ລັດຖະມົນຕີຕ່າງປະເທດສະຫະລັດ ທ່ານໄມຄ໌ ພອມພຽວ ໄດ້ໄປເຖິງປາກິສຖານ ໃນ
ວັນພຸດມື້ນີ້ ເພື່ອກອງປະຊຸມລະດັບສູງກັບບັນດາຜູ້ນຳລັດຖະບານທີ່ຖືກເລືອກໃໝ່ ໃນ
ນະຄອນອິສລາມາບັດ ທີ່ມີຄວາມຕັ້ງໃຈເພື່ອປັບປຸງຄວາມສຳພັນສອງຝ່າຍ ທີ່ໄດ້ຊຸດ
ໂຊມລົງ ສູ່ລະດັບຕໍ່າສຸດ ໃນຮອບປີທີ່ຜ່ານມາ.
ໃນການກ່າວຕໍ່ບັນດານັກຂ່າວ ໃນວັນອັງຄານວານນີ້ ຢູ່ເທິງເຮືອບິນ ໃນຂະນະທີ່ເດີນ
ທາງໄປປາກິສຖານນັ້ນ ທ່ານພອມພຽວເວົ້າວ່າ ການເດີນທາງຂອງທ່ານໄປປາກິສຖານ
ກໍເພື່ອໃຫ້ທັງສອງປະເທດ “ຊອກຫາຊ່ອງທາງເພື່ອດຳເນີນການໄປໜ້າຮ່ວມກັນ” ແລະ
ທັບມ້າງສະພາບການທີ່ບໍ່ໄປບໍ່ມາ ຢູ່ໃນສາຍພົວພັນທີ່ສະລັບຊັບຊ້ອນ ລະຫວ່າງ ອິສ
ລາມາບັດ ກັບ ວໍຊິງຕັນ.
ຮ່ວມຕິດຕາມ ທ່ານພອມພຽວໃນຄັ້ງນີ້ ກໍມີປະທານເສນາທິການຮ່ວມຂອງກອງທັບສະ
ຫະລັດ ນາຍພົນໂຈເຊຟ ດັນຝອຣດ໌ ທີ່ໄດ້ກ່າວຢໍ້າ ໃສ່ການການຕໍ່ຕ້ານ ພວກກໍ່ການຮ້າຍຂອງສະຫະລັດ ໂດຍເພັ່ງເລັງໃສ່ການພົວພັນກັບປະເທດພາຄີໃນເຂດເອເຊຍ
ໃຕ້ທີ່ບໍ່ຄ່ອຍສະບາຍໃຈປານໃດນັ້ນ.
ບັນດາຜູ້ແທນອາເມຣິກັນ ຈະຈັດການເຈລະຈາຢ່າງເປັນທາງການ ກັບລັດຖະມົນຕີຕ່າງ
ປະເທດ ຊາຮ ເມມູດ ກູເຣຊີ ແລະທີມງານຂອງທ່ານ.
ພວກເຈົ້າໜ້າທີ່ກ່າວຕໍ່ ວີໂອເອ ບັນດາຜູ້ມາຢ້ຽມຢາມ ຊຶ່ງຈະຢູ່ໃນນະຄອນອິສ ລາມາ
ບັດຫຼາຍຊົ່ວໂມງນັ້ນ ຍັງມີກຳນົດທີ່ຈະພົບປະຕ່າງຫາກກັບ ນາຍົກລັດ ຖະມົນຕີ ອິມຣານ
ຄານ ຜູ້ທີ່ໄດ້ສາບານໂຕເຂົ້າຮັບຕຳແໜ່ງເກືອບສາມອາທິດກ່ອນ ແລະນາຍພົນກາມາຣ
ຈາເວດ ບັຈວາ ຜູ້ບັນຊາການກອງທັບ.
ແນວຄິດທີ່ແຕກຕ່າງກັນມາເປັນເວລາດົນນານກ່ຽວກັບວ່າ ຈະຕໍ່ສູ້ກັບພວກກໍ່ການຮ້າຍ
ຢູ່ໃນຂົງເຂດ ແລະຍຸຕິການຂັດແຍ້ງເປັນເວລາ 17 ປີ ຢູ່ໃນອັຟການິສຖານແບບໃດນັ້ນ ຍັງສືບຕໍ່ເປັນເງົາບົດບັງ ຄວາມຄາດໝາຍໃນການຢ້ຽມ ຢາມຄັ້ງນີ້ ເພື່ອທັບມ້າງສະພາບ
ການທີ່ບໍ່ໄປບໍ່ມາຢູ່ໃນຄວາມສຳພັນທີ່ສະລັບຊັບຊ້ອນຂອງອິສລາມາບັດ ກັບວໍຊິງຕັນ
ເຖິງແມ່ນນວ່າ ເຂົາເຈົ້າເປັນພັນທະມິດທີ່ເປັນທາງການ ຢູ່ໃນຄວາມພະຍາຍາມຂອງ
ການນຳພາຂອງສະຫະລັດ ໃນການຕໍ່ຕ້ານການກໍ່ການຮ້າຍ.
ທ່ານພອມພຽວກ່າວວ່າ “ພວກເຮົາຕ້ອງການໃຫ້ປາກິສຖານ ພົວພັນຢ່າງຈິງຈັງ ເພື່ອ
ຊ່ວຍພວກເຮົາສ້າງຄວາມປອງດອງຊາດ ທີ່ມີຄວາມຈຳເປັນຢູ່ໃນອັຟການິສ ອຖານ.”