ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ​ ພ​ອມ​ພຽວ ຈະພົບ​ປະ​ກັບ ທ່ານ ​ປູຕິນ, ທ່ານ ລາ​ຟ​ຣອ​ຟ ທ່າມ​ກາງ ຄວາມ​ເຄັ່ງ​ຕຶງ​​


ລັດ​ຖະ​ມົນ​ຕີ​ຕ່າງ​ປະ​ເທດ ​ສະ​ຫະ​ລັດ ທ່ານ​ ໄມ​ຄ໌ ພອມ​ພຽວ ເດີນ​ທາງ​ຮອດ​ການ​ພົບ​ປະກັບ​ຫົວ​ໜ້າ​ເລ​ຂາ​ລັດ​ຖະ​ບານ ຍີ່​ປຸ່ນ ທ່ານ ໂຢ​ຊິ​ຮິ​ເດະ ຊູ​ກະ, ​ຢູ່ກະ​ຊວງ​ຕ່າງ​ປະ​ເທດ ໃນ​ນະ​ຄອນ​ຫຼວງວໍ​ຊິງຕັນ ວັນ​ທີ 9 ພຶດ​ສະ​ພາ 2019.
ລັດ​ຖະ​ມົນ​ຕີ​ຕ່າງ​ປະ​ເທດ ​ສະ​ຫະ​ລັດ ທ່ານ​ ໄມ​ຄ໌ ພອມ​ພຽວ ເດີນ​ທາງ​ຮອດ​ການ​ພົບ​ປະກັບ​ຫົວ​ໜ້າ​ເລ​ຂາ​ລັດ​ຖະ​ບານ ຍີ່​ປຸ່ນ ທ່ານ ໂຢ​ຊິ​ຮິ​ເດະ ຊູ​ກະ, ​ຢູ່ກະ​ຊວງ​ຕ່າງ​ປະ​ເທດ ໃນ​ນະ​ຄອນ​ຫຼວງວໍ​ຊິງຕັນ ວັນ​ທີ 9 ພຶດ​ສະ​ພາ 2019.

ລັດ​ຖະ​ມົນ​ຕີ​ກະ​ຊວງ​ຕ່າງ​ປະ​ເທດ ​ສະ​ຫະ​ລັດ ທ່ານ ​ໄມຄ໌ ພອມ​ພຽວ ຈະພົບ​ປະ​ກັບ​ປະ​
ທາ​ນາ​ທິບໍດີ​ ຣັດ​ເຊຍ ທ່ານ ວ​ລາ​ເດີ​ເມຍ ປູ​ຕິນ ແລະ​ລັດ​ຖະ​ມົນ​ຕີ​ຕ່າງ​ປະ​ເທດ ຣັດ​ເຊຍ
ທ່ານ​ ເຊີ​ເກ ລາຟ​ຣອ​ຟ​ ໃນອາ​ທິດ​ນີ້, ໃນ​ຂະ​ນະ​ທີ່​ສອງ​ປະ​ເທດ​ປະ​ທະ​ກັນ​ ກ່ຽວ​ກັບຫຼ​າຍ
​ບັນ​ຫາ​ຮວມ​ທັງ ​ເວ​ເນ​ຊູ​ເອ​ລາ, ອີ​ຣ່ານ ແລະ​ການ​ແຊກ​ແຊງ​ຂອງ​ ຣັດ​ເຊຍ ໃນ​ການ
​ເລືອກ​ຕັ້ງ​ຂອງ​ ສະ​ຫະ​ລັດ ​ປີ 2016.

ທ່ານ ​ພອມ​ພຽວ ໄດ້ຈະ​ເດີນ​ທາງ​ໄປ ​ມົ​ສ​ກູ ​ໃນ​ວັນ​ອາ​ທິດ​ມື້​ນີ້ ເປັນ​ການ​ຢ້ຽມ​ຢາມ ​ຣັດ​
ເຊຍ ຄັ້ງ​ທຳ​ອິດ​ໃນນ​າມຫົວ​ໜ້າ​ນັກ​ການ​ທູດ ​ສະ​ຫະ​ລັດ.

ບັນ​ດາ​ເຈົ້າ​ໜ້າ​ທີ່​ສຸງ​ສຸດ​ຂອງ​ ສະ​ຫະ​ລັດ​ ຮ​ວມ​ທັງ ທ່ານ ​ພອມ​ພຽວ ແລະ​ຮອງ​ປະ​ທາ​ນາ​
ທິ​ບໍ​ດີ ໄມ​ຄ໌ ​ແພັນ​ສ໌ ໄດ້​ກ່າວ​ຫາ ​ຣັດ​ເຊຍ​ ວ່າ​ເຮັດ​ວຽກ​ຕ້ານ​ການ​ເລືອກ​ຕັ້ງ​ແບບ​ປະ​ຊາ​
ທິ​ປະ​ໄຕ​ຂອງ​ຜູ້​ນຳ​ຢ່າຍ​ຄ້ານ​ ເວ​ເນ​ຊູ​ເອ​ລາ ທ່ານ​ ຮວນ ກວາ​ອີ​ໂດ, ໃນ​ຄວາມ​ພະ​ຍາ​
ຍາມ​ຂອງ​ທ່ານ​ທີ່​ຈະຂັບ​ໄລ່ ປະ​ທ​າ​ນາ​ທິ​ບໍ​ດີ ​ນິ​ໂກ​ລັ​ສ ມາ​ດູ​ໂຣ ທີ່ຖືກ​ໂຈມ​ຕີ​ນັ້ນ.

ສະ​ຫະ​ລັດ ​ກ່າວ​ຫາ​ ຣັດ​ເຊຍ ກ່ຽວ​ກັບ ການ​ພະ​ຍາ​ຍາມຊອກ​ຫາ​ຈຸດ​ທີ່​ໝັ້ນໃນ​ຊີກ​ໂລກ​
ຕາ​ເວັນ​ຕົກ​ຜ່ານຜ່ານ ​ເວ​ເນ​ຊູ​ເອ​ລາ.

ເຈົ້າ​ໜ້າ​ທີ່​ອາວຸ​ໂສ​ກະ​ຊວງ​ຕ່າງ​ປະ​ເທດຄົນ​ນຶ່ງ​ ໄດ້ກ່າວ​ຕໍ່​ບັນ​ດາ​ນັກ​ຂ່າວເມື່ອ​ອາ​ທິດ​
ແລ້ວ​ນີ້​ວ່າ “ພວກ​ເຮົາ​ມີ​ຄວາມ​ເປັນ​ຫ່ວງ ​ກ່ຽວ​ກັບ​ ການ​ປະ​ຕິ​ບັດ​ງານ​ຂອງ ຣັດ​ເຊຍ ຢູ່
​ໃນ​ເວ​ເນ​ຊູ​ເອ​ລາ ແລະ​ພວກ​ເຮົາ​ຄິດ​ວ່າ ​ການ​ສະ​ໜັບ​ສະ​ໜູນສຳ​ລັບ ມາ​ດູ​ໂຣ​ ແມ່ນ​ກຳ​
ລັງ​ຈະ​ໝົດ​ລົງ. ເພາະ​ສະ​ນັ້ນ​ການ​ສະ​ໜັບ​ສະ​ໜູນ​ຂອງ​ພວກ​ເຮົາ​ແກ່​ປະ​ຊາ​ຊົນ ​ເວ​ເນ​ຊູ​
ເອ​ລາແມ່ນ​ຈະ​ສືບ​ຕໍ່ໄປ ແລະ​ນັ້ນ​ຈະ​ເປັນ​ຫົວ​ຂໍ້​ສຳ​ລັບ​ການ​ປຶກ​ສາ​ຫາ​ລື.”

ປະ​ທາ​ນາ​ທິບ​ຊ​ດີ​ຣັດ​ເຊຍ ທ່ານວ​ລາ​ເດີ​ເມຍ ປູ​ຕິນ ຈັບ​ມື​ກັບ ທ່ານນິ​ໂກ​ລັ​ສ ມາ​ດູ​ໂຣ ປະ​ທາ​ນາ​ທິ​ບໍ​ດີ ເວ​ເນ​ຊູ​ເອ​ລາ ທີ່​ປະ​ເທດ​ຣັດ​ເຊຍ ມັນ​ທີ 5 ທັນ​ວາ 2018.
ປະ​ທາ​ນາ​ທິບ​ຊ​ດີ​ຣັດ​ເຊຍ ທ່ານວ​ລາ​ເດີ​ເມຍ ປູ​ຕິນ ຈັບ​ມື​ກັບ ທ່ານນິ​ໂກ​ລັ​ສ ມາ​ດູ​ໂຣ ປະ​ທາ​ນາ​ທິ​ບໍ​ດີ ເວ​ເນ​ຊູ​ເອ​ລາ ທີ່​ປະ​ເທດ​ຣັດ​ເຊຍ ມັນ​ທີ 5 ທັນ​ວາ 2018.

ທ່ານ​ ພອມ​ພຽວ​ ຈະ​ເດີນ​ທາງ​ຮອດ ​ຣັດ​ເຊຍ ວັນ​ຈັນ​ມື້​ອື່ນ ເພື່ອ​ພົບ​ປະ​ກັບ​ບັນ​ດາ​ນັກ
​ການ​ທູດ ​ອາ​ເມ​ຣິ​ກັນ ​ຢູ່ສະ​ຖານ​ທູດ​ ສະ​ຫະ​ລັດ ​ໃນ​ນະ​ຄອນ​ຫຼວງ​ ມົ​ສ​ກູ ກ່ອນ​ພົບ​ປະ
ກັບ​ບັນ​ດາ​ຜູ້​ນຳ​ທຸ​ລະ​ກິດ​ ສະ​ຫະ​ລັດ. ທ່ານ​ຍັງ​ຈະ​ວາງ​ພວງ​ມະ​ລາ​ຢູ່​ສຸ​ສານ​ຂອງ​ທະ​
ຫານ​ນິ​ລະ​ນ​າມ ເພື່ອ​ເປັນ​ກຽດ​ໃຫ້ແກ່ຜູ້ທີ່​ໄດ້​ຕໍ່​ສູ້​ຕ້ານ​ລະ​ບອບ​ນາ​ຊີ.

ຫຼັງ​ຈາກ​ນັ້ນ ທ່ານລັດ​ຖະ​ມົນ​ຕີ​ຕ່າງ​ປະ​ເທດ ຈະ​ເດີນ​ທາງ​ໄປ​ເມືອງ ​ໂຊ​ຈີ ໃນ​ວັນ​ອັງ​ຄານ
​ ເພື່ອເຈ​ລະ​ຈາ​ກັບ​ທ່ານ ​ປູ​ຕິນ ແລະ​ທ່ານ​ ລາ​ຟ​ຣອ​ຟ.

ການ​ເດີນ​ທາງ​ຂອງ​ທ່ານ ​ພອມ​ພຽວ ຈະເກີດຂຶ້ນ​ກ່ອນ​ໜ້າ​ກອງ​ປະ​ຊຸມ​ສຸດຍອດ G-20
ຢູ່​ນະ​ຄອນ​ ໂອ​ຊາ​ກາ ປະ​ເທດ ​ຍີ່​ປຸ່ນ ຊຶ່ງປະ​ທາ​ນາ​ທິ​ບໍ​ດີ ທ່ານ​ ດໍ​ໂນ​ລ ທ​ຣຳ ແລະ ​ທ່ານ
​ປູ​ຕິນ ກໍຈະ​ເຂົ້າ​ຮ່​ວມດ້ວຍ.

ອ່ານ​ຂ່າວ​ນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG