ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ທ່ານພອມ​ພຽວ​ປະ​ຕິ​ເສດ​ຕໍ່ ​ຄຳ​ເວົ້າ​ທີ່ວ່າ ​ເກົາ​ຫລີ​ເໜືອ ບໍ່​ຢາກ​ໃຫ້​ທ່ານ ເຂົ້າ​ຮ່ວມ ​ການ​ເຈ​ລະ​ຈາ​ນຳ


ທ່ານ ໄມ​ຄ໌ ພອມ​ພຽວ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ ສຫລ ແລະ​ທ່ານ ແພັດ​ທ​ຣິກ ຊາ​ນາ​ແຮນ, ວ່າ​ການ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ຢູ່ກອງ​ປະ​ຊຸມ​ກັບຄູ່​ຮ່ວມ​ຕຳ​ແໜ່ງ​ຂອງ​ພວກ​ເພິ່ນ​ຈາກ​ຍີ່​ປຸ່ນ, ວັນ​ທີ 19 ເມ​ສາ 2019, ທີ່​ກະ​ຊວງ​ການ​ຕ່າງ​ປະ​ເທດ​
ທ່ານ ໄມ​ຄ໌ ພອມ​ພຽວ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ ສຫລ ແລະ​ທ່ານ ແພັດ​ທ​ຣິກ ຊາ​ນາ​ແຮນ, ວ່າ​ການ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ຢູ່ກອງ​ປະ​ຊຸມ​ກັບຄູ່​ຮ່ວມ​ຕຳ​ແໜ່ງ​ຂອງ​ພວກ​ເພິ່ນ​ຈາກ​ຍີ່​ປຸ່ນ, ວັນ​ທີ 19 ເມ​ສາ 2019, ທີ່​ກະ​ຊວງ​ການ​ຕ່າງ​ປະ​ເທດ​

ທ່ານ ໄມ​ຄ໌ ພອມ​ພຽວ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ສະ​ຫະ​ລັດ ໄດ້​ປະ​ຕິ​ເສດ​ຕໍ່​ຄຳ​ຖະ​ແຫລງ​ຂອງ​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຂອງ​ເກົາ​ຫລີ​ເໜືອ ທີ່​ເວົ້າ​ວ່າ ປະ​ເທດ​ດັ່ງ​ກ່າວບໍ່​ຢາກ​ພົບ​ປະ​ກັບ​ທ່ານ​ອີກຕໍ່​ໄປ ຖ້າ​ຫາກຈະ​ຈັດ​ໃຫ້​ມີ​ການ​ເຈ​ລະ​ຈາກັບ​ສະ​ຫະ​ລັດ​ຄືນອີກ. ທ່ານ​ພອມ​ພຽວເວົ້າ​ວ່າ ທ່ານ​ຍັງ​ຮັບ​ຜິດ​ຊອບ​ທີມ​ງານການ​ເຈ​ລະ​ຈາຢູ່ ແລະ​ເວົ້າວ່າ ທ່ານ ກິມ ຈົງ ອຶນ, ຜູ້​ນຳ​ເກົາ​ຫລີ​ເໜືອ ໄດ້​ໃຫ້​ສັນ​ຍາ​ວ່າ ຈະ​ປົດ​ອາ​ວຸດ​ນິວ​ເຄ​ລຍເຖິງ “ຫົກ​ຄັ້ງ." ການເວົ້າ​ຕອບ​ກັນ​ໄປ​ກັນ​ມາ​ດັ່ງ​ກ່າວມີ​ຂຶ້ນ​ຖ້າມ​ກາງ ການ​ເຄື່ອນ​ໄຫວ​ທາງ​ດ້ານ​ກາ​ນທູດ​ທີ່ວຸ້ນ​ວາຍ ໂດຍ​ທີ່​ປະ​ທາ​ນາ​ທິ​ບໍ​ດີວ​ລາ​ດິ​ເມຍ ປູ​ຕິນຂອງ​ຣັດ​ເຊຍ ມີ​ກຳ​ນົດ​ທີ່​ຈະ​ຈັດ​ກອງ​ປະ​ຊຸມ​ສຸດຍອດ​ກັບ​ທ່ານ ກິມ​ ຈົງ​ອຶນ. Cindy Saine ນັກ​ຂ່າວ​ຂອງວີ​ໂອ​ເອ ມີ​ລາຍ​ງານ​ມາ​ຈາກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ສະ​ຫະ​ລັດ ຊຶ່ງ​ບົວ​ສະ​ຫວັນ ຈະ​ນຳ​ລາຍລະອຽດມາ​ສະ​ເໜີ​ທ່ານ​ໃນ​ອັນ​ດັບ​ຕໍ່​ໄປ.

ການ​ເຈ​ລະ​ຈາ​ດ້ານນິວ​ເຄ​ລຍ​ລະ​ຫວ່າງ​ສະ​ຫະ​ລັດ ກັບ​ເກົາ​ຫລີ​ເໜືອ ໄດ້​ຢຸດ​ສະ​ງັກລົງ ​ນັບ​ແຕ່ກອງ​ປະ​ຊຸມ​ສຸດ​ຍອດ​ລະ​ຫວ່າງ ທ່ານ​ກິມ ກັບ​ປະ​ທາ​ນາ​ທິ​ບໍ​ດີ ດໍ​ໂນ​ລ ທ​ຣຳ ໃນ​ເດືອນ​ກຸມ​ພາ ໄດ້​ສິ້ນ​ສຸດ​ລົງ​ໂດຍບໍ່​ມີ​ຂໍ້​ຕົກ​ລົງ​ໃດໆ.

ອົງ​ການ​ຂ່າວ​ແຫ່​ງ​ລັດ​ KNCA ຂອງ​ເກົາ​ຫລີ​ເໜືອ ໄດ້​ອ້າງ​ເຖິງ​ຄຳ​ເວົ້າ​ ຂອງ​ເຈົ້າ​ໜ້າ​ທີ່​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຄົນ​ນຶ່ງ​ທີ່ວ່າ "ຂ້າ​ພະ​ເຈົ້າ​ຫວັງວ່າ ຄູ່​ຮ່ວມ​ຕຳ​ແໜ່ງ​ໃນ​ການ​ເຈ​ລະ​ຈາ ຈະ​ບໍ່​ແມ່ນ ທ່ານ​ພອມ​ພຽວ ແຕ່​ວ່າ​ຈະເປັນ​ຄົນອື່ນ​ທີ່​ມີ​ຄວາມ​ລະ​ມັດ​ລະ​ວັງ​ ແລະເປັນ​ຜູ້​ໃຫຍ່ກວ່ານັ້ນ ໃນ​ເວ​ລາ​ສື່​ສານ​ກັບ​ພວກ​ເຮົາ."

ພາຍ​ຫລັງ​ກອງ​ປະ​ຊຸມ​ກັບ​ຄູ່​ຮ່ວມ​ຕຳ​ແໜ່ງ​ຍີ່​ປຸ່ນ ຢູ່​ກະ​ຊວງ​ການ​ຕ່າງ​ປະ​ເທດ ​ໃນ​ວັນ​ສຸກ​ຜ່ານ​ມານີ້ແລ້ວ, ທ່ານພອມ​ພຽວກໍໄດ້ປະ​ຕິ​ເສດ​ລາຍ​ງານ​ຂ່າວ​ດັ່ງ​ກ່າວ. ​ທ່ານ​ກ່າວ​ດັ່ງ​ນີ້:"ຍັງບໍ່​ມີ​ຫຍັງ​ປ່ຽນ​ແປງ. ພວກ​ເຮົາ​ສືບ​ຕໍ່​ເຮັດ​ວຽກ​ຮ່ວມ​ກັນ ແລະ​ເຈ​ລະ​ຈາ​ນຳກັນ. ພວກ​ເຮົາ​ຍັງ​ມີ​ຄວາມ​ຮັບ​ຜິດ​ຊອບ​ທີມ​ງານ​ດັ່ງ​ກ່າວ, ປະ​ທາ​ນາ​ທິ​ບໍ​ດີ​ທ​ຣຳ ແນ່ນອນ​ວ່າ ເປັນ​ຜູ້​ຮັບ​ຜິດ​ຊອບ​ຕໍ່ການ​ດຳ​ເນີນ​ຄວາມ​ພະ​ຍາ​ຍາມ​ເລື້ອງນີ້ ໂດຍ​ລວມ, ແຕ່​ວ່າ ມັນ​ຈະ​ແມ່ນ​ທີມ​ງານ​ຂອງ​ຂ້​າພະ​ເຈົ້າ​ເປັນ​ຜູ້​ດຳ​ເນີນ​ງານ."

ໃນ​ຂະ​ນະ​ທີ່ພົບ​ທາງ​ຕັນ​ດ້ານ​ການ​ທູດ, ປະ​ທາ​ນາ​ທິ​ບໍ​ດີ ມູນ​ ແຈ​ອິນ​ຂອງ​ເກົາ​ຫລີ​ໃຕ້ ໄດ້​ຜັກ​ດັນ​ໃຫ້​ມີ​ກອງ​ປະ​ຊຸມ​ສຸດຍອດ​ລະ​ຫວ່າງ​ສອງ​ປະ​ເທດ​ເກົາ​ຫລີ​ຂຶ້ນ ກັບ​ທ່ານກິມ ເພື່ອ​ເຮັດ​ໃຫ້​ການ​ພົບ​ປະ​ດ້ານ​ນິວ​ເຄ​ລຍ​ກັບ​ຄືນ​ມາອີກ. ພວກ​ນັກວິ​ໄຈ​ສະ​ພາບ​ການເວົ້າ​ວ່າ ສະ​ຫະ​ລັດ​ຈະ​ຮູ້​ສຶກ​ຍິນ​ດີ​ຕໍ່​ການ​ເຮັດ​ເຊັ່ນ​ນີ້.
​ເບິ່ງວີ​ດິ​ໂອ​ກ່ຽວ​ກັບ​ເລື້ອງນີ້​ເປັນ​ພາ​ສາ​ອັງ​ກິດ

Pompeo Dismisses North Korean Wish That He Not Take Part in Nuclear Talks
please wait

No media source currently available

0:00 0:01:43 0:00

ທ່ານ ເດນ​ນິ​ສ ວາຍ​ລ​ເດີ້ (Dennis Wilder) ຈາກ​ມະ​ຫາ​ວິ​ທະ​ຍາ​ໄລ ຈອດສ໌​ທ້າວ (Georgetown) ໃຫ້​ຄຳ​ເຫັນ​ວ່າ: "ຂ້າ​ພະ​ເຈົ້າ​ຄິດ​ວ່າ ທີ່​ຈິງ​ແລ້ວ ນີ້​ຄື​ກາ​ລະ​ໂອ​ກາດທີ່​ຄະ​ນະ​ລັດ​ຖະ​ບານ​ຂອງ​ທ່ານ ທ​ຣຳ ຈະ​ມີ​ຄວາມ​ກະ​ຕື​ລື​ລົ້ນ ທີ່​ຈະ​ໃຫ້​ທ່ານ​ມູນ ມີ​ບົດ​ບາດ ເພາະນັບ​ແຕ່​ມີ​ກອງ​ປະ​ຊຸມ​ສຸດຍອດ ​ທີ່​ນະ​ຄອນຮາ​ໂນ່ຍ​ເປັນ​ຕົ້ນ​ມາ, ເກົາ​ຫລີ​ເໜືອ ​ແມ່ນ​ມິດ​ງຽບ​ແທ້ໆ ຢູ່​ໃນ​ໂທ​ລະ​ພາບ​ຊ່ອງ​ຕ່າງໆ​ຂອງ​ອາ​ເມ​ຣິ​ກາ, ຢູ່​ໃນ​ຊ່ອງ​ຂອງ​ນິວຢອກ, ແລະ​ຊ່ອງ​ອື່ນໆ ແທ້ໆ​ແລ້ວແມ່ນບໍ່​ໄດ້​ອອກເລື້ອງນີ້ເລີຍ ດຽວນີ້."

ຜູ້​ນຳ​ເກົາ​ຫລີ​ເໜືອ ທ່ານ​ກິມ​ຈົງ​ອຶນ ມີ​ກຳ​ນົດ​ທີ່​ຈະ​ພົບ​ກັບປະ​ທາ​ນາ​ທິ​ບໍ​ດີວ​ລາ​ດິ​ເມຍ ປູ​ຕິນ ຂອງ​ຣັດ​ເຊຍ ເປັນ​ຄັ້ງ​ທຳ​ອິດ​ໃນ​ອາ​ທິດ​ນີ້. ບິ​ດາ​ຂອງ​ທ່ານ ກິມ, ຄື​ທ່ານ ກິມ​ ຈົງ ​ອິລ ໄດ້​ໄປ​ຢ້ຽມ​ຢາມ​ຣັ​ດ​ເຊຍ​ສອງ​ຄັ້ງ ໂດຍ​ໄດ້​ພົບ​ກັບ​ທ່ານ ປູຕິນ​ໃນ​ປີ 2002.

ເບິ່ງວີ​ດິ​ໂອ ແລະ​ອ່ານຂ່າວນີ້ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG