ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານພອມພຽວ ຢ້ຽມຢາມອັຟການິສຖານ ທ່າມກາງ ວິກິດການ ທາງດ້ານເມືອງ ແລະການເຈລະຈາສັນຕິພາບ


ລັດຖະມົນຕີຕ່າງປະເທດສະຫະລັດ ທ່ານໄມຄ໌ ພອມພຽວ ແລະເອກອັກຄະລັດຖະທູດສະຫະລັດ ປະຈຳອັຟການິສຖານ ທ່ານຈອນ ແບສ ກຳລັງຍ່າງອອກຈາກເຮືອບິນເຮລິຄອບເຕີ ທີ່ນະຄອນກາບູລ ອັຟການິສຖານ ວັນທີ 25 ມິຖຸນາ 2019.
ລັດຖະມົນຕີຕ່າງປະເທດສະຫະລັດ ທ່ານໄມຄ໌ ພອມພຽວ ແລະເອກອັກຄະລັດຖະທູດສະຫະລັດ ປະຈຳອັຟການິສຖານ ທ່ານຈອນ ແບສ ກຳລັງຍ່າງອອກຈາກເຮືອບິນເຮລິຄອບເຕີ ທີ່ນະຄອນກາບູລ ອັຟການິສຖານ ວັນທີ 25 ມິຖຸນາ 2019.

ລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານໄມຄ໌ ພອມພຽວ ເດີນທາງໄປຢ້ຽມຢາມນະ
ຄອນຫຼວງກາບູລ ແບບບໍ່ມີການປະກາດໃຫ້ຊາບລ່ວງໜ້າ ໃນວັນຈັນມື້ນີ້ ບ່ອນທີ່ຄາດກັນ
ວ່າ ທ່ານຈະຊຸກຍູ້ໃຫ້ມີການສ້າງຄວາມກ້າວໜ້າຕໍ່ການເຈລະຈາສັນຕິພາບລະຫວ່າງພັກ
ຝ່າຍຕ່າງໆໃນອັຟການິສຖານ ແລະຫາທາງແກ້ ໄຂຕໍ່ວິກິດການທາງດ້ານການເມືອງ ທີ່
ໄດ້ເກີດຂຶ້ນຫຼັງຈາກການເລືອກຕັ້ງປະທານາທິບໍດີ.

ໝາຍກຳນົດຂອງທ່ານພອມພຽວແມ່ນຮວມທັງ ການພົບປະແບບແຍກກັນ ແລະການພົບ
ປະຮ່ວມກັນ ລະຫວ່າງ ປະທານາທິບໍດີອາສຣາຟ ການີ ແລະທ່ານອັບດູລລາ ອັບດູລລາ
ທີ່ເປັນຄູ່ແຂ່ງ.

ທ່ານການີໄດ້ຖືກປະກາດຢ່າງເປັນທາງການວ່າ ເປັນຜູ້ໄດ້ຮັບໄຊຊະນະໃນການ ເລືືອກຕັ້ງ
ໃນຂະນະທີ່ທ່ານອັບດູລລາ ໄດ້ທ້າທາຍຕໍ່ຜົນການເລືອກຕັ້ງດັ່ງກ່າວ. ບຸກຄົນທັງສອງຕ່າງ
ກໍໄດ້ຈັດພິທີສາບານໂຕເຂົ້າຮັບຕຳແໜ່ງຂອງໃຜລາວ.

ການຢ້ຽມຢາມຂອງທ່ານພອມພຽວ ມີຂຶ້ນນຶ່ງມື້ ຫຼັງຈາກສະຫະລັດ ແລະກາຕາ ໄດ້ຊ່ວຍ
ເຫຼືອເຈົ້າໜ້າທີ່ອັຟການິສຖານ ແລະພວກຕາລິບານຈັດການເຈລະຈາ ຂອງເຂົາເຈົ້າ ຜ່ານ
ກອງປະຊຸມທາງວີດີໂອ.

ທ່ານຊາລເມ ຄາລີຊາດ ທູດພິເສດສະຫະລັດ ຮັບຜິດຊອບໃນເລື້ອງສັນຕິພາບ ອັຟການິສຖານ ກ່າວວ່າ ທັງຝ່າຍອັຟການິສຖານ ແລະຕາລິບານຕ່າງກໍ “ໄດ້ ສະແດງຄວາມໝັ້ນໝາຍ
ຂອງພວກເຂົາເຈົ້າຢ່າງໜັກແໜ້ນເພື່ອຫລຸດຜ່ອນຄວາມ ຮຸນແຮງ ການເຈລະຈາລະຫວ່າງ
ພັກຝ່າຍຂອງອັຟການິສຖານຕະຫຼອດທັງການ ການຢຸດຍິງຮອບດ້ານແລະຢ່າງຖາວອນ”
ໃນຂະນະທີ່ພວກເຂົາເຈົ້າເຫັນພ້ອມ ໃນການທີ່ຈະເຈລະຈາກັນຕື່ມອີກ ໃນສອງມື້ຂ້າງໜ້ານີ້.

ສະຫະລັດ ແລະກຸ່ມຕາລິບານ ໄດ້ບັນລຸຂໍ້ຕົກລົງສັນຕິພາບ ທີ່ຮຽກຮ້ອງໃຫ້ມີ ການຫລຸດກຳລັງທະຫານສະຫະລັດ ຢູ່ໃນອັຟການິສຖານ ແລະໃຫ້ກຸ່ມ ຕາລີ ບານພົວພັນ ໃນການສົນທະນາສັນຕິພາບ ກັບລັດຖະບານອັຟການິສຖານ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG