ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເກົາຫຼີເໜືອ ສາມາດ ມີສາຍພົວພັນກັບ ສະຫະລັດ ຄື ຫວຽດນາມໄດ້


Heftemîn festîvala Hinaran li Helebce
Heftemîn festîvala Hinaran li Helebce

ລັດຖະມົນການຕ່າງປະເທດ ສະຫະລັດ ທ່ານ ໄມຄ໌ ພອມພຽວ ໄດ້ຮຽກຮ້ອງ ເກົາຫຼີເໜືອ
ໃນວັນອາທິດວານນີ້ ໃຫ້ເອົາແບບຢ່າງ ຈາກ ຫວຽດນາມ ໃນການສ້າງສາຍພົວພັນໃໝ່
ກັບ ສະຫະລັດ, ຄືກັບທີ່ ຮາໂນ່ຍ ໄດ້ເຮັດຫຼາຍກວ່າ 4 ທົດສະວັດຜ່ານມາ ຫຼັງຈາກສົງ
ຄາມ ຫວຽດນາມ ກັບ ສະຫະລັດ ໄດ້ສິ້ນສຸດລົງ.

ນັກການທູດລະດັບສູງຂອງ ສະຫະລັດ, ເຊິ່ງໄດ້ເດີນທາງຢ້ຽມຢາມນະຄອນຫຼວງຂອງ
ປະເທດ ຫວຽດນາມ ຫຼັງຈາກການເຈລະຈາສອງວັນໃນນະຄອນຫຼວງ ພຽງຢາງ, ທີ່ເພັ່ງ
ເລັງໃສ່ການລົບລ້າງໂຄງການນິວເຄລຍຂອງ ເກົາຫຼີເໜືອ ນັ້ນ, ໄດ້ກ່າວວ່າ ຫຼັງຈາກ 23
ປີ ຂອງສາຍພົວພັນທີ່ເປັນປົກກະຕິລະຫວ່າງ ສະຫະລັດ ກັບ ຫວຽດນາມ ນັ້ນ ມັນຄວນ
ເປັນການພິສູດຫຼັກຖານໃຫ້ແກ່ຜູ້ນຳ ເກົາຫຼີເໜືອ ທ່ານ ກິມ ຈົງ ອຶນ ວ່າ ສະຫະລັດ ສາ
ມາດສ້າງສາຍພົວພັນໃໝ່ກັບອະດີດຄູ່ປໍລະປັກໄດ້.

ທ່ານ ພອມພຽວ ກ່າວວ່າ “ພວກເຮົາຮູ້ວ່າ ມັນແມ່ນຄວາມເປັນໄປໄດ້ທີ່ແທ້ຈິງ ເພາະວ່າ
ພວກເຮົາ ໄດ້ເຫັນ ຫວຽດນາມ ເຮັດໃນສິ່ງທີ່ໜ້າຍົກຍ້ອງນີ້ແລ້ວ.”

ທ່ານ ພອມພຽວ ບໍ່ໄດ້ຖືສຳຄັນກັບການກ່າວຫາຂອງ ເກົາຫຼີເໜືອ ທີ່ວ່າ ສະຫະລັດ ໄດ້
ທຳການຮຽກຮ້ອງແບບ “ພວກອັນຕະພານ” ເພື່ອໃຫ້ເຂົາເຈົ້າປະຖິ້ມໂຄງການນິວເຄລຍ
ແລະ ວ່າການເຈລະຈາຂອງເຂົາເຈົ້ານັ້ນແມ່ນ “ໜ້າຜິດຫວັງ.”

ທ່ານ ພອມພຽວ ກ່າວວ່າ “ຖ້າຄຳຮຽກຮ້ອງພວກນັ້ນແມ່ນເປັນແບບ “ອັນຕະພານ, ແລ້ວ
ໂລກທັງມວນກໍຈະເປັນອັນຕະພານເຊັ່ນກັນ.” ເປັນຄຳເວົ້າທີ່ທ່ານໄດ້ກ່າວໃນຂະນະທີ່
ສະພາຄວາມໝັ້ນຄົງອົງການສະຫະປະຊາຊາດ ໄດ້ຮຽກຮ້ອງຫຼາຍຄັ້ງ ໃຫ້ ເກົາຫຼີເໜືອ
ທຳລາຍອາວຸດນິວເຄລຍຂອງເຂົາເຈົ້າ ແລະ ສິ້ນສຸດໂຄງການລູກສອນໄຟຂີປະນາວຸດ
ຂອງເຂົາເຈົ້າ.

ທ່ານໄດ້ເວົ້າວ່າ ເລື່ອງກໍແມ່ນວ່າ ສະຫະລັດ ແມ່ນ “ກຳລັງຮ່ວມມື ແລະ ບໍ່ແມ່ນການຕໍ່
ສູ້” ກັບ ຫວຽດນາມ” ເປັນການພິສູດຫຼັກຖານວ່າ ເມື່ອປະເທດໃດນຶ່ງໄດ້ຕັດສິນໃຈທີ່ຈະ
ສ້າງອະນາຄົດທີ່ສົດໄສສຳລັບຕົນເອງຄຽງຂ້າງ ສະຫະລັດ ແລ້ວ, ພວກເຮົາກໍຈະປະຕິ
ບັດຕາມຄຳສັນຍາຕ່າງໆຂອງຊາວ ອາເມຣິກັນ.”

ທ່ານກໍໄດ້ກ່າວຢໍ້າເຖິງຄຳສັນຍາຂອງປະທານາທິບໍດີ ດໍໂນລ ທຣຳ ທີ່ຈະສົ່ງເສີມເສດ
ຖະກິດຂອງ ເກົາຫຼີເໜືອ ແລະ ສະໜອງການຮັບປະ ກັນດ້ານຄວາມປອດໄພໃຫ້ແກ່
ເຂົາເຈົ້າ ເພື່ອແລກປ່ຽນກັບການຍອມຍົກເລີກໂຄງການນິວເຄລຍຂອງທ່ານ ກິມ.

ທ່ານ ພອມພຽວ ເວົ້າວ່າ “ເມື່ອຄຳນຶງເຖິງຄວາມຈະເລີນຮັ່ງມີ ແລະ ການເປັນຄູ່ຮ່ວມກັນ
ທີ່ຄັ້ງນຶ່ງບໍ່ສາມາດຈິນຕະນາການມາກ່ອນ ກັບ ຫວຽດນາມ ໃນທຸກມື້ນີ້, ພວກເຮົາມີຂໍ້
ຄວາມນຶ່ງສຳລັບປະທານ ກິມ ຈົງ ອຶນວ່າ ປະທານາທິບໍດີ ທຣຳ ເຊື່ອວ່າ ປະເທດຂອງ
ທ່ານ ສາມາດເອົາແບບຢ່າງຂອງແນວທາງນີ້ໄດ້. ມັນແມ່ນຂອງທ່ານ ຖ້າທ່ານຈະເຮັດ
ທ່ານກໍຈະໄດ້ຮັບໂອກາດນັ້ນ. ປະຕິຫານ ໃນຄັ້ງນີ້ສາມາດເປັນຂອງທ່ານໄດ້. ມັນກໍສາ
ມາດເປັນປະຕິຫານຂອງທ່ານໃນ ເກົາຫຼີເໜືອ ເຊັ່ນດຽວກັນ.”

ແຕ່ກ່ອນໜ້ານີ້ໃນນະຄອນຫຼວງ ໂຕກຽວ, ທ່ານ ພອມພຽວ ໄດ້ກ່າວວ່າ ມາດຕະການລົງ
ໂທດຈະຍັງຄົງຢູ່ກັບ ເກົາຫຼີເໜືອ ຄືເກົ່າ “ຈົນກວ່າຈະມີການຢືນຢັນຄັ້ງສຸດທ້າຍວ່າມີ
ການປົດອາວຸດນິວເຄລຍຢ່າງເຕັມສ່ວນ, ດັ່ງທີ່ໄດ້ຕົກລົງເຫັນດີໂດຍປະທານ ກິມ.”

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

Pompeo Claims Progress in Talks With North Korea
please wait

No media source currently available

0:00 0:02:31 0:00

XS
SM
MD
LG