ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ ພອມພຽວ ເດີນທາງແວ່ ຊາອຸດີ ອາເຣເບຍ ປະເທດທຳອິດ ໃນຕາເວັນອອກກາງ

ລັດຖະມົນຕີວ່າການຕ່າງປະເທດ ທ່ານ ໄມ ພອມພຽວ (Mike Pompeo) ຈັບມືກັບ ຄູ່ຕຳແໜ່ງຂອງທ່ານ ຈາກຊາອຸດີ ອາເຣເບຍ ທ່ານ ອາແດລ ອາລ-ຈູແບຣ ໃນລະຫວ່າງ ກອງປະຊຸມຖະແຫລງຂ່າວ ໃນນຄອນ ຣີຢາດ ຂອງຊາອຸດີ ອາຣາເບຍ, ວັນທີ 29 ເມສາ 2018.

ລຸນຫຼັງການໄປເລີ່ມຕົ້ນພາລະກິດ ດ້ານການທູດເທື່ອທຳອິດຂອງທ່ານ ຢູ່ນະຄອນຫຼວງ
ບຣັສເຊີລສ໌ ທີ່ກອງປະຊຸມ ຂັ້ນລັດຖະມົນຕີວ່າການຕ່າງປະເທດຂອງອົງການ ເນໂຕ
ແລ້ວ ທ່ານ ໄມກ໌ ພອມພຽວ ລັດຖະມົນຕີວ່າການຕ່າງປະເທດຄົນໃໝ່ຂອງ ສະຫະລັດ
ກໍໄດ້ໄປເຖິງ ຊາວດີ ອາເຣເບຍ ໃນວັນເສົາວານນີ້ ອັນເປັນບ່ອນຢຸດແວ່ ແຫ່ງທຳອິດ
ໃນການຢ້ຽມຢາມພາກຕາເວັນອອກກາງ.

ທ່ານ ໄບຣແອນ ຮຸກ ທີ່ປຶກສາອາວຸໂສດ້ານນະໂຍບາຍຂອງທ່ານ ພອມພຽວ ຊຶ່ງຕິດ
ຕາມທ່ານໄປ ໄດ້ຮຽກຮ້ອງໃຫ້ພັນທະມິດ ຢູໂຣບ ແລະພວກອື່ນໆ ໃຫ້ນຳໃຊ້ການລົງ
ໂທດ ຕໍ່ອີຣ່ານ ເພື່ອສ້າງຄວາມອ່ອນແອ ໃຫ້ແກ່ໂຄງການນິວເຄຼຍ ຂອງອີ່ຣ່ານລົງ.

ລັດຖະມົນຕີວ່າການຕ່າງປະເທດຄົນໃໝ່ຂອງ ສະຫະລັດ ທ່ານ ໄມກ໌ ພອມພຽວ (Mike Pompeo) ຊ້າຍ, ຄອຍຖ້າ ເພື່ອເລີ່ມຕົ້ນ ກອງປະຊູມ ສະພາແອັດແລນຕິກເໜືອ ຢູ່ທີ່ ສຳນັກງານໃຫຍ່ ຂອງອົງການເນໂຕ້ NATO ໃນນະຄອນຫຼວງ ບຣັສໂຊລສ໌, ວັນທີ 27 ເມສາ 2018.

ທ່ານ ຮຸກ ໄດ້ບອກພວກນັກຂ່າວຢູ່ນະຄອນຫຼວງ ຣີອາດ ວ່າ “ພວກເຮົາໄດ້ຊຸກຍູ້
ໃຫ້ພວກປະເທດຕ່າງໆ ຢູ່ທົ່ວໂລກ ໃຫ້ລົງໂທດທຸກໆຄົນແລະບໍລິສັດ ທີ່ມີສ່ວນ
ພົວພັນ ກັບໂຄງການນິວເຄລຍຂອງອີຣ່ານ ທັງມັນກໍໄດ້ເປັນຫົວຂໍ້ໃຫຍ່ ຢູ່ໃນ
ກອງປະຊຸມກັບພວກປະເທດຢູໂຣບທັງຫຼາຍນຳ.”

ການເດີນທາງສາມວັນ ຊຶ່ງໃນລະຫວ່າງນັ້ນ ກໍມີການຄາດໝາຍວ່າ ທ່ານຈະກ່າວຕໍ່
ພັນທະມິດ ທັງຫາຍ ກ່ຽວກັບນະໂຍບາຍຂອງຣັດບານຕໍ່ອີຣ່ານ ທັງຍັງຈະຢຸດແວ່
ອິສຣາແອລ ແລະ ຈໍແດນນຳ.

ໃນວັນສຸກຜ່ານມາ ທ່ານ ພອມພຽວໄດ້ກ່າວວ່າ ບໍ່ໄດ້ມີການຕັດສິນໃຈໃດໆ ກ່ຽວກັບ
ວ່າ ປະທານາທິບໍດີ ດໍໂນລ ທຣຳຈະເຮັດແນວໃດ ວ່າ ຈະຖອນຂໍ້ຕົກລົງເລື່ອງນິວເຄຼຍ
ກັບອີຣ່ານ ຫຼືບໍ່ ໂດຍເວົ້າຕື່ມວ່າ ການເຈລະຈາຍັງດຳເນີນໄປຢູ່.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG