ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໑໗ ເມສາ ໒໐໒໔

ອີ​ຣ່ານ ​ເປັນ​ຫົວ​ຂໍ້​ປະ​ຊຸມສຳ​ຄັນ ຂອງ​ ທ. ພອມ​ພຽວ ກ​ັບ ປ. ປູ​ຕິນ ແລະ ລມ​ຕ ການ​ຕ່າງ​ປະ​ເທດ ຣັດ​ເຊຍ


ທ່ານ ໄມ​ຄ໌ ພອມ​ພຽວ (Mike Pompeo), ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ສະ​ຫະ​ລັດ (ກາງ) ໄປ​ເຖິງກອງ​ປະ​ຊຸມ​ສະ​ຫະ​ລັດ ກັບ E3 ຢູ່​ຕຶກ Europa ໃນ​ຣັດ​ເຊຍ, 13 ພຶດ​ສະ​ພາ, 2019.
ທ່ານ ໄມ​ຄ໌ ພອມ​ພຽວ (Mike Pompeo), ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ສະ​ຫະ​ລັດ (ກາງ) ໄປ​ເຖິງກອງ​ປະ​ຊຸມ​ສະ​ຫະ​ລັດ ກັບ E3 ຢູ່​ຕຶກ Europa ໃນ​ຣັດ​ເຊຍ, 13 ພຶດ​ສະ​ພາ, 2019.

ອີ​ຣ່ານ​ແມ່ນ​ຢູ່​ໃນລາຍ​ການຂອງ​ຫົວ​ຂໍ້​ປະ​ຊຸມ​ໃນ​ວັນ​ອັງ​ຄານມື້ນີ້ ໃນ​ຂະ​ນະ​ທີ່ທ່ານ ໄມ​ຄ໌ ພອມພຽວ (Mike Pompeo), ລັດຖະມົນຕີກະຊວງການຕ່າງປະເທດສະຫະລັດພົບກັບ
ປະທານາທິບໍດີ ວລາດິເມຍ ປູຕິນ ແລະທ່ານເຊີເກ ລາວຣັອຟ (Sergey Lavrov), ລັດ
ຖະມົນຕີກະຊວງການຕ່າງປະເທດຣັດເຊຍ ທີ່ນະຄອນໂຊ​ຈີ (Sochi) ໃນຣັດ​ເຊຍ.

ທ່ານ ລາວ​ຣັອ​ຟ (Lavrov) ກ່າວ​ວ່າ ທ່ານ​ຄາດຫວັງ​ວ່າ​ຈະ​ມີ "ການ​ສົນ​ທະ​ນາ​ຫາ​ລື​ກັນຢ່າງ​ຈິງ​ໃຈ" ກັບ​ທ່ານ​ພອມ​ພຽວ (Pompeo), ລວມ​ທັງ​ພະ​ຍາ​ຍາມທີ່​ຈະ​ຊອກ​ຮູ້ວ່າ​ ລັດ​ຖະ​ບານ​ຂອງ​ທ່ານ​ທ​ຣຳ ​ມີ​ແຜນ​ການ​ທີ່​ຈະ​ແກ້​ໄຂ​ຄວາມ​ເຄັ່ງ​ຕຶງ​ແບບ​ໃດ​ກັບ​ອີ​ຣ່ານທີ່​ທ່ານລາວ​ຣັອ​ຟ (Lavrov) ເວົ້າ​ວ່າ​ຝ່າຍສະ​ຫະ​ລັດໄດ້​ສ້າງ​ຂຶ້ນ​ມາ​ເອົາ​ເອ​ງນັ້ນ.

ກ່ອນ​ຈະ​ມີ​ການ​ປະ​ຊຸມ​ກັນ​ນັ້ນ, ຜູ້​ຕາງ​ໜ້າພິ​ເສດ​ຂອງກະ​ຊວງ​ການ​ຕ່າງ​ປະ​ເທດ​ສະ​ຫະລັດ ຮັບ​ຜິດ​ຊອບ​ເລື້ອງ​ອີ​ຣ່ານ, ທ່ານ ໄບ​ຣ​ອັນ ຮຸກ (Brian Hook) ກ່າວ​ຕໍ່ ພວກ​ນັກ​ຂ່າວ​ວ່າ ອີ​ຣ່ານ "ມີ​ບົດ​ບາດ​ໃນ​ການ​ເຮັດ​ໃຫ້​ຂາດ​ສະ​ຖຽນ​ລະ​ພາບ​ໃນຊີ​ເຣຍ" ແລະ​ວ່າ ອີ​ຣ່ານ​ໃຊ້​ຊີ​ເຣຍ" ເປັນ​ຖານ​ຍິງ​ລູກ​ສອນ​ໄຟ​ຂີ​ປະ​ນາ​ວຸດເພື່ອ​ສົ່ງ​ເສີມຈຸດ​ປະ​ສົງ​ນ​ະ​ໂຍ​ບາຍ​ການ​ຕ່າງ​ປະ​ເທດ​ຂອງ​ຕົນ” ໂດຍ​ເປັນ​ການ​ຂັດ​ຕໍ່ເປົ້າ​ໝາຍ​ຂອງ​ຣັດ​ເຊຍ​ໃນ​ການ​ນຳ​ເອົາ​ສະ​ຖຽນ​ລະ​ພາບ​ກັບ​ໄປ​ສູ່​ຊີ​ເຣຍນັ້ນ.

ກຳ​ລັງ​ທະ​ຫານ​ຂອງ​ຣັດ​ເຊຍໄດ້​ຊ່ວຍ​ທະ​ຫານ​ຂອງ​ຊີ​ເຣຍ​ມາ​ຕັ້ງ​ແຕ່​ປີ 2015 ໃນ​ຂະ​ນະ​ທີ່​ອີ​ຣ່ານ​ໄດ້​ເປັນ​ຜູ້​ໜູນ​ຫລັງ​ທີ່​ສຳ​ຄັນໃຫ້​ແກ່​ປະ​ທາ​ນາ​ທິ​ບໍ​ດີ ບາ​ຊາ ອາ​ລ-ອາ​ຊາດ (Bashar al-Assad) ຊຶ່ງ​ໃຫ້​ການ​ສະ​ໜັບ​ສະ​ໜຸນ​ ແລະ​ການ​ຝຶກ​ອົບ​ຮົມແກ່ກຸ່ມ​ຕິດ​ອາ​ວຸດ ຊີ​ໄອ (Shi'ite).

ກອງ​ປະ​ຊຸມ​ທີ່​ນະ​ຄອນ​ໂຊ​ຈີ (Sochi) ໃນ​ມື້ນີ້ ​ຈັດ​ຂຶ້ນ​ພາຍ​ຫລັງ​ທີ່​ທ່ານພອມ​ພຽວ ໄດ້​ເອົາ​ຂໍ້​ມູນ​ລັບ ແລະ​ລາຍ​ລະ​ອຽດ​ແບ່ງ​ປັນ​ໃຫ້​ປະ​ເທດ​ພັນ​ທະ​ມິດ​ໃນຢູ​ໂຣບຮູ້ກ່ຽວ​ກັບ​ສິ່ງ​ທີ່​ສະ​ຫະ​ລັດ​ເອີ້ນ​ວ່າ "ການນາບ​ຂູ່​ທີ່​ກຳ​ລັງ​ເພີ້ມ​ຂຶ້ນ" ເມື່ອ​ໝໍ່ໆ​ນີ້​ຂອງອີ​ຣ່ານ ໂດຍ​ຕຳ​ໜິ​ເຕ​ຫະ​ຣ່ານ​ວ່າ ໄດ້​ເລືອກ​ເອົາການ​ນາບ​ຂູ່ ແທນ​ທີ່ຈະ​ເລືອກ​ເອົາ​ການ​ເຈ​ລະ​ເຈ.

ທ່ານ ຮຸກ (Hook) ກ່າວ​ເພີ້ມ​ອີກວ່າ "ທ່ານລັດຖະ​ມົນ​ຕີຢາກ​ຈະ​ເອົາ​ລາຍ​ລະ​ອຽດ ຢູ່​ເບື້ອງ​ຫລັງ​ຂອງ​ສິ່ງ​ທີ່​ພວກ​ເຮົາ​ໄດ້​ເວົ້າ​ຢ່າງ​ເປີດ​ເຜີຍ​ມາ​ຕະ​ຫລອດ. ພວກ​ເຮົາ​ເຊື່ອ​ວ່າ ອີ​ຣ່ານຄວນ​ຈະ​ເລືອກເອົາ​ການ​ເຈ​ລະ​ເຈ ແທນ​ທີ່​ຈະ​ທຳ​ການ​ນາບ​ຂູ່. ພວກ​ເຂົາ​ເຈົ້າໄດ້​ເລືອກ​ເຮັດສິ່ງ​ບໍ່​ຖືກ​ຕ້ອງ​ຫລາຍ ໂດຍ​ການ​ສຸມ​ໃສ່ທຳ​ການນາບ​ຂູ່.”

ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ຈາກ​ສະ​ຫະ​ພາບ​ຢູ​ໂຣບ ກຳ​ລັງ​ຮຽກ​ຮ້ອງ​ໃຫ້​ສະ​ຫະ​ລັດໃຊ້ "ຄວາມ​ອົດ​ກັ້ນ​ໃຫ້​ຫລາຍ​ທີ່​ສຸດ" ແລະ​ຫລີກ​ລ້ຽງການ​ໃຊ້ວິ​ທີ​ທາງ​ທະ​ຫານ​ເພີ້ມ​ຂຶ້ນກັບ​ອີ​ຣ່ານ.​

ອ່ານ​ຂ​່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG