານ, ຫຼັງ​ຈາກກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ, ທີ່​ກະ​ຊວງ​ການ​ຕ່າງ​ປະ​ເທດ ໃນ​ນະ​ຄອນຫຼວງ ເນີ ຊັ​ລ​ຕານ, ກາ​ຊັກ​ສ​ຖານ, 2 ກຸມ​ພາ, 2020.
ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ສະ​ຫະ​ລັດ ທ່ານ ໄມ​ຄ໌ ພອມ​ພຽວ, ຂວາ, ກັບ ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ກາ​ຊັກ​ສ​ຖານ, ຫຼັງ​ຈາກກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ, ທີ່​ກະ​ຊວງ​ການ​ຕ່າງ​ປະ​ເທດ ໃນ​ນະ​ຄອນຫຼວງ ເນີ ຊັ​ລ​ຕານ, ກາ​ຊັກ​ສ​ຖານ, 2 ກຸມ​ພາ, 2020.

ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ສະ​ຫະ​ລັດ ທ່ານ ໄມ​ຄ໌ ພອມ​ພຽວ ໄດ້​ຮຽກ​ຮ້ອງ​ລັດ​ຖະ​ບານ ກາ​ຊັກ​ສ​ຖານ ໃນ​ວັນ​ເສົາ​ວານນີ້​ໃຫ້​ເຂົ້າ​ຮ່ວມ​ກັບ ວໍ​ຊິງ​ຕັນ ໃນ​ການ​ກົດ​ດັນ​ລັດ​ຖະ​ບານ ປັກ​ກິ່ງ ກ່ຽວ​ກັບ ການ​ປະ​ຕິ​ບັດ​ຂອງ​ເຂົາ​ເຈົ້າ​ຕໍ່​ຊົນ​ກຸ່ມ​ນ້ອຍ​ຊາວ​ມຸ​ສ​ລິມ, ອັນ​ເປັນ​ບັນ​ຫາ​ທີ່​ລະ​ອ​ຽດ​ອ່ອນ​ໃນ​ປະ​ເທດ​ເອ​ເຊຍ​ກາງ​ນັ້ນ ເຊິ່ງ​ມີ​ສາຍ​ພົວ​ທີ່​ໃກ້​ຊິດ​ກັບ ຈີນ.

ໃນ​ລະ​ຫວ່າງ​ການ​ກ່າວ​ຄຳ​ປາ​ໄສ ໃນ​ການ​ຢ້ຽມ​ຢາມ​ນະ​ຄອນຫຼວງ ເນີ-ຊັ​ລ​ຕານ ນັ້ນ, ທ່ານ ພອມ​ພຽວ ໄດ້​ກ່າວ​ວ່າ ທ່ານ​ໄດ້​ຍົກ​ບັນ​ຫາ​ດັ່ງ​ກ່າວ​ຂຶ້ນ​ມາ​ໃນ​ການ​ເຈ​ລະ​ຈາ​ກັບ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ກາ​ຊັກ​ສ​ຖານ ທ່ານ ມຸກ​ຕາ ຕ​ລູ​ເບີ​ດີ.

ທ່ານ ພອມ​ພຽວ ໄດ້​ກ່າວ​ວ່າ “ພວກ​ເຮົາ​ໄດ້​ປຶກ​ສາ​ຫາ​ລື​ການ​ຄ້າ​ມະ​ນຸດ​ນຳ​ກັນ ແລະ ສະ​ຖາ​ນະ​ການ​ຂອງ​ຊາວ​ມຸ​ສ​ລິມ ວີ​ເກີ ຫຼາຍກວ່າ 1 ລ້ານ​ຄົນ ແລະ ຊົນ​ເຜົ່າ ກາ​ຊັກ ທີ່​ພັກ​ຄອມ​ມູ​ນິ​ສ ຈີນ ໄດ້​ກັກ​ຂັງ​ໃນ​ແຂວງ ຊິນ​ຈຽງ, ເຊິ່ງ​ຕັ້ງ​ຢູ່ບໍ່​ໄກ​ຈາກ​ເຂດ​ຊາຍ​ແດນ​ຂອງ ກາ​ຊັກ​ສ​ຖານ.”

ທ່ານ​ເວົ້າ​ວ່າ “ສະ​ຫະ​ລັດ ໄດ້​ຮຽກ​ຮ້ອງ​ໃຫ້​ທຸກ​ປະ​ເທດ​ເຂົ້າ​ຮ່ວມ​ກັບ​ພວກ​ເຮົາ ໃນ​ການ​ກົດ​ດັນ ເພື່ອ​ການ​ສິ້ນ​ສຸດ​ຕໍ່​ການ​ກົດ​ຂີ່​ທີ່​ວ່າ​ນີ້ໃນ​ທັນ​ທີ. ພວກ​ເຮົາ​ຂໍໃຫ້​ເຂົາ​ເຈົ້າ​ສະ​ໜອງ​ບ່ອນ​ລີ້​ໄພ​ທີ່​ປອດ​ໄພ ແລະ ການ​ຂໍ​ລີ້​ໄພ​ໃຫ້​ຜູ້​ທີ່​ພະ​ຍາ​ຍາມ​ໜີ​ອອກ​ມາ​ຈາກ ຈີນ.”

ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ແລະ ກຸ່ມ​ສິດ​ທິ​ມະ​ນຸດ​ຕ່າງໆ​ຄາດ​ວ່າ ປະ​ຊາ​ຊົນ​ລະ​ຫວ່າງ 1 ແລະ 2 ລ້ານ​ຄົນ, ທີ່​ສ່​ວນ​ໃຫຍ່​ແມ່ນ​ຊາວ​ມຸ​ສ​ລິມ​ຊົນ​ເຜົ່າ ວີ​ເກີ ນັ້ນ, ໄດ້​ຖືກ​ກັກ​ຂັງ​ໃນ​ສະ​ພາບ​ທີ່​ຮ້າຍ​ແຮງ ດັ່ງ​ກັບ​ສ່ວນ​ນຶ່ງ​ຂອງ​ສິ່ງ​ທີ່ ປັກ​ກິ່ງ ເອີ້ນ​ວ່າ ການ​ຕໍ່​ສູ້​ຕ້ານ​ລັດ​ທິ​ກໍ່​ການ​ຮ້າຍ.

ຈີນ ໄດ້​ປະ​ຕິ​ເສດ​ຢ່າງ​ຊ້ຳ​ແລ້ວ​ຊໍ້​ອີກ ຕໍ່​ການ​ປະ​ຕິ​ບັດ​ທີ່ບໍ່​ຖືກ​ຕ້ອງ​ທຸກ​ປ​ະ​ເພດ​ຕໍ່​ຊາວ ວີ​ເກີ ແລະ ໄດ້​ກ່າວ​ວ່າ ສູນ​ຕ່າງໆ​ໄດ້​ສະ​ໜອງ​ການ​ຝຶກວິ​ຊາ​ຊີບ. ເຂົາ​ເຈົ້າ​ໄດ້​ອະ​ທິ​ບາຍ​ວ່າ​ຜູ້​ຖືກ​ຄຸມ​ຂັງ​ແມ່ນ​ນັກ​ຮຽນ.

ທັງ ສະ​ຫະ​ລັດ ແລະ ຈີນ, ເຊິ່ງ​ໄດ້​ມີ​ຄວາມ​ຂັດ​ແຍ້ງ​ກັນ​ຢ່າງກວ້າງ​ຂວາງ ກ່ຽວ​ກັບ ການ​ຄ້າ ແລະ ບັນ​ຫາ​ອື່ນໆ​ນັ້ນ ແມ່ນ​ຜູ້​ລົງ​ທຶນ​ທີ່​ສຳ​ຄັນ​ໃນ​ປະ​ເທດ ກາ​ຊັກ​ສ​ຖານ, ເຊິ່ງ​ແມ່ນ​ອາ​ດີດ​ສະ​ຫະ​ພາບ ໂຊວຽດ.

ອ່າ​ນ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG