ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ. ພອມພຽວ ເອີ້ນສັນຕິພາບ ລະຫວ່າງ ອິສຣາແອລ-ປາແລັສໄຕນ໌ ວ່າ ເປັນ 'ບູລິມະສິດ ທີ່ເຫຼືອເຊື່ອ'


ລັດຖະມົນຕີວ່າການຕ່າງປະເທດ ສຫລ ທ່ານ ໄມຄ໌ ພອມພຽວ (ຊ້າຍ), ກຳລັງຟັງ ລັດຖະມົນຕີວ່າການຕ່າງປະເທດ ຂອງ
ຊາອຸດີ ອາຣາເບຍ ທ່ານ ອາແດລ ອາລ-ຈູແບຣ, ກ່າວ ໃນລະ
ຫວ່າງ ກອງປະຊຸມຖະແຫລງຂ່າວຮ່ວມ, ຢູ່ທີ່ ອາຄານສະ
ໜາມບິນ ກະສັດ ຄາເລດ, ໃນນະຄອນຫຼວງ ຣີຢາດຂອງຊາອຸ
ດີ ອາຣາເບຍ, ວັນທີ 29 ເມສາ 2018.
ລັດຖະມົນຕີວ່າການຕ່າງປະເທດ ສຫລ ທ່ານ ໄມຄ໌ ພອມພຽວ (ຊ້າຍ), ກຳລັງຟັງ ລັດຖະມົນຕີວ່າການຕ່າງປະເທດ ຂອງ ຊາອຸດີ ອາຣາເບຍ ທ່ານ ອາແດລ ອາລ-ຈູແບຣ, ກ່າວ ໃນລະ ຫວ່າງ ກອງປະຊຸມຖະແຫລງຂ່າວຮ່ວມ, ຢູ່ທີ່ ອາຄານສະ ໜາມບິນ ກະສັດ ຄາເລດ, ໃນນະຄອນຫຼວງ ຣີຢາດຂອງຊາອຸ ດີ ອາຣາເບຍ, ວັນທີ 29 ເມສາ 2018.

ລັດຖະມົນຕີວ່າການຕ່າງປະເທດ ທ່ານ ໄມຄ໌ ພອມພຽວ ໄດ້ກ່າວໃນວັນຈັນ ມື້ນີ້ ວ່າ
ການສະໜອງ ການຊ່ອຍເຫຼືອໃດໆກໍຕາມ ແມ່ນຈຳເປັນ ເພື່ອທີ່ຈະນຳມາ ຊຶ່ງສັນຕິພາບ
ລະຫວ່າງ ອິສຣາແອລ ກັບ ປາແລັສໄຕນ໌. ອັນນັ້ນ ແມ່ນ “ບູລິມະສິດທີ່ເຫຼືອເຊື່ອ”
ສຳລັບ ສະຫະລັດ ແລະ ທ່ານ ໄດ້ຊຸກຍູ້ໃຫ້ ປາແລັສໄຕນ໌“ກັບຄືນໄປສູ່ ການເຈລະຈາ
ດ້ານການເມືອງນັ້ນຊະ.”

ທ່ານ ພອມພຽວ ໄດ້ກ່າວວ່າ “ພວກເຮົາຈະສືບຕໍ່ທຳງານເພື່ອສັນຕິພາບ ໃນຄວາມ
ຫວັງອັນສູງສົ່ງ ຂອງຂໍ້ສະເໜີທີ່ຈະໄດ້ຮັບຜົນທີ່ດີທີ່ສຸດ ສຳລັບ ປະຊາຊົນຊາວ
ອິສຣາແອລ ແລະ ຊາວປາແລັສໄຕນ໌ ຂອງທັງສອງປະເທດ
” ໃນຂະນະທີ່ມີ ລັດ
ຖະມົນຕີ ວ່າການຕ່າງປະເທດ ຂອງຈໍແດັນ ທ່ານ ເອມານ ຊາຟາດີ ຢືນຢູ່ຄຽງຂ້າງ
ໃນນະຄອນຫຼວງ ອຳມານ.

ລັດຖະມົນຕີວ່າການຕ່າງປະເທດ ສຫລ ທ່ານ ໄມຄ໌ ພອມພຽວ, ກ່າວ ໃນລະຫວ່າງ ກອງປະຊຸມ ຖະແຫລງຂ່າວ ຮ່ວມກັບ ລັດຖະມົນຕີວ່າການຕ່າງປະເທດຂອງຊາອຸດີ ອາຣາເບຍ ທ່ານ ອາແດລ ອາລ-ຈູແບຣ, ຢູ່ທີ່ ອາຄານສະໜາມບິນ ແຫ່ງກະສັດ ຄາເລດ, ໃນນະຄອນຫຼວງ ຣີຢາດ ຂອງຊາອຸດີ ອາຣາເບຍ, ວັນທີ 29 ເມສາ 2018.
ລັດຖະມົນຕີວ່າການຕ່າງປະເທດ ສຫລ ທ່ານ ໄມຄ໌ ພອມພຽວ, ກ່າວ ໃນລະຫວ່າງ ກອງປະຊຸມ ຖະແຫລງຂ່າວ ຮ່ວມກັບ ລັດຖະມົນຕີວ່າການຕ່າງປະເທດຂອງຊາອຸດີ ອາຣາເບຍ ທ່ານ ອາແດລ ອາລ-ຈູແບຣ, ຢູ່ທີ່ ອາຄານສະໜາມບິນ ແຫ່ງກະສັດ ຄາເລດ, ໃນນະຄອນຫຼວງ ຣີຢາດ ຂອງຊາອຸດີ ອາຣາເບຍ, ວັນທີ 29 ເມສາ 2018.


ທ່ານ ພອມພຽວ ໄດ້ກ່າວອີກວ່າ ມັນຂຶ້ນຢູ່ກັບທັງສອງຝ່າຍ ທີ່ຈະຕັດສິນໃຈໃນທີ່ສຸດ
ໃນອັນທີ່ວ່າ ແມ່ນຫຍັງຄືການແກ້ໄຂທີ່ຖືກຕ້ອງ ແລະ ວ່າ ສະຫະລັດ ແມ່ນເປີດຮັບເອົາ
“ຜົນທີ່ຈະອອກມາ” ຂອງການແກ້ໄຂແບບ ສອງປະເທດ.

ສ່ວນ ທ່ານ ຊາຟາດີ ໄດ້ເອີ້ນການແກ້ບັນຫາຂັດແຍ້ງ ທີ່ຍືດເຍື້ອຍາວນານ ນັ້ນຈະເປັນ
ກຸນແຈສຳລັບ “ສັນຕິພາບທີ່ຍືນຍົງ ແລະ ຄົບຖ້ວນຮອບດ້ານ” ຢູ່ໃນຂົງເຂດ. ທ່ານໄດ້
ກ່າວຕື່ມວ່າ ສຳລັບຈໍແດັນ ການແກ້ໄຂແບບສອງປະເທດ ເປັນພຽງທາງດຽວທີ່ຈະກ້າວ
ໄປໜ້າ.

ລັດຖະມົນຕີວ່າການຕ່າງປະເທດ ທ່ານ ໄມ ພອມພຽວ (Mike Pompeo) ຈັບມືກັບ ຄູ່ຕຳແໜ່ງຂອງທ່ານ ຈາກຊາອຸດີ ອາເຣເບຍ ທ່ານ ອາແດລ ອາລ-ຈູແບຣ ໃນລະຫວ່າງ ກອງປະຊຸມຖະແຫລງຂ່າວ ໃນນຄອນ ຣີຢາດ ຂອງຊາອຸດີ ອາຣາເບຍ, ວັນທີ 29 ເມສາ 2018.
ລັດຖະມົນຕີວ່າການຕ່າງປະເທດ ທ່ານ ໄມ ພອມພຽວ (Mike Pompeo) ຈັບມືກັບ ຄູ່ຕຳແໜ່ງຂອງທ່ານ ຈາກຊາອຸດີ ອາເຣເບຍ ທ່ານ ອາແດລ ອາລ-ຈູແບຣ ໃນລະຫວ່າງ ກອງປະຊຸມຖະແຫລງຂ່າວ ໃນນຄອນ ຣີຢາດ ຂອງຊາອຸດີ ອາຣາເບຍ, ວັນທີ 29 ເມສາ 2018.

ການເດີນທາງຢ້ຽມຢາມ ຂອງທ່ານ ພອມພຽວ ມີຂຶ້ນ ຫຼັງຈາກໄດ້ມີການປະທ້ວງຫຼາຍຄັ້ງ
ໃນໄລຍະນຶ່ງເດືອນ ໂດຍຊາວປາແລັສໄຕນ໌ ຢູ່ໃນເຂດກາຊາ ທີ່ໄດ້ຫັນປ່ຽນໄປເປັນ
ຄວາມຮຸນແຮງ ໂດຍທີ່ກຳລັງຂອງອິສຣາແອລ ໄດ້ສັງຫານ ຊາວປາແລັສໄຕນ໌ ປະມານ
40 ຄົນ. ຊາວປາແລັສໄຕນ໌ ກ່າວຫາ ອິສຣາແອລ ວ່າ ໃຊ້ກຳລັງຫຼາຍເກີນໄປ ໃນຂະນະ
ດຽວກັນ ອິສຣາແອລ ກໍກ່າວວ່າ ມັນເປັນການປົກປ້ອງ ເຂດຊາຍແດນຂອງຕົນ ແລະ
ພຽງແຕ່ແນເປົ້າໝາຍໃສ່ ພວກຫາເລື້ອງເທົ່ານັ້ນ.

ໃນເວລາຖືກຖາມ ກ່ຽວກັບຄວາມຮຸນແຮງດັ່ງກ່າວນັ້ນ ທ່ານ ພອມພຽວ ໄດ້ກ່າວວ່າ “ພວກເຮົາເຊື່ອວ່າ ຊາວອິສຣາແອລ ມີສິດ ທີ່ຈະປົກປ້ອງພວກເຂົາເຈົ້າເອງ ແລະ
ພວກເຮົາກໍສະໜັບສະໜູນ ຢ່າງເຕັມສ່ວນ.”

ນອກຈາກການເຫັນດີ ນຳຄວາມຈຳເປັນ ເພື່ອໃຫ້ ສະຫະປະຊາຊາດນຳພາ ໃນການ
ແກ້ໄຂ້ບັນຫາຂັດແຍ້ງ ໃນຊີເຣຍ ແລ້ວ ທ່ານ ພອມພຽວ ຍັງໄດ້ກ່າວວ່າ ທ່ານ ແລະ ທ່ານ
ຊາຟາດີ ໄດ້ປຶກສາຫາລືກັນ ເຖິງວິທີທາງທີ່ດີທີ່ສຸດ ໃນການຕ້ານອັນທີ່ທ່ານເອີ້ນວ່າ
“ອິດທິພົນທີ່ຫວັງປອງຮ້າຍ ແລະ ການເຄື່ອນໄຫວຢູ່ໃນຂົງເຂດນຳ.”

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG