ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​ທ່ານ​ພອມ​ພຽວ ປະ​ຕິ​ເສດ ​ວິ​ໄສ​ທັດ ຕໍ່ພາກ​ຕາ​ເວັນ​ອອກ​ກາງ ຂອງ ​ທ່ານ​ໂອ​ບາ​ມາ


ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ ສ​ຫລ ທ່ານ​ໄມ​ຄ໌ ພອມ​ພຽວ ກ່າວ​ຄຳ​ປາ​ໄສ ທີ່​ມະ​ຫາ​ວິ​ທະ​ຍາ​ໄລ​ອາ​ເມ​ຣິ​ກັນ ຢູ່​ນະ​ຄອນ​ຫຼວງ ໄຄ​ໂຣ ປະ​ເທດ​ອີ​ຈິບ. (19 ມັງ​ກອນ 2019)
ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ ສ​ຫລ ທ່ານ​ໄມ​ຄ໌ ພອມ​ພຽວ ກ່າວ​ຄຳ​ປາ​ໄສ ທີ່​ມະ​ຫາ​ວິ​ທະ​ຍາ​ໄລ​ອາ​ເມ​ຣິ​ກັນ ຢູ່​ນະ​ຄອນ​ຫຼວງ ໄຄ​ໂຣ ປະ​ເທດ​ອີ​ຈິບ. (19 ມັງ​ກອນ 2019)

ລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານ​ໄມຄ໌ ພອມ​ພຽວ ໄດ້​ກ່າວ​ຕ້ອງ​ຕິຢ່າງ​ແຮງ ຕໍ່​ນະ​ໂຍ​ບາຍ​ຂອງອະ​ດີດ​ປະ​ທາ​ນາ​ທິ​ບໍ​ດີ​ສະ​ຫະ​ລັດ ທ່ານ​ບາ​ຣັກ ໂອ ບ​າ​ມາ ທີ່​ມີ​ຕໍ່​ພາກ​ຕາ​ເວັນ​ອອກ​ກາງ ຂະ​ນະ​ທີ່​ທ່ານ​ກ່າວ​ເຖິງວິ​ໄສ​ທັດ ຂອງ​ລັດຖະ​ບານ​ປະ​ທາ​ນາ​ທິ​ບໍ​ດີ ດໍ​ໂນ​ລ ທ​ຣຳ ສຳ​ລັບ​ຂົງ​ເຂດ​ດັ່ງ​ກ່າວ.

ທ່ານ​ພອມ​ພຽວ ກ່າວ​ຄຳ​ປາ​ໄສ ທີ່​ມະ​ຫາ​ວິ​ທະ​ຍາ​ໄລ​ອາ​ເມ​ຣິ​ກັນ ຢູ່ນ​ະ​ຄອນ​ຫຼວງ​ໄຄ​ໂຣ ໃນ​ວັນ​ພະ​ຫັດ​ວານນີ້​ວ່າ “ອາ​ເມ​ຣິ​ກາ ແມ່ນ​ກຳ​ລັງ​ທີ່​ດີ ຢູ່ໃນ​ພາກ​ຕາ​ເວັນອອກ​ກາງ.

ໃນກ​ານ​ກ່າວ​ຄຳ​ປາ​ໄສ ຢູ່​ບ່ອນ​ດຽວ​ກັນ ກັບ​ທີ່​ອະ​ດີດ ປະ​ທາ​ນາ​ທິ​ບໍ​ດີ ​ໂອ​ບາ​ມາ ໄດ້ຮຽກ​ຮ້ອງ ເມື່ອ 10 ປີ​ກ່ອນ ​ໃຫ້​ບັນ​ດາ​ປະ​ເທດ​ສ່ວນ​ໃຫຍ່​ທີ່​ນັບ​ຖື​ສາ​ສະ​ໜາ​ອິ​ສ​ລາມ ເລີ້ມ​ຕົ້ນ​ໃໝ່ ໂດຍ​ເວົ້າ​ວ່າ ອາ​ເມ​ຣິ​ກາ​ໄດ້​ເຮັດ​ຄວາມ​ຜິດ​ພາດ ໃນ​ການ​ຕໍ່​ສູ້ຕ້ານ​ພວກ​ກໍ່​ກາ​ນ​ຮ້າຍ ນັບ​ແຕ່ມີການ​ໂຈມ​ຕີ​ ເມື່ອ​ວັນ​ທີ 11 ກັນ​ຍາປີ 2001 ເປັນຕົ້ນ​ມາ.

Pompeo Repudiates Obama's Middle East Vision
please wait

No media source currently available

0:00 0:02:43 0:00

ທ່ານ​ພອມພຽວ ໂດຍ​ບໍ່​ໄດ້​ບົ່ງ​ຊື່​ໂດຍ​ກົງ ຂອງ​ອະ​ດີດ​ປະ​ທາ​ນາ​ທິ​ບໍ​ດີນັ້ນ ເອີ້ນ​ນະ​ໂຍ​ບາຍ​ຂອງ​ລັດ​ຖະ​ບານ​ຊຸດ​ກ່ອນ ຢູ່​ໃນ​ຂົງ​ເຂດ​ວ່າ “ແນະ​ນຳ​ໃນ​ທາງ​ຜິດ.”

ທ່ານ​ພອມ​ພຽວ ກ່າວ​ວ່​າ ຂ່າວ​ດີ​ກໍ​ຄື​ວ່າ ຍຸກ​ສະ​ໄໝ​ ຂອງ​ການ​ສ້າງ​ຄວາມ​ອັບ​ອາຍ​ໃຫ້​ແກ່​ຕົນ​ເອງ​ຂອງ​ອາ​ເມ​ຣິ​ກາ ໄດ້​ສິ້ນ​ສຸດ​ລົງ​ແລ້ວ ແລະ​ເຊັ່ນ​ດຽວ​ກັນ​ກັບນະ​ໂຍ​ບາຍ​ທີ່​ໄດ້​ກໍ່​ໃຫ້​ເກີດ​ຄວາມ​ທຸກ​ທໍ​ລະ​ມານ​ທີ່​ບໍ່​ຈຳ​ເປັນ​ນັ້ນ. ບັດ​ນີ້ ແມ່ນ​ມາ​ເຖິງ​ແລ້ວ “ການ​ເລີ້ມ​ຕົ້ນ​ໃໝ່” ທີ່​ແທ້​ຈິງ.

ທ່ານ​ໄດ້​ກ່າວ​ຕໍ່​ພວກ​ຜູ້​ຟັງ​ທີ່​ນະ​ຄອນ​ໄຄ​ໂຣ​ວ່າ ພາຍ​ໃນ​ເວ​ລາ​ບໍ່​ຮອດ​ສອງ​ປີ ສະ​ຫະ​ລັດ ພາຍ​ໃຕ້​ການ​ນຳ​ພາ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ ດໍ​ໂນ​ລ ທ​ຣຳ ໄດ້​ເຂົ້າ​ກຳ​ບົດບາດດັ້ງ​ເດີມ​ທີ່​ເຄີຍ​ດຳ​ເນີນ​ມາ​ຂອງ​ຕົນ​ທີ່​ດີໆ​ຢູ່​ໃນ​ຂົງ​ເຂດ​ຄືນ​ອີກ.

ທ່ານ​ພອມ​ພຽວ​ກ່າວ​ວ່າ “ພວກ​ເຮົາ​ໄດ້​ຮຽນ​ຮູ້​ຈາກ​ຄວາມ​ຜິດ​ພາດ​ຂອງ​ພວກ​ເຮົາ.”

ທ່ານ​ພອມ​ພຽວ​ເວົ້າ​ວ່າ ສະ​ຫະ​ລັດ “ໄດ້​ປະ​ເຊີນ​ໜ້າ​ກັບ​ສະ​ພາ​ບ​ຄວາມ​ຈິງທີ່​ໜ້າຂີ້​ດຽດ​ຂອງ​ພວກ​ຫົວ​ຮຸນ​ແຮງ​ອິ​ສ​ລາມ.” ກ່ຽວ​ກັບ​ເລື້ອງ​ອີ​ຣ່ານ ແລະ​ຂໍ້​ຕົກ​ລົງ​ນິວເຄ​ລຍ​ປີ 2015 ຊຶ່ງ​ທ່ານ​ທ​ຣຳ​ໄດ້​ຖອນ​ຕົວ​ອອກນັ້ນ ທ່ານ​ພອມ​ພຽວ​ກ່າວ​ວ່າ ປະທາ​ນາ​ທິ​ບໍ​ດີ​ທ​ຣຳ​ໄດ້​ຕ່າວ​ປີ້ນ ​ສະ​ພາບ​ການ​ບໍ່​ຮູ້​ບໍ່​ເຫັນ​ດ້ວຍ​ຄວາມ​ຕັ້ງ​ໃຈ​ກ່ຽວ​ກັບ​ໄພ​ອັນ​ຕະ​ລາຍ​ຂອງ​ອຳ​ນາດ​ການ​ປົກ​ຄອງ​ດັ່ງ​ກ່າວແລະ​ຖອນ​ຕົວ​ອອກ​ຈາກ​ຂໍ້​ຕົກ​ລົງ​ນິວ​ເຄ​ລຍ​ທີ່​ລົ້ມ​ແຫຼວ ແລະ​ໃຫ້​ຄຳ​ໝັ້ນ​ສັນ​ຍາ​ທີ່​ບໍ່​ຖືກ​ຕ້ອງນັ້ນ.”

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG