ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລມຕ ພອມພຽວ ເຈລະຈາ ກັບເຈົ້າໜ້າທີ່ ອະວຸໂສ ເກົາຫຼີເໜືອ ຢູ່ ພຽງຢາງ


ລັດຖະມົນຕີ ການຕ່າງປະເທດ ສະຫະລັດ ທ່ານພອມພຽວ, ຜູ້ທີສອງຈາກຂວາ, ທັກທາຍກັບ ຫົວໜ້າອຳນວຍການ ກົມແນວໂຮມ ຂອງເກົາຫຼີເໜືອ, ທ່ານກິມ ຢົງ ໂຊລ ໃນຂະນະທີ່ ທ່ານທັງສອງ ເດີນທາງໄປຮອດກອງປະຊຸມ ຢູ່ທີ່ ບ້ານພັກ ພາກ ວາ ເພື່ອຕ້ອນຮັບແຂກຕ່າງປະເທດ (Park Hwa Guest House) ໃນນະຄອນຫຼວງ ພຽງຢາງ ຂອງເກົາຫຼີເໜືອ, ວັນທີ 6 ກໍລະກົດ 2018.
ລັດຖະມົນຕີ ການຕ່າງປະເທດ ສະຫະລັດ ທ່ານພອມພຽວ, ຜູ້ທີສອງຈາກຂວາ, ທັກທາຍກັບ ຫົວໜ້າອຳນວຍການ ກົມແນວໂຮມ ຂອງເກົາຫຼີເໜືອ, ທ່ານກິມ ຢົງ ໂຊລ ໃນຂະນະທີ່ ທ່ານທັງສອງ ເດີນທາງໄປຮອດກອງປະຊຸມ ຢູ່ທີ່ ບ້ານພັກ ພາກ ວາ ເພື່ອຕ້ອນຮັບແຂກຕ່າງປະເທດ (Park Hwa Guest House) ໃນນະຄອນຫຼວງ ພຽງຢາງ ຂອງເກົາຫຼີເໜືອ, ວັນທີ 6 ກໍລະກົດ 2018.

ລັດຖະມົນຕີ ການຕ່າງປະເທດ ສະຫະລັດ ທ່ານໄມຄ໌ ພອມພຽວ ໄດ້ສະຫລຸບການ
ເຈລະຈາ ໃນວັນທີສອງ ກັບບັນດາເຈົ້າໜ້າທີ່ຂອງເກົາຫຼີເໜືອ ຢູ່ທີ່ນະຄອນຫຼວງ
ພຽງຢາງ ກ່ຽວກັບການຍຸຕິໂຄງການອາວຸດນິວເຄລຍຂອງເກົາຫຼີເໜືອ ນັ້ນ.

ທ່ານພອມພຽວ ໄດ້ເລີ້ມຕົ້ນ ວັນເສົາມື້ນີ້ ດ້ວຍການໂທລະສັບໄປຫາປະທານາທິບໍດີ
ສະຫະລັດ ທ່ານດໍໂນລ ທຣຳ ກ່ອນໜ້າກອງປະຊຸມ ກັບເຈົ້າໜ້າທີ່ອາວຸໂສ ຂອງພັກ
ລັດຖະບານທີ່ປົກຄອງປະເທດ ແລະອະດີດຫົວໜ້າສືບລັບຂອງເກົາຫຼີເໜືອ ທ່ານ
ກິມ ຢົງ ໂຊລ.

ໃນຂະນະທີ່ທັງສອງທ່ານ ພົບພໍ້ກັນ ກ່ອນທີ່ຈະເຂົ້າເຈລະຈາ ຢູ່ນັ້ນ ທ່ານໂຊລ ໄດ້ຖາມ
ທ່ານພອມພຽວ ວ່າ ທ່ານນອນຫລັບດີຢູ່ບໍ່ ໃນການພັກເຊົາຄ້າງຄືນ ຢູ່ໃນປະເທດຂອງ
ທ່ານ. ທ່ານພອມພຽວ ກໍໄດ້ຢືນຢັນວ່າ ທ່ານນອນຫລັບດີ ແລະ ທັງສອງທ່ານ ກໍໄດ້
ໂອລົມກັນໜ້ອຍນຶ່ງ ກ່ອນທີີ່ບັນດານັກຂ່າວ ຈະຖືກຂໍຮ້ອງ ໃຫ້ອອກໄປຈາກຫ້ອງປະຊຸມ.

ທ່ານພອມພຽວໄດ້ກ່າວວ່າ “ປະທານາທິບໍດີ ທຣຳ ໝັ້ນໝາຍທີ່ຈະຊ່ອຍໃຫ້ເກົາຫຼີເໜືອ ມີອະນາຄົນອັນສົດໃສ ກວ່າເກົ່າ.”

ຍັງບໍ່ທັນ ເປັນທີ່ຮູ້ກັນເທື່ອວ່າ ທ່ານພອມພຽວ ຈະພົບປະກັບ ຜູ້ນຳເກົາຫຼີເໜືອ ທ່ານ
ກິມ ຈົງ ອຶນ ໃນວັນເສົາມື້ນີ້ຫຼືບໍ່ ດັ່ງທີ່ທ່ານໄດ້ເຄີຍເຮັດມາແລ້ວ ໃນການຢ້ຽມຢາມ
ຄັ້ງກ່ອນໆນັ້ນ.

ຄັ້ງນີ້ ເປັນການຢ້ຽມຢາມເກົາຫຼີເໜືອ ເທື່ອທີສາມໃນປີນີ້ ຂອງທ່ານພອມພຽວ ແລະ
ເປັນເທື່ອທຳອິດທີ່ທ່ານໄດ້ນອນຄ້າງຄືນ. ມັນກໍເປັນການຢ້ຽມຢາມ ຄັ້ງທຳອິດ ນັບແຕ່
ປະທານາທິບໍດີ ທຣຳ ໄດ້ພົບປະກັບທ່ານກິມ ຢູ່ທີ່ກອງປະຊຸມສຸດຍອດ ໃນປະເທດ
ສິງກະໂປ ເມື່ອເດືອນແລ້ວນີ້.

ຫົວໜ້ານັກການທູດຂອງສະຫະລັດ ໄດ້ຖືກມອບໝາຍ ໃຫ້ກຳກັບນຳ ຄຳໝັ້ນສັນຍາ ຂອງທ່ານກິມ ຢູ່ທີ່ກອງປະຊຸມສຸດຍອດ ທີ່ຈະປົດອາວຸດນິວເຄລຍຈາກແຫຼມເກົາຫຼີ.

ໃນສັນຍາຢູ່ທີ່ສິງກະໂປ ນັ້ນ ທ່ານກິມໄດ້ຕົກລົງທີ່ຈະ“ປົດອາວຸດນິວເຄລຍຢ່າງ
ຄົບຖ້ວນ”
ຈາກແຫຼມເກົາຫຼີ ແຕ່ບໍ່ໄດ້ໃຫ້ລາຍລະອຽດໃດໆຂອງວິທີການ ແລະ ໃນ
ເວລາໃດ ທີ່ມັນອາດຈະເກີດຂຶ້ນໄດ້. ທ່ານພອມພຽວ ຫວັງທີ່ຈະກົດດັນ ໃຫ້ເກົາຫຼີເໜືອ
ດຳເນີນການໄປສູ່ ການກຳນົດຕາຕະລາງເວລາ ເພື່ອການຍຸຕິໂຄງ ການນິວເຄລຍ
ແລະ ໃຫ້ນຳສະເໜີລາຍລະອຽດຕ່າງໆ ຂອງວິທີການກວດພິສູດ ທີ່ສາມາດດຳເນີນ
ການໄດ້.

ໂຄສົກກະຊວງການຕ່າງປະເທດ ທ່ານນາງ ແຮເຕີຣ ນາວເອີດ ໄດ້ກ່າວໃນວັນເສົາມື້ນີ້
ວ່າ ບັນດາເຈົ້າໜ້າທີ່ຂອງສະຫະລັດ ແລະເກົາຫຼີເໜືອ ໄດ້ຈັດຕັ້ງບັນດາກຸ່ມປະຕິບັດງານ
ຂຶ້ນມາ ເພື່ອຮັບມືກັບ “ເລື້ອງຂອງເນື້ອໄນທີ່ສຳຄັນ” ທີ່ລວມທັງ ການກວດສອບຢັ້ງຢືນ
ຂອງຄວາມພະຍາຍາມ ທີ່ຈະບັນລຸການປົດອາວຸດນິວເຄລຍ.

Pompeo Under Pressure to Return With Results from North Korea
please wait

No media source currently available

0:00 0:02:03 0:00

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG