ສະຫະລັດບໍ່ໄດ້ມີເຈດຕະນາ ທີ່ຈະອະນຸຍາດໃຫ້ຣັດເຊຍ ທໍາການສອບປາກຄໍາ ທ່ານໄມ
ໂຄລ ແມັກຟອລ (Michael McFaul) ອະດີດເອກອັກຄະລັດຖະທູດ ຂອງວໍຊິງຕັນປະຈໍາ
ນະຄອນຫລວງມົສກູ ແລະມີການຕໍາໜິທ່ານວລາດິເມຍ ປູຕິນ, ປະທານາທິບໍດີຣັດເຊຍ
ຢ່າງໜັກ ກ່ຽວກັບເລື້ອງນີ້, ອີງຕາມຄໍາເວົ້າຂອງທ່ານໄມຄ໌ ພອມພຽວ, ລັດຖະມົນຕີກະ
ຊວງການຕ່າງປະເທດສະຫະລັດ, ທີ່ກ່າວຕໍ່ວີໂອເອ ໃນວັນພະຫັດວານນີ້.
ຫົວໜ້າດ້ານການທູດທ່ານນີ້ ກ່າວຢູ່ໃນການໃຫ້ສໍາພາດທີ່ກະຊວງການຕ່າງປະເທດ ວ່າ
"ມັນຈະບໍ່ເກີດຂຶ້ນດອກ."
ທ່ານພອມພຽວເວົ້າວ່າ ທ່ານປູຕິນ "ໄດ້ສະເໜີກ່ຽວກັບເລື້ອງຕ່າງໆຫລາຍຢ່າງໃນໄລຍະທີ່
ມີການສົນທະນາກັນ" ໃນວັນຈັນຜ່ານມາ ຢູ່ໃນກອງປະຊຸມສຸດຍອດຂອງທ່ານ ກັບປະທາ
ນາທິບໍດີ ດໍໂນລທຣໍາ ຂອງສະຫະລັດ ຢູ່ນະຄອນແຮລ ຊິງກີ, ປະເທດຟິນແລນ. ທ່ານ ພອມ
ພຽວກ່າວຕໍ່ວີໂອເອອີກວ່າ "ໄດ້ມີການສະເໜີ, ການໃຫ້ຄໍາເຫັນ, ໃຫ້ຄວາມຄິດຂອງທ່ານ
ປູຕິນ ກ່ຽວກັບຄໍາຮ້ອງຂໍນີ້. ປະທານາທິບໍດີທຣໍາ ຄິດໄວ້ຢູ່ໃນໃຈຢ່າງແນ່ນອນຢູ່ແລ້ວວ່າ
ພວກເຮົາຈະບໍ່ບັງຄັບໃຫ້ຊາວອາເມຣິກັນໄປຣັດເຊຍເພື່ອໃຫ້ຄົນຣັດເຊຍສອບປາກຄໍາດອກ."
ເບິ່ງວີດິໂອກ່ຽວກັບຂ່າວນີ້ເພີ້ມ
ຜູ້ນໍາຣັດເຊຍໄດ້ສະເໜີຕໍ່ສະຫະລັດວ່າ ຈະອະນຸຍາດໃຫ້ພວກນັກສອບສວນຂອງໄອຍະ
ການພິເສດ, ທ່ານ ໂຣເບີດ ມອລເລີ, ບິນໄປຍັງມົສກູເພື່ອສໍາພາດ ພວກເຈົ້າໜ້າທີ່ທະ
ຫານສືບລັບ 12 ຄົນ ທີ່ຖືກກ່າວຫາວ່າ ມີສ່ວນພົວພັນການ ການລັກເຈາະຂໍ້ມູນໃນຄອມ
ພີວເຕີຂອງພວກສັງກັດພັກເດໂມແຄຣັດ ທີ່ດໍາເນີນງານເພື່ອເອົາຊະນະທ່ານທຣໍາ ຢູ່ໃນ
ການເລືອກຕັ້ງໃນປີ 2016 ນັ້ນ ເພື່ອເປັນການແລກປ່ຽນກັນກັບການໃຫ້ຣັດເຊຍສໍາພາດ
ທ່ານແມັກຟອລ ທ່ານບີລ ບຣາວ ເດີ (Bill Browder), ນັກທຸລະກິດຊາວອາເມຣິກັນ ທີ່
ເກີດຢູ່ອັງກິດ ທີ່ພະຍາຍາມເຮັດໃຫ້ນິຕະກໍາໄດ້ຮັບການຮັບຮອງຢູ່ໃນສະຫະລັດ ແລະຢູ່
ບ່ອນອື່ນ ເພື່ອໃຫ້ມີການລົງໂທດຕໍ່ຣັດເຊຍ ໃນເລື້ອງການລະເມີດສິດທິມະນຸດ ແລະສໍາ
ພາດຊາວອາເມຣິກັນຄົນອື່ນໆອີກ.
ທ່ານບຣາວເດີ ໄດ້ຖືກຕັດສິນລັບຫລັງວ່າ ໄດ້ສໍ້ກົງດ້ານພາສີຢູ່ໃນຣັດເຊຍ ແລະທ່ານ
ປູຕິນກ່າວຫາແບບບໍ່ມີຫລັກຖານໃດວ່າ ທ່ານບຣາວເດີ ໄດ້ຟອກເງິນຈໍານວນ 400 ລ້ານ
ໂດລາ ອອກຈາກຣັດເຊຍແລະເອົາໃຫ້ແກ່ ທ່ານນາງຮີວລາຣີ ຄລິນຕັນ (Hillary Clinton)
ຈາກພັກເດໂມແຄຣັດ, ຄູ່ແຂ່ງຂອງທ່ານທຣໍາໃນປີ 2016. ແຕ່ວ່າບໍ່ມີການເອົາເງິນບໍລິ
ຈາກທາງການເມືອງ ແບບນັ້ນເກີດຂຶ້ນເລີຍ.
ທ່ານແມັກຟອລ ທີ່ໄດ້ຮັບໃຊ້ຊາດໃນນາມເປັນເອກອັກຄະລັດຖະທູດສະຫະລັດ ປະຈໍາ
ມົສກູແຕ່ປີ2012 ຫາ 2014 ຢູ່ໃນໄລຍະປົກຄອງ ຂອງລັດຖະບານອະດີດທ່ານປະທານາ
ທິບໍດີ ບາຣັກ ໂອບາມາ ຂຽນລົງໃນທວີດເທີວ່າ "ຂ້າພະເຈົ້າຫວັງວ່າ ທໍານຽບຂາວ ດັດແກ້
ບົດບັນທຶກ ແລະປະນາມຢ່າງເດັດຂາດຕໍ່ຄໍາຮ້ອງ ທີ່ໜ້າຢາກຫົວນີ້ ຈາກທ່ານປູຕິນ. ການ
ພາດທີ່ຈະເຮັດເຊັ່ນນັ້ນ ຈະເຮັດໃຫ້ການກ່າວຫາ ຂອງສະຫະລັດທີ່ຖືກຕ້ອງຊອບທໍາ ຕໍ່
ພວກເຈົ້າໜ້າທີ່ສືບລັບຂອງຣັດເຊຍກັບເລື້ອງຜີບ້າ, ເສກສັນປັ້ນແຕ່ງຂັ້ນຢ່າງສິ້ນເຊີງຂອງ
ປູຕິນນັ້ນ ມີຄວາມຖືກຕ້ອງເທົ່າກັນ."
ໃນວັນພຸດຜ່ານມາມີຄວາມເວົ້າບໍ່ກົງກັນຢູ່ພາຍໃນວົງການລັດຖະບານຂອງທ່ານທຣໍາ
ກ່ຽວກັບການສໍາພາດ ທີ່ອາດເກີດຂຶ້ນໄດ້ຂອງຣັດເຊຍຕໍ່ທ່ານ ແມັກຟອລ.
ເບິ່ງວີດິໂອກ່ຽວກັບຂ່າວນີ້ເພີ້ມ