ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ມາດຕະການລົງໂທດ ເກົາຫຼີເໜືອ ຍັງຄົງຢູ່ຄືເກົ່າ ຈົນກວ່າ ມີການຢືນຢັນ ຍົກເລີກໂຄງການນິວເຄລຍ


ລັດຖະມົນຕີການຕ່າງປະເທດ ສະຫະລັດ ທ່ານ ໄມຄ໌ ພອມພຽວ ເຂົ້າຮ່ວມໃນກອງປະຊຸມຖະແຫຼງຂ່າວ ກັບລັດ
ຖະມົນຕີການຕ່າງປະເທດ ຍີ່ປຸ່ນ ແລະ ເກົາຫຼີໃຕ້ ທ່ານ ຄັງ ຄີຢຸງ ວາ ທີ່ກອງປະຊຸມກະຊວງການຕ່າງປະເທດ ສາມຝ່າຍ ຍີ່ປຸ່ນ, ສາຫະລັດ ແລະ ສາທາລະນະລັດ ເກົາຫຼີ. 8 ກໍລະກົດ, 2018. ທີ່ເຮືອນຮັບແຂກ ອີກຸຣະ ຂອງກະຊວງການຕ່າງ
ປະເທດ ໃນນະຄອນຫຼວງ ໂຕກຽວ.
ລັດຖະມົນຕີການຕ່າງປະເທດ ສະຫະລັດ ທ່ານ ໄມຄ໌ ພອມພຽວ ເຂົ້າຮ່ວມໃນກອງປະຊຸມຖະແຫຼງຂ່າວ ກັບລັດ ຖະມົນຕີການຕ່າງປະເທດ ຍີ່ປຸ່ນ ແລະ ເກົາຫຼີໃຕ້ ທ່ານ ຄັງ ຄີຢຸງ ວາ ທີ່ກອງປະຊຸມກະຊວງການຕ່າງປະເທດ ສາມຝ່າຍ ຍີ່ປຸ່ນ, ສາຫະລັດ ແລະ ສາທາລະນະລັດ ເກົາຫຼີ. 8 ກໍລະກົດ, 2018. ທີ່ເຮືອນຮັບແຂກ ອີກຸຣະ ຂອງກະຊວງການຕ່າງ ປະເທດ ໃນນະຄອນຫຼວງ ໂຕກຽວ.

ລັດຖະມົນຕີການຕ່າງປະເທດ ສະຫະລັດ ທ່ານ ໄມຄ໌ ພອມພຽວ ກ່າວວ່າ ການລົງໂທດ
ທາງດ້ານສດຖະກິດຕໍ່ ເກົາຫຼີເໜືອ ຍັງຄົງດຳເນີນໄປຢູ່ຄືເກົ່າ “ຈົນກວ່າວ່າ ການຍົກ
ເລີກອາວຸດ ນິວເຄລຍ ບັ້ນສຸດທ້າຍຢ່າງເຕັມສ່ວນ ດັ່ງທີ່ໄດ້ຕົກລົງເຫັນດີໂດຍປະທານ
ກິມ ຈົງ ອຶນ ຈະເກີດຂຶ້ນ.”

ໂດຍການກ່າວ ໃນວັນອາທິດມື້ນີ້ ໃນກອງປະຊຸມນັກຂ່າວນະຄອນຫຼວງ ໂຕກຽວ ກັບຄູ່
ຮ່ວມງານ ເກົາຫຼີໃຕ້ ແລະ ຍີ່ປຸ່ນຂອງທ່ານນັ້ນ ທ່ານ ພອມພຽວ ເວົ້າວ່າ “ໃນຂະນະທີ່
ພວກເຮົາໄດ້ຮັບກຳລັງໃຈ ຍ້ອນຄວາມກ້າວໜ້າໃນການເຈລະຈາກັນເຫຼົ່ານີ້ຢູ່ ຄວາມ
ກ້າວໜ້າຢ່າງດຽວ ຈະບໍ່ຊ່ອຍໃຫ້ເຫດຜົນດີພໍສຳລັບການຢຸດເຊົາ ນຳໃຊ້ການລົງໂທດ
ຕໍ່ລະບອບດັ່ງກ່າວ.”

ທ່ານ ລັດຖະມົນຕີ ກ່າວຕື່ມວ່າ ຈະມີການພິສູດການດຳເນີນງານ “ທີ່ພົວພັນກັບການ
ຍົກເລີກນິວເຄລຍ ຢ່າງຄົບຖ້ວນ. ມັນຈະເປັນໄປຕາມສິ່ງທີ່ປະທານາທິບໍດີ ທຣຳ ກັບ
ປະທານ ກິມ ໄດ້ຕົກລົງກັນໄວ້”.

ນັກການທູດຂັ້ນສູງຂອງ ສະຫະລັດ ໄດ້ເວົ້າຕໍ່ໄປກັບພວກເຈົ້າໜ້າທີ່ຂັ້ນອາວຸໂສຂອງ
ເກົາຫຼີໃຕ້ ວ່າ “ມັນເປັນໄປໃນທາງສ້າງສັນ” ເຖິງແມ່ນວ່າ ເກົາຫຼີເໜືອ ຈະໄດ້ອອກຖະ
ແຫຼງການສະບັບນຶ່ງວ່າ ວໍຊິງຕັນ “ເປັນຄືກັນກັບອັນຕະພານ” ໃນການຜັກດັນໃຫ້ຍົກ
ເລີກໂຄງການນິວເຄຼຽຢ່າງຮີບດ່ວນກໍ່ຕາມ. “ຖ້າຫາກການຂໍຮ້ອງດັ່ງກ່າວ ເປັນຄືອັນ
ຕະພານ ໂລກທັງມວນກໍຈະເປັນອັນຕະພານ ເພາະວ່າ ມັນເປັນການຕັດສີນໃຈຢ່າງ
ເປັນເອກກະສັນ ຢູ່ສະພາຄວາມໝັ້ນຄົງອົງການ ສະຫະປະຊາຊາດ ກ່ຽວກັບ ສິ່ງຈຳ
ເປັນຈະຕ້ອງໄດ້ບັນລຸ.”

ທ່ານ ລັດຖະມົນຕີ ເວົ້າວ່າ ພວກນັກການທູດ ເກົາຫຼີເໜືອ “ບໍ່ໄດ້ມີການຄັດຄ້ານ” ຢູ່ໃນ
ການສົນທະນາກັນຢູ່ນະຄອນຫຼວງ ພຽງຢາງ. ທ່ານເວົ້າວ່າ ທ່ານຫວັງວ່າ ຈະມີ “ເສັ້ນ
ທາງກ້າວໜ້າຕໍ່ໄປ” ໃນການເຈລະຈາກັນກັບເກົາຫຼີເໜືອ.”

ກະຊວງການຕ່າງປະເທດ ເກົາຫຼີເໜືອ ໄດ້ກ່າວໃນວັນເສົາວານນີ້ວ່າ ການສົນທະນາ
ກັບທ່ານ ພອມພຽວ “ເປັນເລື້ອງເສຍໃຈ” ທັງໄດ້ກ່າວຫາ ວໍຊິງຕັນ ວ່າ ພະຍາຍາມ
ບັງຄັບ ພຽງຢາງ ໃຫ້ລົບລ້າງໂຄງການອາວຸດນິວເຄລຍ ຂອງຕົນໂດຍຝ່າຍດຽວ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG