ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

ທ່ານພອມພຽວ ພົບປະກັບ ທ່ານກິມ ຢົງ​ ໂຊລ ເພື່ອວາງແຜນ ກອງປະຊຸມສຸ​ດຍອດ


​​​​​​​​​​​​​​​​​​ລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານໄມຄ໌ ພອມພຽວ ກຳລັງໄປຮອດສະຖານທີ່ຮັບປະທານອາຫານຄ່ຳ ກັບເຈົ້າໜ້າ
ທີ່ເກົາຫຼີເໜືອ ທ່ານກິມ ຢົງ​ ໂຊລ, ວັນທີ 30 ພຶດສະພາ 2018, ທີ່ນະຄອນນິວຢອກ.
​​​​​​​​​​​​​​​​​​ລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານໄມຄ໌ ພອມພຽວ ກຳລັງໄປຮອດສະຖານທີ່ຮັບປະທານອາຫານຄ່ຳ ກັບເຈົ້າໜ້າ ທີ່ເກົາຫຼີເໜືອ ທ່ານກິມ ຢົງ​ ໂຊລ, ວັນທີ 30 ພຶດສະພາ 2018, ທີ່ນະຄອນນິວຢອກ.

ລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານໄມຄ໌ ພອມພຽວ ໄດ້ກ່າວວ່າ “ການຮັບ
ປະທານອາຫານຄ່ຳທີ່ເຮັດວຽກໄປນຳນັ້ນ ແມ່ນເປັນໄປດ້ວຍດີ”
ກັບທ່ານກິມ ຢົງ​ ໂຊລ, ມືຂວາຂອງຜູ້ນຳ​ເກົາຫຼີ​ເໜືອ ກິມ ຈົງ​ ອຶນ ກ່ອນໜ້າການໂອ້ລົມສົນທະນາກັນຕື່ມ ໃນວັນພະຫັດມື້ນີ້ ກ່ຽວກັບຄວາມເປັນໄປ ໄດ້ໃນການ​ພົບ​ປະສຸ​ດຍອດ ໃນເດືອນໜ້ານີ້ ລະຫວ່າງທ່ານ ກິມ ກັບປະທານາທິບໍດີ​ສະຫະລັດ ທ່ານ​ດໍ​ໂນລ ທຣຳ.

ທ່ານພອມພຽວ ໄດ້ນຳພາບຂອງແລງວັນພຸດວານນີ້ ລົງໃນທວິດເຕີ ທີ່ສະແດງໃຫ້ເຫັນ
ວ່າ ທ່ານໄດ້ຈັບມືກັບທ່ານກິມ ຢົງ​ ໂຊລ ແລະອີກພາບນຶ່ງ ກໍແມ່ນພວກຜູ້ຊາຍນັ່ງຢູ່ໃນ
ໂຕະ ໃກ້ໆກັບສຳນັກງານໃຫຍ່ອົງການສະຫະປະຊາຊາດ ທີ່ນະ ຄອນນິວຢອກ.
ທ່ານໄດ້ກ່າວວ່າ ລາຍການອາຫານຄ່ຳແມ່ນມີທັງຊີ້ນສເຕັກ, ໝາກສາລີແລະເນີຍແຂງ.

ທ່ານກິມ ຢົງ​ ໂຊລ ແມ່ນ​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ຂອງ​ເກົາຫຼີ​ເໜືອ ທີ່ໄດ້ມາຢ້ຽມ ຢາມສະຫະລັດ
ໃນຮອບ 18 ປີ.

ທັງທ່ານ ກິມ ແລະທ່ານ ພອມພຽວ ແມ່ນບໍ່ໄດ້ໂອ້ລົມກັບພວກນັກຂ່າວແຕ່ຢ່າງໃດ
ໃນຂະນະທີ່ ພວກທ່ານເຂົ້າໄປຍັງສະຖານທີ່ຮັບປະທານອາຫານແບບປະຊຸມໄປ
ພ້ອມນັ້ນ. ທຳນຽບຂາວກ່າວວ່າ ພວກທ່ານມີໝາຍກຳໜົດທີ່ຈະໂອ້ລົມສົນທະນາກັນ
ໝົດມື້ເລີຍ ໃນວັນພະຫັດມື້ນີ້.

ທ່ານກິມ ຢົງ​ ໂຊລ (ກາງ) ຮອງປະທານຄະນະກຳມະການສູນກາງ ທີ່ມີອິດທິພົນ ແລະເປັນພັນທະມິດທີ່ໃກ້ຊິດ ກັບຜູ້ນຳເກົາຫຼີເໜືອນຳ ກິມ ຈົງ ອຶນ. ທ່ານໄປຮອດໄປເຖິງສະຖານທີ່ ຮັບປະທານອາຫານຄ່ຳກັບ ທ່ານໄມຄ໌ ພອມພຽວ ລັດຖະມົນຕີການຕ່າງປະເທດ ສະຫະລັດ ທີ່ນິວຢອກ, 30 ພຶດສະພາ 2018.
ທ່ານກິມ ຢົງ​ ໂຊລ (ກາງ) ຮອງປະທານຄະນະກຳມະການສູນກາງ ທີ່ມີອິດທິພົນ ແລະເປັນພັນທະມິດທີ່ໃກ້ຊິດ ກັບຜູ້ນຳເກົາຫຼີເໜືອນຳ ກິມ ຈົງ ອຶນ. ທ່ານໄປຮອດໄປເຖິງສະຖານທີ່ ຮັບປະທານອາຫານຄ່ຳກັບ ທ່ານໄມຄ໌ ພອມພຽວ ລັດຖະມົນຕີການຕ່າງປະເທດ ສະຫະລັດ ທີ່ນິວຢອກ, 30 ພຶດສະພາ 2018.

“ແມ່ນຕັ້ງໜ້າທີ່ຈະພົບກັບທ່ານກິມ ຢົງ​ ໂຊລ ໃນນະຄອນນິວຢອກ ເພື່ອປຶກສາ
ຫາລືກັນ ກ່ຽວກັບການ​ພົບ​ປະສຸ​ດຍອດ ທີ່ອາດເກີດຂຶ້ນໄດ້ລະຫວ່າງປະທານາ
ທິບໍດີສະຫະລັດ ກັບທ່ານກິມ,”
ນັ້ນຄືຄຳເວົ້າທີ່ທ່ານ ພອມພຽວ ໄດ້ຂຽນລົງໃນທວິດເຕີ ເມື່ອເຊົ້າວັນພຸດວານນີ້ແລະທ່ານຍັງໄດ້ກ່າວຕໍ່ໄປວ່າ“ພວກເຮົາມີຄວາມໝັ້ນໝາຍ
ເພື່ອໃຫ້ແຫຼມເກົາຫຼີເປັນເຂດປອດອາວຸດນິວເຄລຍ ຢ່າງສຳເລັດຜົນ, ມີການກວດ
ພິສູດ, ແລະຕ່າວປີ້ນ ບໍ່ໄດ້.”

ມີການໂອ້ລົມສົນທະນາອີກຕ່າງຫາກ ຢູ່ທີ່ບ້ານປັນມຸນຈອມ ແລະສິງກະໂປ.

ແຕ່ທຳນຽບຂາວກ່າວວ່າ ການໂອ້ລົມສົນທະນາ ກ່ຽວກັບ “ການເຮັດໃຫ້ແຫຼມເກົາຫຼີ
ເປັນເຂດປອດນິວເຄລຍໂດຍສິ້ນເຊີງ”
ນັ້ນ ແມ່ນບໍ່ໄດ້ກວມເອົາລະບົບອາວຸດຂອງ
ສະຫະລັດ ຊຶ່ງເປັນເຄື່ອງຄຸ້ມກັນໃຫ້ແກ່ເກົາຫຼີໃຕ້ ທີ່ຮວມທັງ ເຮືອດຳນ້ຳຕິດອາວຸດ
ນິວເຄລຍ ແລະເຮືອບິນຖິ້ມລະເບີດຍຸດທະສາດ ທີ່ສາມາດນຳເອົາລະເບີດນິວເຄລຍ
ໄປຖິ້ມໃສ່ ແຕ່ບໍ່ໄດ້ມີຖານທັບຢູ່ໃນແຫຼມເກົາຫຼີນັ້ນ.

ເກົາຫຼີເໜືອ ແມ່ນກະກັນວ່າ ມີລະເບີດນິວເຄລຍ ສິບກວ່າໜ່ວຍ.

ທ່ານກິມ ຢົງ​ ໂຊລ ຮອງປະທານຄະນະກຳມະການສູນກາງ ທີ່ມີອິດທິພົນ ທັງເປັນອະດີດ
ຫົວໜ້າສືບລັບຂອງເກົາຫຼີເໜືອນຳ. ທ່ານແລະທ່ານພອມພຽວ ແມ່ນໄດ້ພົບປະກັນມາ
ແລ້ວ ສອງຄັ້ງທີ່ພຽງຢາງ.

ກະຊວງການຕ່າງປະເທດ ກ່າວວ່າ ທ່ານພອມພຽວ ຈະຢູ່ທີ່ນະຄອນນິວຢອກ ຈົນເຖິງ
ວັນພະຫັດມື້ນີ້.

ອ່ານ​ຂ່າວ​ນີ້​ເພີ່ມຕື່ມ​ເປັນ​ພາສາ​ອັງກິດ

ປະທານາທິບໍດີສະຫະລັດ ທ່ານດໍໂນລ ທຣຳ ແລະ ຜູ້ນຳເກົາຫຼີເໜືອ ກິມ ຈົງ ອຶນ.
ປະທານາທິບໍດີສະຫະລັດ ທ່ານດໍໂນລ ທຣຳ ແລະ ຜູ້ນຳເກົາຫຼີເໜືອ ກິມ ຈົງ ອຶນ.

XS
SM
MD
LG