ຫົວໜ້ານັກການທູດ ຂອງສະຫະລັດ ແລະເກົາຫຼີໃຕ້ ກ່າວໃນວັນສຸກວານນີ້ວ່າ ການ
ປົດອາວຸດນິວເຄລຍຢ່າງສິ້ນເຊີງຂອງເກົາຫຼີເໜືອ ຈຳເປັນຕ້ອງໄດ້ມີການພິສູດຢ່າງ
ເຂັ້ມແຂງ ແລະການລົງໂທດຕໍ່ພຽງຢາງຈະບໍ່ຖືກຍົກເລີກ ນອກຈາກວ່າປະເທດດັ່ງ
ກ່າວ ຈະເອົາບາດກ້າວອັນໜັກແໜ້ນ ແລະເພີ້ມຕື່ມ ໄປສູ່ການເປັນປະເທດທີ່ປອດ
ອາວຸດນິວເຄລຍ.
ການພົບປະເປັນເທື່ອທຳອິດຂອງລັດຖະມົນຕີຕ່າງປະເທດສະຫະລັດ ທ່ານໄມຄ໌ ພອມ
ປີໂອ ກັບລັດຖະມົນຕີຕ່າງປະເທດເກົາຫຼີໃຕ້ ທ່ານນາງກັງ ກຍຸງ ວາ ທີ່ນະຄອນ ຫຼວງວໍ
ຊິງຕັນມີຂຶ້ນບໍ່ເທົ່າໃດອາທິດ ກ່ອນແຜນການເດີນທາງມາຢ້ຽມຢາມທຳນຽບຂາວຂອງ
ປະທານາທິບໍດີເກົາຫຼີໃຕ້ ທ່ານມູນ ແຈອິນ ແລະການຄາດໝາຍເປັນຢ່າງສູງ ໃນການ
ພົບປະລະຫວ່າງປະທານາທິບໍດີດໍໂນລ ທຣໍາ ແລະຜູ້ນຳເກົາຫຼີເໜືອ ທ່ານກິມ ຈົງ ອຶນ.
ປະທານາທິບໍດີທຣໍາໄດ້ປະກາດວ່າ ທ່ານຈະພົບປະກັບທ່ານກິມ ຢູ່ສິງກະໂປໃນວັນທີ
12 ມິຖຸນາ ສອງມື້ກ່ອນວັນເກີດ ຄົບຮອບ 72 ປີ ຂອງຜູ້ນຳສະຫະ ລັດ.
ທ່ານພອມປີໂອກ່າວໃນລະຫວ່າງການຖະແຫຼງຂ່າວຮ່ວມວ່າ “ສະຫະລັດ ແລະສາທາ
ລະນະລັດເກົາຫຼີ ມີຄວາມໝັ້ນໝາຍ ທີ່ຈະເຮັດໃຫ້ແຫຼມເກົາຫຼີບັນລຸການເປັນເຂດປອດ
ອາວຸດນິວເຄລຍຢ່າງຖາວອນ ມີການກວດພິສູດ ແລະຕ່າວປີ້ນບໍ່ໄດ້ .”
ສ່ວນທ່ານນາງກັງກ່າວວ່າ “ພວກເຮົາບໍ່ໄດ້ເວົ້າເຖິງ ການຜ່ອນຜັນການລົງໂທດຢູ່ໃນຈຸດ
ນີ້ເທື່ອ. ພວກເຮົາແມ່ນເປັນທີ່ຈະແຈ້ງທີ່ສຸດວ່າ ການລົງໂທດ ຍັງມີຢູ່ຕໍ່ໄປຈົນກວ່າ ແລະນອກຈາກວ່າ ພວກເຮົາມອງເຫັນການເອົາບາດກ້າວທີ່ມີຄວາມໝາຍໂດຍເກົາຫຼີເໜືອ ໄປສູ່ເສັ້ນທາງການເປັນປະເທດທີ່ປອດອາວຸດນິວເຄລຍ.”
ບັນດາເຈົ້າໜ້າທີ່ສະຫະລັດ ໄດ້ຮຽກຮ້ອງໃຫ້ເກົາຫຼີເໜືອ ເອົາບົດບາດທີ່ກ້າຫານ ແລະ
ໜັກແໜ້ນ ໄປສູ່ການເປັນປະເທດ ທີ່ປອດນິວເຄລຍ. ໂດຍການກະທໍາດັ່ງກ່າວ ເຂົາ
ເຈົ້າກ່າວວ່າ ວໍຊິງຕັນແມ່ນ “ພ້ອມແລ້ວ ທີ່ຈະເຮັດວຽກ ກັບພຽງຢາງເພື່ອໃຫ້ກາຍເປັນ
ປະເທດທີ່ອຸດົມຮັ່ງມີ."
ເຖິງຢ່າງໃດກໍດີ ບັນດານັກຊ່ຽວຊານກ່າວຕໍ່ວີໂອເອວ່າ ຊ່ອງຫວ່າງທີ່ມີລະຫວ່າງສະຫະ
ລັດ ແລະເກົາຫຼີເໜືອກ່ຽວກັບບາດກ້າວໄປສູ່ການເປັນປະເທດປອດອາວຸດ ນິວເຄລຍ
ໂດຍທີ່ເກົາຫຼີເໜືອ ຍັງສືບຕໍ່ຮຽກຮ້ອງໃຫ້ມີຂຶ້ນແບບເປັນຂັ້ນໆ ແລະຄ່ອຍໆເປັນຄ່ອຍໆ
ໄປ.