ລັດຖະມົນຕີຕ່າງປະເທດສະຫະລັດ ທ່ານໄມຄ໌ ພອມພຽວ ໄດ້ມຸ້ງໜ້າສູ່ພາກຕາເວັນ
ອອກກາງ ໃນວັນອັງຄານວານນີ້ ເພື່ອສົນທະນາຫາລືກ່ຽວກັບຄວາມປອດໄພ ຢູ່ຄູເວດ
ອິສຣາແອລ ແລະເລບານອນ ໃນຂະນະທີ່ວໍຊິງຕັນ ເບິ່ງຄືວ່າກຳລັງຊອກຫາການສະ
ໜັບສະໜູນຄັ້ງໃໝ່ ເພື່ອຕໍ່ຕ້ານການຮຸກຮານຂອງອີຣ່ານ.
ນັກການທູດສູງສຸດສະຫະລັດ ໄດ້ຢຸດແວ່ທີ່ນະຄອນຄູເວດຊີຕີ້ິ້ເປັນບ່ອນທຳອິດ ທີ່ທ່ານ
ກ່າວວ່າ ທ່ານວາງແຜນທີ່ຈະສົນທະນາແຜນຍຸດທະສາດຂອງສະຫະລັດ ຢູ່ໃນຂົງເຂດ
ແລະບັນຫາພະລັງງານກັບບັນດາເຈົ້າໜ້າທີ່ຄູເວດ.
ຢູ່ທີ່ອິສຣາແອລ ບ່ອນຢຸດແວ່ແຫ່ງຕໍ່ໄປໃນການຢ້ຽມຢາມຫ້າມື້ນັ້ນ ທ່ານພອມພຽວວາງ
ແຜນພົບປະກັບນາຍົກລັດຖະມົນຕີເບັນຈາມິນ ເນຕັນຢາຮູ ທີ່ລັດຖະບານຂອງທ່ານ
ພວມຈະມີການແຂ່ງຂັນເລືອກຕັ້ງໃໝ່ ທີ່ຫຍຸ້ງຍາກໃນວັນທີ 9 ເມສານີ້ ໃນຂະນະທີ່
ທ່ານເນຕັນຢາຮູ ໄດ້ມີພົວພັນກັບການສືບສວນກ່ຽວກັບ
ການສໍ້ລາດບັງຫຼວງ ແລະປະເຊີນໜ້າກັບການກ່າວຫາຮັບສິນບົນ ສໍ້ໂກງ ແລະລະ
ເມີດຄວາມເຊື່ອຖື.
ທ່ານພອມພຽວ ໃນການຖະແຫຼງຕໍ່ພວກນັກຂ່າວ ທີ່ເດີນທາງໄປຍັງພາກຕາເວັນອອກ
ກາງນັ້ນ ບໍ່ໄດ້ຫົວຊາກັບການສະເໜີແນະທີ່ວ່າ ການພົບປະຂອງທ່ານ ກັບທ່ານເນຕັນ
ຢາຮູ ອາດເບິ່ງກັນວ່າ ເປັນການແຊກແຊງຂອງສະຫລັດເຂົ້າໃນການເລືອກຕັ້ງອິສຣາ
ແອລ ໂດຍໃຫ້ການສະໜັບສະໜູນ ຕໍ່ທ່ານເນຕັນຢາຮູ.
ເຈົ້າໜ້າທີ່ອະວຸໂສກະຊວງຕ່າງປະເທດກ່າວໃນອາທິດແລ້ວນີ້ວ່າ ທ່ານພອມພຽວຈະ
ບໍ່ພົບປະກັບບັນດາຝ່າຍຄ້ານຂອງທ່ານເນຕັນຢາຮູ ແຕ່ທ່ານເນຕັນຢາຮູພຽງຄົນດຽວ
ເທົ່ານັ້ນ ໃນນາມຫົວໜ້າລັດຖະບານອິສຣາແອລ ຄົນປັດຈຸບັນ.
ທ່ານພອມພຽວກ່າວວ່າ “ເພາະສະນັ້ນ ມີການເລືອກຕັ້ງຢູ່ເລື້ອຍໆ. ພວກເຮົາມີການ
ເລືອກຕັ້ງ ນຶ່ງປີຂ້າງໜ້ານີ້. ເຂົາເຈົ້າມີການເລືອກຕັ້ງໜ້ອຍກ່ອນນຶ່ງເດືອນ ຂ້າງໜ້າ.
ຂ້າພະເຈົ້າໄປອິສຣາແອລ ເພາະວ່າຄວາມສຳພັນທີ່ສຳຄັນທີ່ພວກເຮົາມີ. ຄວາມສຳ
ພັນຂອງພວກເຮົາ ລະຫວ່າງສະຫະລັດ ແລະອິສຣາແອລ ຍັງຄືເກົ່າກັບເຂົາເຈົ້າທີ່ມີ
ກັບສະຫະລັດ. ບັນດາຜູ້ນຳຈະປ່ຽນແປງຢູ່ໃນສອງປະເທດເວລາມາເຖິງ. ຄວາມສຳ
ພັນດັ່ງກ່າວສຳຄັນ ບໍ່ກ່ຽວກັບວ່າບັນດາຜູ້ນຳນັ້ນແມ່ນໃຜ.”
ທ່ານເນຕັນຢາຮູ ຈະມາຢ້ຽມຢາມນະຄອນຫຼວງວໍຊິງຕັນ ໃນອາທິດໜ້ານີ້ ເພື່ອເຂົ້າ
ຮ່ວມກອງປະຊຸມປະຈຳປີຄະນະກຳມະການປະຊາສຳພັນ ອາເມຣິກັນອິສຣາແອລ ທີ່
ເປັນກຸ່ມວີ້ງເຕັ້ນຊາວຢິວ ທີ່ມີອຳນາດຢູ່ໃນສະຫະລັດ ແລະຍັງອາດພົບປະກັບປະທາ
ນາທິບໍດີດໍໂນລ ທຣຳ ນຳດ້ວຍ.