ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ລມ​ຕ ​​ພອມ​ພຽວ ຂອງ ​ສະ​ຫະ​ລັດ ກ່າວ​ໂຈມ​ຕີ ຣັດ​ເຊຍ ແລະ ຈີນ ​ໃນການ​ຄັດ​ຄ້ານ ຍັດ​ຕິ ການ​ຊ່ອຍ​ເຫຼືອ ຊີ​ເຣຍ ຂອງ ສ​ປ​ຊ


ເດັກ​ຊາຍ​ຄົນ​ນຶ່ງ​ຫອບກ​່ອງ​ເຈ້ຍ ທີ່​ເຕັມ​ໄປ​ດ້ວຍ​ເຄື່ອງ​ຊ່ອຍ​ເຫຼືອ ທີ່​ລາວ​ໄດ້​ຮັບ​ຈາກ​ອົງ​ການ​ອາ​ຫານ​ໂລກ ໃນ​ເຂດ​ເມືອງ​ຄາ​ລາ​ຊາ​​ຂອງອາ​ແລັບ​ໂປ, ​ປະ​ເທດ​ຊີ​ເຣຍ, ວັນ​ທີ 10 ເມ​ສາ 2019. ​ພາບ​ຖ່າຍ​ເມື່ອ​ວັນ​ທີ 10 ເມ​ສາ 2019. REUTERS/Omar Sanadiki
ເດັກ​ຊາຍ​ຄົນ​ນຶ່ງ​ຫອບກ​່ອງ​ເຈ້ຍ ທີ່​ເຕັມ​ໄປ​ດ້ວຍ​ເຄື່ອງ​ຊ່ອຍ​ເຫຼືອ ທີ່​ລາວ​ໄດ້​ຮັບ​ຈາກ​ອົງ​ການ​ອາ​ຫານ​ໂລກ ໃນ​ເຂດ​ເມືອງ​ຄາ​ລາ​ຊາ​​ຂອງອາ​ແລັບ​ໂປ, ​ປະ​ເທດ​ຊີ​ເຣຍ, ວັນ​ທີ 10 ເມ​ສາ 2019. ​ພາບ​ຖ່າຍ​ເມື່ອ​ວັນ​ທີ 10 ເມ​ສາ 2019. REUTERS/Omar Sanadiki

ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ສະ​ຫະ​ລັດ ທ່ານ​ໄມ​ຄ໌ ພອມ​ພຽວ ໄດ້​ກ່າວ​ປະ​ນາມ ຣັດ​ເຊຍ ແລະ ຈີນ ໃນ​ວັນ​ເສົາ​ວານນີ້ ຫຼັງ​ຈາກ​ທີ່​ທັງ​ສອງ​ປະ​ເທດ​ດັ່ງ​ກ່າວ ໄດ້​ໃຊ້​ສິດ​ຄັດ​ຄ້ານຕໍ່ຍັດ​ຕິ​ຂອງ​ສະ​ພາ​ຄວາມ​ໝັ້ນ​ຄົງ​ສະ​ຫະ​ປະ​ຊາ​ຊາດ ເພື່ອ​ສະ​ກັດ​ກັ້ນ​ການ​ຊ່ອຍ​ເຫຼືອ​ດ້ານ​ມະ​ນຸດ​ສະ​ທຳ​ ຂ້າມ​ຊາຍ​ແດນເຂົ້າໄປ​ຍັງ​ຊີ​ເຣຍ.

ທ່ານ​ພອມ​ພຽວ ໄດ້​ກ່າວ​ໃນ​ຖະ​ແຫລງ​ການ​ວ່າ “​ການ​ໃຊ້​ສິດ​ຍັບ​ຍັ້ງ​ຂອງສະ​ຫະ​ພັນ ​ຣັດ​ເຊຍ ແລະ ຈີນ ໃນ​ມື້​ວານນີ້ ຕໍ່ຍັດ​ຕິ​ທີ່​ຈະ​ອະ​ນຸ​ຍາດໃຫ້​ການ​ຊ່ອຍ​ເຫຼືອ​ດ້ານ​ມະ​ນຸດ​ສະ​ທຳ ເຂົ້າ​ໄປ​ເຖິງ​ຊາວ ​ຊີ​ເຣຍ ຫຼາຍ​ລ້ານ​ຄົນ​ນັ້ນ ແມ່ນເປັນ​ຕາ​ອັບ​ອາຍຂາຍ​ໜ້າ.”

ທ່ານ ​ພອມ​ພຽວ​ ຍັງ​ໄດ້​ຖ​ະ​ແຫລງ​ອີກວ່າ “ຣັດ​ເຊຍ ແລະ ຈີນ ຜູ້ທີ່ເລືອກອອກ​ຖະ​ແຫລງ​ການ​ທາງ​ການ​ເມືອງ ດ້ວຍ​ການ​ຄັດ​ຄ້ານ​ຕໍ່​ຍັດຕິນີ້ ມື​ຂອງ​ພວກ​ເຈົ້າ​ແມ່ນ​ ​ເປື້ອນ​ດ້ວຍ​ເລືອດ.”​

ຍັດຕິ​ດັ່ງ​ກ່າວ ​ຈະຂະ​ຫຍາຍ​ເວ​ລາ​ອອກ​ໄປ​ອີກ​ນຶ່ງ​ປີ ໃນ​ການ​ນຳ​ສົ່ງ​ການ​ຊ່ອຍ​ເຫຼືອ​ຈາກ​ເທີ​ກີ ແລະ ອີ​ຣັກ ຂ້າມ​ຊາຍ​ແດນ​ໄປ​ໃຫ້​ພົນ​ລະ​ເຮືອນ​ຊາວ​ຊີ​ເຣຍ 4 ລ້ານ​ຄົນ ຜູ້​ທີ່​ຕົກ​ເປັນ​ຜູ້​ເຄາະ​ຮ້າຍ ​ຂອງ​ການ​ຂັດ​ແຍ້ງໃນ ຊີ​ເຣຍ ທີ່​ໄດ້​ເລີ້ມ​ຂຶ້ນ ໃນ​ປີ 2011.

ການ​ໃຊ້​ສິດ​ຍັບ​ຢັ້ງດັ່ງ​ກ່າວ ໄດ້​ກໍ່​ໃຫ້​ເກີດ​ຄວາມ​ເປັນ​ຫ່ວງວ່າ ການຊ່ອຍ​ເຫຼືອ​ທີ່ສະ​ຫະ​ປະ​ຊາ​ຊາດ​ເປັນ​ຜູ້​ອອກ​ທຶນໃຫ້ນັ້ນ ຈະ​ຖືກ​ກີດ​ຂວາງບໍ່​ໃຫ້​ເຂົ້າ​ໄປ​ໃນ​ຂົງ​ເຂດ​ອິດ​ລິບ ແລະ​ບໍ​ລິ​ເວນ​ອື່ນ​ໆຂອງ​ຊີ​ເຣຍ ທີ່​ຄວບ​ຄຸມ​ໂດຍ​ກຸ່ມ​ຕໍ່​ຕ້ານ​ລັດ​ຖະ​ບານ ​ເວັ້ນ​ເສຍ​ແຕ່​ວ່າ ຂໍ້​ຕົກ​ລົງ​ໃໝ່ຈະ​ຖືກ​ບັນ​ລຸ ກ່ອນ​ທີ່​ມະ​ຕິ​ໃນ​ປັດ​ຈຸ​ບັນ ຈະ​ໝົດ​ກຳ​ນົດ ໃນ​ບໍ່​ເຖິງ​ 3 ສັບ​ປະ​ດາຂ້າງ​ໜ້ານີ້.

ການ​ບຸກ​ໂຈມ​ຕີ​ທີ່​ມີ​ຢູ່​ຢ່າງ​ຕໍ່​ເນື່ອງ ໂດຍ​ລະ​ບອບ​ການ​ປົກ​ຄອງ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ ຊີ​ເຣຍ ບາຊາຣ ອາ​ລ-ອາ​ຊາດ ແລະ​ກາ​ນ​ໂຈມ​ຕີ​ຖິ້ມ​ລະ​ເບີດ​ຂອງ​ຣັດ​ເຊຍ ໄດ້​ທະ​ວີ​ຂຶ້ນ​ຢູ່​ໃນ​ຂົງ​ເຂດ​ອິດ​ລິບ ທີ່​ຄວບ​ຄຸມ​ໂດຍ​ພວ​ກ​ນັກ​ລົບ​ເພື່ອ​ສາ​ສະ​ໜາ ຫຼື ຈີ​ຮາດ ​ນັບ​ຕັ້ງ​ແຕ່​ວັນ​ທີ 16 ທັນ​ວາ ໂດຍ​ບີບ​ບັງ​ຄັບ​ໃຫ້​ປະ​ຊາ​ຊົນຫຼາຍ​ພັນ​ຄົນ ຕ້ອງ​ໄດ້​ໜີ​ອອກ​ຈາກ​ເຮືອນ​ຊານ​ຂອງ​ພວກ​ເຂົາ​ເຈົ້າ ດັ່ງ​ທີ່​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ໄດ້​ກ່າວ​ໄປ​ນັ້ນ.

ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ໄດ້​ຮຽກ​ຮ້ອງ​ໃຫ້ “ຫລຸດ​ຜ່ອນຄວາມ​ຮຸນ​ແຮງ​ໃນ​ທັນ​ທີ” ຢູ່ໃນ​ຊີ​ເຣຍ ແລະ​ໄດ້​ເຕືອນ​ເຖິງການ​ຍົກ​ຍ້າຍ​ຖິ່ນ​ຖານຂະ​ໜາດ​ໃຫຍ່ ຖ້າ​ຫາກ​ຄວາມ​ຮຸນ​ແຮງ​ແມ່ນ​ຍັງ​ສືບ​ຕໍ່​ໄປ.

ປະ​ຊາ​ຊົນ​ ຫຼາຍກວ່າ 6 ລ້ານ​ຄົນ ໄດ້​ຍົກ​ຍ້າຍ​ອອກ​ຈາກ​ຖິ່ນ​ຖານ ​ຢູ່ໃນ​ຊີ​ເຣຍ ນັບ​ຕັ້ງ​ແຕ່​ສົງ​ຄາມ​ໄດ້​ເລີ້ມ​ຕົ້ນ​ຂຶ້ນ ຊຶ່ງ​ເປັນ “ປະ​ຊາ​ກອນ​ທີ່​ພັດ​ພ​າກ​ຈາກ​ທີ່​ຢູ່​ອາ​ໄສພາຍ​ໃນ​ປະ​ເທດ​” ທີ່​ໃຫຍ່​ທີ່​ສຸດ​ຂອງ​ໂລກ ອີງ​ຕາມ ອົງ​ການ​ຂ້າ​ຫຼວງ​ໃຫຍ່​ດ້ານ​ອົບ​ພະ​ຍົບ​ຂອງ​ສະ​ຫະ​ປະ​ຊາ​ຊາດ ຫຼືເອີ້ນ​ຫຍໍ້​ວ່າ UNHCR.

ສ່ວນ​ອົງ​ການ​ສິ້ງ​ຊອມ​ສິດ​ທິ​ມະ​ນຸດ​ຂອງ​ຊີ​ເຣຍ ທີ່​ມີ​ຫ້ອງ​ການ​ຕັ້ງ​ຢູ່​ໃນ​ອັງ​ກິດ ໄດ້​ກ່າວ​ວ່າ ການ​ໂຈມ​ຕີ​ທາງ​ອາ​ກາດ ໂດຍ​ລັດ​ຖະ​ບານ​ຊີ​ເຣຍ ແລະ​ຣັດ​ເຊນ ໃນ​ວັນ​ເສົາ​ວານນີ້ ໄດ້​ສັງ​ຫານ​ພົນ​ລະ​ເຮືອນ 12 ຄົນ ແລະ ອີກ​ສາວກວ່າ​ຄົນໄດ້​ຮັບ​ບາດ​ເຈັບ.

ອ່ານ​ຂ່າວນີ້​ຕື່ມ ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG