ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ ພອມ​ພຽວ ຮຽກ​ຮ້ອງ​ໃຫ້​ສາ​ກົນ​ ສະ​ໜັບ​ສະ​ໜູນ ຜູ້​ນຳ​ຢ່າຍ​ຄ້ານ ​ເວ​ເນ​ຊູ​ເອ​ລາ


ທ່ານ ພອມ​ພຽວ ໄດ້​ກ່າວ​ຕໍ່​ສະ​ພາ​ຄວາມ​ໝັ້ນ​ຄົງ​ອົງ​ການສະ​ຫະ​ປະ​ຊາ​ຊາດ ຕອນ​ເຊົ້າ​ຂອ​ງວັນ​ເສົາ​ວານນີ້​ວ່າ “ຕອນນີ້​ມັນ​ເຖິງ​ເວ​ລາ​ແລ້ວ ສຳລັບ​ທຸກໆ​ປະ​ເທດ​ທີ່​ຈະ​ເລືອກ​ເອົາ​​ຝ່າຍ​ໃດ​ຝ່າຍ​ນຶ່ງ.
ທ່ານ ພອມ​ພຽວ ໄດ້​ກ່າວ​ຕໍ່​ສະ​ພາ​ຄວາມ​ໝັ້ນ​ຄົງ​ອົງ​ການສະ​ຫະ​ປະ​ຊາ​ຊາດ ຕອນ​ເຊົ້າ​ຂອ​ງວັນ​ເສົາ​ວານນີ້​ວ່າ “ຕອນນີ້​ມັນ​ເຖິງ​ເວ​ລາ​ແລ້ວ ສຳລັບ​ທຸກໆ​ປະ​ເທດ​ທີ່​ຈະ​ເລືອກ​ເອົາ​​ຝ່າຍ​ໃດ​ຝ່າຍ​ນຶ່ງ.

ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ສະ​ຫະ​ລັດ ທ່ານ ໄມ​ຄ໌ ພອມ​ພຽວ ໄດ້​ຮຽກ​ຮ້ອງ​ປະ​ຊາ​
ຄົມ​ນາໆ​ຊາດ ໃຫ້​ຊ່ວຍ​ເຫຼືອ​ປະ​ຊາ​ຊົນ ເວ​ເນ​ຊູ​ເອ​ລາ ແລະ ຮັບ​ຮູ້​ຜູ້​ນຳ ຝ່າຍ​ຄ້ານ​ຂອງ
​ລັດ​ຖະ​ບານ​ປັດ​ຈຸ​ບັນ ທ່ານ ຮວນ ກົວ​ອີ​ໂດ ໃນ​ຂະ​ນະ​ທີ່​ທ່ານ​ໄດ້​ລຸກ​ຂຶ້ນ​ເພື່ອ​ໂຕ້​ແຍ້ງ
​ກັບ​ປະ​ທາ​ນາ​ທິ​ບໍ​ດີ ນິ​ໂຄ​ລັ​ສ ມາ​ດູ​ໂຣ.

ທ່ານ ພອມ​ພຽວ ໄດ້​ກ່າວ​ຕໍ່​ສະ​ພາ​ຄວາມ​ໝັ້ນ​ຄົງ​ອົງ​ການສະ​ຫະ​ປະ​ຊາ​ຊາດ ໃນ​ລະ​
ຫວ່າງກອງ​ປະ​ຊຸມ​ໃນ​ຕອນ​ເຊົ້າ​ຂອ​ງວັນ​ເສົາ​ວານນີ້​ວ່າ “ຕອນນີ້​ມັນ​ເຖິງ​ເວ​ລາ​ແລ້ວ ສຳ
​ລັບ​ທຸກໆ​ປະ​ເທດ​ທີ່​ຈະ​ເລືອກ​ເອົາຝ່າຍ​ໃດ​ຝ່າຍ​ນຶ່ງ. ຈະ​ບໍ່​ມີ​ການ​ເລື່ອນ​ເວ​ລາ​ອີກ​ຕໍ່​ໄປ,
ບໍ່​ມີ​ການ​ລິ້ນ​ເກມ​ອີກ​ຕໍ່​ໄປ. ບໍ່​ວ່າ​ທ່ານ​ຈະ​ຢືນ​ຢູ່​ຄຽງ​ຂ້າງ​ກັບ​ກອງ​ກຳ​ລັງ​ແຫ່ງ​ເສ​ລີ​ພາບ
ຫຼື ທ່ານ​ຈະ​ຢູ່​ໃນ​ສຳ​ພັນ​ທະ​ມິດ​ກັບ​ທ່ານ ມາ​ດູ​ໂຣ ແລະ ອາ​ຊະ​ຍາ​ກຳ​ທີ່​ໂຫດ​ຮ້າຍ​
ຂອງ​ລາວ.”

ລັດ​ຖະ​ບານ ຢູ​ໂຣບ ຫຼາຍ​ປະ​ເທດ, ລວມ​ມີ ​ອັງ​ກິດ, ສ​ເປນ, ເຢຍ​ຣະ​ມັນ ແລະ ຝ​ຣັ່ງ,
ໄດ້​ກ່າວ​ໃນ​ວັນ​ເສົາ​ວານນີ້​ວ່າ ເຂົາ​ເຈົ້າ​ຈະ​ຮັບ​ຮູ້​ທ່ານ ກົວ​ອີ​ໂດ ອາ​ຍຸ 35 ປີ​ນັ້ນ​ເປັນ
​ປະ​ທາ​ນາ​ທິ​ບໍ​ດີ, ຖ້າບໍ່​ມີ​ການ​ຈັດ​ການ​ເລືອກ​ຕັ້ງ​ພາຍ​ໃນ 8 ມື້.

ບັນ​ດາ​ຜູ້​ສະ​ໜັບ​ສະ​ໜູນ ຜູ້​ນຳ​ຝ່າຍ​ຄ້ານ ທ່ານ​ຮວນ ແກ​ໂດ ແລະ ພວກ​ນັກ​ຂ່າວ​ພາ​ກັນຢືນ​ອ້ອມ​ທ່ານ ທີ່​ນະ​ຄອນ​ກາ​ຣາ​ກັ​ສ ເວ​ເນ​ຊູ​ເອ​ລາ ວັນ​ສຸກ ວັນ​ທີ 25 ມັງ​ກອນ 2019.
ບັນ​ດາ​ຜູ້​ສະ​ໜັບ​ສະ​ໜູນ ຜູ້​ນຳ​ຝ່າຍ​ຄ້ານ ທ່ານ​ຮວນ ແກ​ໂດ ແລະ ພວກ​ນັກ​ຂ່າວ​ພາ​ກັນຢືນ​ອ້ອມ​ທ່ານ ທີ່​ນະ​ຄອນ​ກາ​ຣາ​ກັ​ສ ເວ​ເນ​ຊູ​ເອ​ລາ ວັນ​ສຸກ ວັນ​ທີ 25 ມັງ​ກອນ 2019.

ສະ​ຫະ​ລັດ ໄດ້​ຂໍ​ຈັດ​ກອງ​ປະ​ຊຸມ​ສະ​ພາ​ຄວາມ​ໝັ້ນ​ຄົງ. ທ່ານ ພອມ​ພຽວ ໄດ້ເຂົ້າ​ຮ່ວມ
ກອງ​ປະ​ຊຸມ​ພ້ອມ​ກັບ​ທູດ​ພິ​ເສດ​ທີ່​ຮັບ​ຜິດ​ຊອບ​ກ່ຽວ​ກັບ ເວ​ເນ​ຊູ​ເອ​ລາ ທີ່​ຫາ​ກໍ່​ຖືກ​ແຕ່ງ
​ຕັ້ງ​ໃໝ່, ທ່ານ ແອ​ລ​ລຽດ​ ເອ​ແບ​ຣມ​ສ໌.

ລັດ​ຖະ​ມົນ​ຕີ​ຕ່າງ​ປະ​ເທດ​ເວ​ເນ​ຊູ​ເອ​ລາ ທ່ານ​ຈອດ ອາ​ຣ​ຣິ​ຊາ ກ່າວ​ຢູ່ ກອງ​ປະ​ຊຸມ​ຄວາມ​ໝັ້ນ​ຄົງ​ສະ​ຫະ​ປະ​ຊາ​ຊາດ ວັນ​ທີ 26 ມັງ​ກອນ2019.
ລັດ​ຖະ​ມົນ​ຕີ​ຕ່າງ​ປະ​ເທດ​ເວ​ເນ​ຊູ​ເອ​ລາ ທ່ານ​ຈອດ ອາ​ຣ​ຣິ​ຊາ ກ່າວ​ຢູ່ ກອງ​ປະ​ຊຸມ​ຄວາມ​ໝັ້ນ​ຄົງ​ສະ​ຫະ​ປະ​ຊາ​ຊາດ ວັນ​ທີ 26 ມັງ​ກອນ2019.

ທ່ານ ພອມ​ພຽວ ໄດ້​ເອີ້ນ​ລະ​ບອບ​ການ​ປົກ​ຄອງ​ຂອງ​ທ່ານ​ ມາ​ດູ​ໂຣ​ ວ່າ “ລັດ​ມາ​ເຟຍ​
ຜິດ​ກົດ​ໝາຍ” ແລະ ໄດ້​ກ່າວ​ປະ​ນາມ​ປະ​ເທດ​ຕ່າງໆ​ລວມ​ມີ ຣັດ​ເຊຍ, ຈີນ, ອີ​ຣ່ານ ແລະ
ຄິວ​ບາ ສຳ​ລັບ​ການ​ສະ​ໜັບ​ສະ​ໜູນ​ລາວ.​

ທູດ​ພິ​ເສດ ຣັດ​ເຊຍ ທ່ານ ວ​າ​ສ​ຊິ​ລີ ເນ​ເບັນ​ເຊຍ ໄດ້​ຕອບ​ໂຕ້​ຄືນ​ວ່າ​ການ​ປ່ຽບ​ແປງ​ລະ
​ບອບ​ການ​ປົກ​ຄອງ “ແມ່ນ​ເກມ​ພູມ​ສາດ​ການ​ເມືອງ​ທີ່ ສະ​ຫະ​ລັດ ມັກ,” ແລະ ໄດ້​ຖາ​ມ​
ທ່ານ ພອມ​ພຽງ ໂດຍ​ກົງ​ວ່າ ລັດ​ຖະ​ບານ​ທ່ານ ທ​ຣຳ ມີ​ແຜນ​ທີ່​ຈະ​ໃຊ້​ກຳ​ລັງ​ທະ​ຫານ​
ແຊກ​ແຊງ​ເຂົ້າ​ໃນ​ ເວ​ເນ​ຊູ​ເອ​ລາ ຫຼືບໍ່.

ອ່ານ​ຂ່າວ​ນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG