ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຄະນະຜູ້ແທນ ສຫລ ພົບປະກັບ ປ. ເມັກຊິໂກ ຄົນປັດຈຸບັນ ແລະ ຄົນໃໝ່


ລັດຖະມົນຕີ ການຕ່າງປະເທດ ສະຫະລັດ ທ່ານໄມຄ໌ ພອມພຽວ, ຊ້າຍ, ແລະລັດຖະມົນຕີ ການຕ່າງປະເທດ ເມັກຊິໂກ ທ່ານ ລູອິສ ວີເດີກາເຣ ຍິ້ມໃຫ້ກັນ ຫຼັງຈາກ ກອງປະຊຸມຖະແຫລງຂ່າວ ຢູ່ໃນນະຄອນຫຼວງ ເມັກຊິໂກ ຊີຕີ, ວັນທີ 13 ກໍລະກົດ 2018.
ລັດຖະມົນຕີ ການຕ່າງປະເທດ ສະຫະລັດ ທ່ານໄມຄ໌ ພອມພຽວ, ຊ້າຍ, ແລະລັດຖະມົນຕີ ການຕ່າງປະເທດ ເມັກຊິໂກ ທ່ານ ລູອິສ ວີເດີກາເຣ ຍິ້ມໃຫ້ກັນ ຫຼັງຈາກ ກອງປະຊຸມຖະແຫລງຂ່າວ ຢູ່ໃນນະຄອນຫຼວງ ເມັກຊິໂກ ຊີຕີ, ວັນທີ 13 ກໍລະກົດ 2018.

ລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານ ໄມຄ໌ ພອມພຽວ ກ່າວວ່າ ທ່ານ “ຢາກ
ເນັ້ນຢ້ຳ ດ້ວຍຄວາມເຄົາລົບນັບຖື”
ເຖິງທ່າທີ ຂອງສະຫະລັດ ກ່ຽວກັບ ຄວາມໝັ້ນຄົງ
ຢູ່ຊາຍແດນ ໃນແຕ່ລະກອງປະຊຸມຂອງທ່ານ ກັບ ບັນດາຜູ້ນຳຂອງເມັກຊິໂກ ໃນລະ
ຫວ່າງ ການເດີນທາງ ຢ້ຽມຢາມ ນະຄອນຫຼວງເມັກຊິໂກ ຊີຕີ ເພື່ອພົບປະກັບ ປະທານາ
ທິບໍດີ ຂອງປະເທດດັ່ງກ່າວ ແລະປະທານາທິບໍດີ ທີ່ຫາກໍຖືກເລືອກໃໝ່.

ທ່ານພອມພຽວ ໄດ້ກ່າວ ພາຍຫລັງຈາກທີ່ໄດ້ເຈລະຈາກັນແລ້ວວ່າ ສະຫະລັດ “ແມ່ນ
ໝາຍໝັ້ນ ທີ່ຈະທຳຄວາມກ້າວໜ້າ ຫຼາຍພໍສົມຄວນ ເພື່ອຮັກສາຄວາມໝັ້ນຄົງ ຢູ່
ທັງສອງຟາກຂອງຊາຍແດນ.”
ນຶ່ງໃນຄຳໝັ້ນສັນຍາ ຂອງການໂຄສະນາຫາສຽງ ຂອງ
ປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ ນັ້ນ ກໍແມ່ນວ່າ ຈະສ້າງກຳແພງຢູ່ຊາຍ
ແດນຂອງສະຫະລັດ ທີ່ຕິດກັບເມັກຊິໂກ ເພື່ອຫລຸດຜ່ອນການຫລັ່ງໄຫລເຂົ້າມາ ຂອງ
ພວກຄົນເຂົ້າເມືອງຜິດກົດໝາຍ. ທ່ານທຣຳໄດ້ສັນຍາ ໃນເວລານັ້ນ ວ່າ ຈະໃຫ້ເມັກຊິໂກ
ຈ່າຍຄ່າກຳແພງ ນັ້ນ.

ທ່ານພອມພຽວ ໄດ້ກ່າວຕື່ມວ່າ ທ່ານ ແລະຄະນະຜູ້ແທນສະຫະລັດທັງຫຼາຍ ເຊິ່ງປະ
ກອບດ້ວຍ ລູກເຂີຍຂອງປະທານາທິບໍດີ ທ່ານ ຈາເຣດ ຄຸສເນີ ແລະລັດຖະມົນຕີ ກະຊວງ
​ຮັກສາ​ຄວາມ​ປອດ​ໄພ​ພາຍ​ໃນ ​ຂອງ​ສະຫະລັດ ທ່ານນາງ ເຄຣີສເຈນ ນິລເສນ ຍັງຈະໄດ້
ປຶກສາຫາລື ໃນເລື້ອງການຄ້າ ກັບບັນດາເຈົ້າໜ້າທີ່ຂອງເມັກຊິໂກ ດ້ວຍ. ທ່ານ ພອມພຽວ
ໄດ້ກ່າວວ່າ ມັນມີຄວາມສຳຄັນ ທີ່ ສະຫະລັດ ແລະເມັກຊິໂກ ມີ “ສາຍສຳພັນທາງດ້ານ
ການຄ້າ ທີ່ເຂັ້ມແຂງ ຍຸຕິທຳ ແລະສົມສ່ວນ” ອັນນັ້ນ ແມ່ນຈະຕ້ອງກຳນົດ ໃຫ້ “ປັບປຸງ
ໃໝ່”
ສັນຍາການຄ້າເສລີໃນທະວີບອາເມຣິກາເໜືອ.

ສ່ວນລັດຖະມົນຕີ ການຕ່າງປະເທດ ຂອງເມັກຊິໂກ ທ່ານ ລູອິສ ວີເດີກາເຣ ກາໂຊ ໄດ້
ກ່າວວ່າ ປະທານາທິບໍດີ ເອນຣິເກ ປີຍາ ນີເອໂຕ ທີ່ກຳລັງຈະພົ້ນຈາກຕຳແໜ່ງ ໄດ້ປະຕິ
ຍານວ່າ ຈະທຳງານຮ່ວມກັບ ຜູ້ທີ່ມາຮັບຕຳແໜ່ງແທນທ່ານ ກໍຄື ທ່ານ ອານເດຣສ໌
ມານູແອລ ໂລເປສ ໂອບຣາດໍຣ ເພື່ອນຳສະເໜີ ເປັນ “ຄວາມເປັນເອກກະພາບຍກັນ”
ສຳລັບເມັກຊິໂກ ໃນຂະນະທີ່ຕົນຈະປ່ຽນ ແປງ ຄະນະລັດຖະບານ ຈາກຊຸດນຶ່ງ ໄປເປັນ
ອີກຊຸດນຶ່ງ ໃນວັນທີ 1 ເດືອນທັນວາ ນີ້.

ທ່ານລັດຖະມົນຕີການຕ່າງປະເທດ ໄດ້ກ່າວອີກວ່າ ບັນດາເຈົ້າໜ້າທີ່ຂອງເມັກຊິໂກ
ໄດ້ສະແດງຄວາມເປັນຫ່ວງ ກ່ຽວກັບ ນະໂຍບາຍຂອງສະຫະລັດ ເມື່ອບໍ່ນານມານີ້ ທີ່
ແບ່ງແຍກພວກເດັກນ້ອຍ ອອກຈາກພໍ່ແມ່ຂອງພວກເຂົາເຈົ້າ ໃນເວລາທີ່ຖືກຄວບຄຸມ
ໂຕຢູ່ທີ່ຊາຍແດນຂອງສະຫະລັດ. ພວກເພິ່ນໄດ້ຂໍໃຫ້ ຄະນະຜູ້ແທນ ສະຫະລັດ ຈົ່ງ “ພະຍາຍາມຢ່າງດີທີ່ສຸດຂອງພວກເພິ່ນ” ເພື່ອໃຫ້ພວກເດັກນ້ອຍ ກັບຄືນໄປຢູ່ນຳ
ຄອບຄົວຂອງພວກເຂົາເຈົ້າ ໂດຍໄວເທົ່າທີ່ຈະໄວໄດ້.

ຄວາມພະຍາຍາມ ຂອງຄະນະລັດຖະບານ ທ່ານທຣຳ ເພື່ອທີ່ຈະປົວແປງຄວາມສຳພັນ
ທີ່ແຕກແຫງ ແລະ ຟື້ນຟູສາຍສຳພັນສອງຝ່າຍຄືນໃໝ່ລະຫວ່າງປະເທດ ເພື່ອນບ້ານທັງ
ສອງ ໄດ້ມີຂຶ້ນບໍ່ເທົ່າໃດວັນຫຼັງຈາກທີ່ທ່ານ ໂລເປສ ໂອບຣາດໍຣ ທີ່ນິຍົມຊ້າຍ ໄດ້ຊະນະ
ການເລືອກຕັ້ງດ້ວຍຄະແນນສຽງຖ້ວມລົ້ນ ເປັນປະທານາທິບໍດີ ນຶ່ງສະໄໝ ໄລຍະ 6 ປີ.
ໃນການເຂົ້າຮ່ວມການເຈລະຈາ ກໍຍັງມີລັດຖະ ມົນຕີການຕ່າງປະເທດຂອງເມັກຊິໂກ
ທ່ານ ລູອິສ ວີເດີກາເຣ ກາໂຊ ແລະ ຜູ້ທີ່ຖືກສະເໜີ ໃຫ້ເປັນລັດຖະມົນຕີການຕ່າງ
ປະເທດ ທ່ານມາຣແຊລໂລ ອີບຣາດ ກາວສາບອນ.

Mexico Calls on Pompeo to Reunite Migrant Children with Their Parents
please wait

No media source currently available

0:00 0:02:03 0:00

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG