ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທ. ພອມພຽວ ວ່າ ລັດຖະສະພາ ສະຫະລັດ ອາດຈະເຫັນດີ ຕໍ່ຂໍ້ຕົກລົງໃດໆ ທີ່ ປ. ທຣໍາ ຈະມີ ກັບ ທ. ກິມ


ທ່ານ ໄມຄ໌ ພອມພຽວ, ລັດຖະມົນຕີກະຊວງການຕ່າງປະເທດສະຫະລັດ ກ່າວຄໍາປາໄສຢູ່ກອງປະຊຸມຖະແຫລງຂ່າວ ກ່ຽວກັບ ເກົາຫລີເໜືອຢູ່ຫ້ອງປະຊຸມ ໃນທໍານຽບຂາວ ໃນວັນພະຫັດ ທີ 7 ມິຖຸນາ, 2018
ທ່ານ ໄມຄ໌ ພອມພຽວ, ລັດຖະມົນຕີກະຊວງການຕ່າງປະເທດສະຫະລັດ ກ່າວຄໍາປາໄສຢູ່ກອງປະຊຸມຖະແຫລງຂ່າວ ກ່ຽວກັບ ເກົາຫລີເໜືອຢູ່ຫ້ອງປະຊຸມ ໃນທໍານຽບຂາວ ໃນວັນພະຫັດ ທີ 7 ມິຖຸນາ, 2018

ທ່ານ ໄມຄ໌ ພອມພຽວ, ລັດຖະມົນຕີກະຊວງການຕ່າງປະເທດສະຫະລັດ ໃນວັນພະ
ຫັດວານນີ້ ໄດ້ໃຫ້ຄວາມເຫັນແບບເປັນໄນໆວ່າ ລັດຖະສະພາສະຫະລັດອາດຈະເຫັນ
ດີຕໍ່ຂໍ້ຕົກລົງໃດໆ ທີ່ປະທານາທິບໍດີດໍໂນລ ທຣໍາ ຈະສາມາດບັນລຸໄດ້ກັບຜູ້ນໍາເກົາຫລີ
ເໜືອ, ທ່ານກິມ ຈົງ ອຶນ.

ທ່ານພອມພຽວ ໄດ້ຕອບຄໍາຖາມຂອງນັກຂ່າວກ່ຽວກັບວ່າ ຜູ້ທີ່ຈະເປັນປະທານາທິບໍດີ
ໃນອະນາຄົດ ຈະສາມາດລົບລ້າງສັນຍາດັ່ງກ່າວ ເໝືອນດັ່ງທີ່ ທ່ານ ທຣໍາໄດ້ຖອນສະ
ຫະລັດອອກຈາກສັນຍານິວເຄລຍຣ່ານ ທີ່ເຊັນໂດຍລັດຖະບານທ່ານໂອບາມານັ້ນ ຫລື
ບໍ່ ຊຶ່ງທ່ານໄດ້ຕອບວ່າ "ພວກເຂົາເຈົ້າເຊັນເຈ້ຍສັນຍາທີ່ຂາດນໍ້າໜັກ ແລະພວກເຮົາ
ຫວັງວ່າຈະຍື່ນເອກະສານທີ່ລັດຖະສະພາກໍຈະເຫັນດີນໍາອີກ. ການເຮັດເຊັ່ນນັ້ນ ຈະເຮັດ
ໃຫ້ການດໍາເນີນຂັ້ນຕອນຂອງສັນຍາ ມີລັກສະນະໃຊ້ໄດ້ສະເໝີ ແລະມີຄວາມເຂັ້ມແຂງ
ຂຶ້ນ, ແລະມີຄວາມຍືດເຍື້ອຍາວນານ. ...ປະທານກິມ ຈະມີຄວາມສະບາຍໃຈວ່າ ນະໂຍ
ບາຍຂອງອາເມຣິກາ ຈະສືບຕໍ່ດໍາເນີນໄປໃນແນວທາງດຽວກັນ, ຕາມລວງດຽວກັນ ທີ່
ພວກເຮົາຄິດວ່າ ຈະສາມາດຕົກລົງກັນຢູ່ໃນສິງກະໂປນັ້ນ."

ແຕ່ວ່າ ທ່ານພອມພຽວ ກໍບໍ່ໄດ້ເວົ້າວ່າ "ເອກະສານ" ທີ່ຈະສົ່ງໄປໃຫ້ລັດຖະສະພານັ້ນ
ຈະເປັນສົນທິສັນຍາ ຫລືຈະເປັນສັນຍາປະເພດອື່ນບາງຢ່າງ.

ທ່ານກ່າວວ່າ ເກົາຫລີເໜືອໄດ້ຢືນຢັນເຖິງຄວາມຍິນດີຂອງຕົນວ່າຈະລົບລ້າງອາວຸດ
ນິວເຄລຍ. ທ່ານເອີ້ນສິ່ງນັ້ນວ່າ ເປັນຜົນການເຈລະຈາອັນດຽວທີ່ ສາ ມາດຮັບເອົາໄດ້
ສໍາລັບສະຫະລັດ ແລະເປັນເງື່ອນໄຂທີ່ຈະນໍາ "ແນວທາງອັນສະຫວ່າງສະໄຫວກວ່າ
ເກົ່າ" ມາສູ່ປະຊາຊົນເກົາຫລີເໜືອ.

ທ່ານພອມພຽວ ບໍ່ໄດ້ຕອບຄໍາຖາມແບບໂດຍກົງທີ່ຖາມວ່າ ໂດຍສ່ວນຕົວແລ້ວທ່ານ
ເຊື່ອທ່ານກິມໄດ້ຫລືບໍ່ ພາຍຫລັງທີ່ໄດ້ພົບປະ ກັບຜູ້ນໍາເກົາຫລີເໜືອມາແລ້ວ.

ແຕ່ທ່ານກໍໄດ້ເວົ້າວ່າ ສະຫະລັດ ແລະເກົາຫລີເໜືອສາມາດທີ່ຈະມີອະນາຄົດທີ່ເຕັມໄປ
ດ້ວຍຄວາມໄວ້ວາງໃຈຕໍ່ກັນ ແລະຮ່ວມມືກັນ.

ທ່ານພອມພຽວເວົ້າອີກວ່າ ທັງສອງຝ່າຍແມ່ນມີຄວາມຕັ້ງອົກຕັ້ງໃຈຫລາຍ ແລະທ່ານ
ທຣໍາ ກໍາລັງຈະເດີນທາງໄປຍັງສິງກະໂປໂດຍທີ່ຈະ "ເປີດຫູເປີດຕາຂອງຕົນໃຫ້ກວ້າງ
ອອກ."

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG