ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ທ່ານພອມພິໂອ ກ່າວວ່າ ສະຫະລັດ ຈະຖືວ່າ ອີຣ່ານ ເປັນມິດ ຖ້າຮັບເງື່ອນໄຂ ຂອງຕົນ


VOA Persian Interview: Sec of State Mike Pompeo
please wait

No media source currently available

0:00 0:10:14 0:00

ເບິ່ງການສຳພາດ ຂອງທ່ານ ໄມຄ໌ ພອມພີໂອ

ລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານໄມຄ໌ ພອມພີີໂອ ກ່າວວ່າ ຖ້າພວກຜູ້ນຳ
ຂອງອີຣ່ານ ຮັບເອົາການຮຽກຮ້ອງຂອງສະຫະລັດ ເພື່ອໃຫ້ອີຣ່ານ ປະພຶດຕົນແບບປະ ເທດທີ່ປົກກະຕິ ຄົນອາເມຣິກັນກໍຈະໄປຢ້ຽມຢາມອີຣ່ານ ແລະຖືອີຣ່ານວ່າ ເປັນເພື່ອນ
ມິດ.

ໃນການໃຫ້ສຳພາດພິເສດ ຕໍ່ວີໂອເອພະແນກພາສາເປີເຊຍ ທີ່ອອກອາກາດ ໃນມື້ວັນ
ສຸກວານນີ້ ທ່ານພອມພີໂອ ເວົ້າວ່າ ເປົ້າໝາຍ ຂອງຍຸດທະສາດໃໝ່ ສຳລັບອີຣ່ານ ທີ່
ທ່ານໄດ້ເປີດເຜີຍ ໃນຕົ້ນອາທິດນີ້ ກໍຄືການຕັ້ງເງື່ອນໄຂຈຳນວນນຶ່ງສຳລັບພວກຜູ້ນຳ ສາສະໜາອິສລາມ ຂອງອີຣ່ານ ໃຫ້ປະພຶດຕົນຄືກັນກັບ “ຜູ້ນຳທີ່ເປັນປົກກະຕິອື່ນໆ.”
ໃນການໃຫ້ສຳພາດຕໍ່ວີໂອເອ ທີ່ກະຊວງການຕ່າງປະເທດ ໃນວັນພະຫັດຜ່ານມານີ້
ທ່ານພອມພີໂອ ກ່າວວ່າ ຜູ້ນຳທີ່ປົກກະຕິ ບໍ່ໄດ້ປຸ້ນສະດົມ ປະຊາຊົນຂອງຕົນເອງ ຫຼື
ໃຊ້ຈ່າຍເງິນຄຳຂອງແບບສິ້ນເປືອງ ໃນການສ່ຽງໄພ ຢູ່ທີ່ປະເທດຊີເຣຍ ແລະເຢເມນ
ດັ່ງທີ່ທ່ານໄດ້ເວົ້າໄປນັ້ນ.

ທ່ານໄມຄ໌ ພອມພີໂອ ພວມສາບານໂຕ ເຂົ້າຮັບຕຳແໜ່ງ ເປັນ ລມຕ ຕ່າງປະເທດ ຂອງສະຫະລັດ. (ວັນທີ 2 ພຶດສະພາ 2018)
ທ່ານໄມຄ໌ ພອມພີໂອ ພວມສາບານໂຕ ເຂົ້າຮັບຕຳແໜ່ງ ເປັນ ລມຕ ຕ່າງປະເທດ ຂອງສະຫະລັດ. (ວັນທີ 2 ພຶດສະພາ 2018)

​ທ່ານພອມພີໂອ ກ່າວວ່າ “ຖ້າພວກເຮົາສາມາດສ້າງເງື່ອນໄຂ ບ່ອນທີ່ພວກຜູ້ນຳເຫຼົ່ານີ້
ຈະຍຸຕິການປະພຶດດັ່ງກ່າວແລ້ວ ປະຊາຊົນຊາວອີຣ່ານກໍຈະປະສົບກັບຄວາມສຳເລັດ
ອັນຍິ່ງໃຫຍ່ ແລະພວກເຮົາ ກໍຈະອະນຸຍາດໃຫ້ ຊາວອາເມຣິກັນ ໄປຢ້ຽມຢາມປະເທດ
ດັ່ງກ່າວແລະພວກເຮົາກໍຈະມີແຕ່ສິ່ງທີ່ດີໆງາມໆ ທີ່ພວກເຮົາຈະເຮັດ ເວລາໃດທີ່ພວກ ເຮົາເປັນເພື່ອນມິດແລະພັນທະມິດກັນແລ້ວ.”

ຫົວໜ້ານັກການທູດຂອງສະຫະລັດໄດ້ໃຫ້ລາຍລະອຽດກ່ຽວກັບນຶ່ງໃນເງື່ອນໄຂ 12 ຂໍ້
ຢູ່ໃນຄຳປາໄສ ກ່ຽວກັບຍຸດທະສາດຂອງທ່ານ ໂດຍເວົ້າວ່າ ອີຣ່ານຄວນອະນຸຍາດໃຫ້ ອົງການພະລັງງານປະລະມານູສາກົນເຂົ້າໄປກວດກາເບິ່ງຄ້າຍທະຫານແລະຫ້ອງຄົ້ນ
ຄວ້າຂອງຕົນ. ໃນຄຳປາໄສ ເມື່ອວັນທີ 21 ພຶດສະພາຜ່ານມານີ້ ທ່ານໄດ້ຮຽກຮ້ອງໃຫ້
ອົງການພະລັງງານປະລະມະນູສາກົນ ມີສິດເຂົ້າໄປກວດກາເບິ່ງສະຖານທີ່ທຸກໆແຫ່ງ
ໃນທົ່ວປະເທດອີຣ່ານ.

​ໃນການໃຫ້ສຳພາດ ຕໍ່ວີໂອເອ ພະແນກພາສາເປີເຊຍນັ້ນ ທ່ານພອມພີໂອ ຍັງໄດ້ຂະ
ຫຍາຍຄວາມກ່ຽວກັບຄວາມຮຽກຮ້ອງຕ້ອງການຂອງກສະຫະລັດ ເພື່ອໃຫ້ອີຣ່ານຍຸດ
ຕິ ການຂົ່ມຂູ່ທີ່ຈະທຳລາຍອິສຣາແອລ ແລະຢຸດເຊົາການປະພຶດ ທີ່ຂົ່ມຂູ່ຕໍ່ບັນດາປະ
ເທດເພື່ອນບ້ານ. ທ່ານກ່າວວ່າ ພວກຜູ້ນຳອີຣ່ານ ບໍ່ພຽງແຕ່ຕ້ອງຢຸດເຊົາ ໃນການຊຸກ
ຍູ້ ໃຫ້ຜູ້ຄົນຮ້ອງໂຮວ່າ “ອິສຣາແອລຈົ່ງພິນາດ” ເທົ່ານັ້ນ ແຕ່ຍັງຕ້ອງຢຸດເຊົາ ໃນການ
ຮ້ອງໂຮວ່າ “ອາເມຣິກາຈົ່ງພິນາດ” ນຳດ້ວຍ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG