ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທ່ານ ພອມພຽວ ປ້ອງກັນ ການປ່ຽນແປງຕ່າງໆ ຂອງອົງການ USAGM ພາຍໃຕ້ຜູ້ທີ່ຖືກແຕ່ງຕັ້ງ ໂດຍທ່ານ ທຣຳ


ລັດຖະມົນຕີການຕ່າງປະເທດ ທ່ານ ໄມຄ໌ ພອມພຽວ ສົນທະນາ ກັບຜູ້ອຳນວຍການຂອງ VOA ທ່ານ ໂຣເບີດ ຣາຍລີ ຢູ່ສຳນັກງານໃຫຍ່ວິທະຍຸສຽງອາເມຣິກາ, ນະຄອນຫຼວງ ວໍຊິງຕັນ. 11 ມັງກອນ, 2021.
ລັດຖະມົນຕີການຕ່າງປະເທດ ທ່ານ ໄມຄ໌ ພອມພຽວ ສົນທະນາ ກັບຜູ້ອຳນວຍການຂອງ VOA ທ່ານ ໂຣເບີດ ຣາຍລີ ຢູ່ສຳນັກງານໃຫຍ່ວິທະຍຸສຽງອາເມຣິກາ, ນະຄອນຫຼວງ ວໍຊິງຕັນ. 11 ມັງກອນ, 2021.

ລັດຖະມົນຕີກະຊວງການຕ່າງປະເທດ ທ່ານ ໄມຄ໌ ພອມພຽວ ໃນວັນຈັນວານນີ້ໄດ້ປ້ອງກັນຜູ້ນຳຂອງອົງການສື່ມວນຊົນໂລກ ສະຫະລັດ ຫຼື USAGM ຕໍ່ການຕຳໜິຕິຕຽນວ່າ ຜູ້ອຳນວຍການໃຫຍ່ເຂົາເຈົ້າໄດ້ພະຍາຍາມທີ່ຈະປ່ຽນອົງການຂ່າວນັ້ນເປັນເຄື່ອງມືໂຄສະນາຊວນເຊື່ອ.

ໃນຄຳປາໄສທີ່ໄດ້ກ່າວຢູ່ສຳນັກງານໃຫຍ່ຂອງວິທະຍຸສຽງອາເມຣິກາ ຫຼື Voice of America, ເຊິ່ງແມ່ນນຶ່ງໃນເຄືອຂ່າຍຂອງອົງການ USAGM ນັ້ນ, ລັດຖະມົນຕີການຕ່າງປະເທດທີ່ກຳລັງຈະພົ້ນຈາກຕຳແໜ່ງໄດ້ກ່າວວ່າລັດຖະບານທ່ານ ທຣຳ ຢາກ “ປ່ຽນທິດທາງໃໝ່” ຂອງວີໂອເອ ດ້ວຍພາ ລະກິດຂອງເຂົາເຈົ້າ ແລະ “ຕັດເລື່ອງການເມືອງ” ກ່ຽວກັບ ສິ່ງທີ່ເກີດຂຶ້ນຢູ່ທີ່ນີ້.”

ທ່ານ ພອມພຽວ ແມ່ນເຈົ້າໜ້າທີ່ໆອາວຸໂສທີ່ສຸດຂອງລັດຖະບານທ່ານ ທຣຳ ທີ່ໄດ້ອອກມາເວົ້າ ປ້ອງກັນອົງການ USAGM ຫຼັງຈາກບັນດາສະມາຊິກສະພາສັງກັດພັກຣີພັບບລີກັນ ແລະ ເດໂມແຄຣັດ ໃນລັດຖະສະພາ, ນັກວິເຄາະສື່ມວນຊົນ ແລະ ນັກຂ່າວອິດສະຫຼະໄດ້ວິພາກວິຈານການກະທຳຂອງທ່ານ ໄມເກິລ ແພັກ, ທີ່ທ່ານປະທານາທິບໍດີ ໄດ້ເລືອກໃຫ້ນຳພາອົງການນັ້ນ.

ທ່ານ ພອມພຽວ ໄດ້ກ່າວຢໍ້າເຖິງການກ່າວອ້າງຂອງທ່ານ ແພັກ ວ່າ VOA ໄດ້ລົ້ມແຫຼວໃນການແກ້ໄຂບັນຫາຄວາມປອດໄພ ແລະ ບໍ່ໄດ້ປະຕິບັດຕາມພາລະກິດຂອງເຂົາເຈົ້າ.

ທ່ານໄດ້ກ່າວຕໍ່ບັນດາຜູ້ຟັງວ່າຄວາມຜິດຕ່າງໆຕ້ອງມີການຍອມຮັບ, ແຕ່ “ນີ້ບໍ່ແມ່ນສຽງອາເມຣິ ກາ” ທີ່ເພັ່ງເລັງໃສ່ທຸກສິ່ງທີ່ບໍ່ດີທີ່ເກີດຂຶ້ນ ຕໍ່ປະເທດທີ່ຍິ່ງໃຫຍ່ຂອງພວກເຮົາ. ນີ້ບໍ່ແມ່ນສະຖານທີ່ເພື່ອເປັນເວທີໃຫ້ລະບອບການປົກຄອງຜະເດັດການໃນ ປັກກິ່ງ ແລະ ເຕຫະຣ່ານ ອອກມາເວົ້າ ຢ່າງແນ່ນອນ.”

ໃນການໃຫ້ຄວາມສະໜັບສະໜູນຕໍ່ທ່ານ ແພັກ, ເຊິ່ງແມ່ນອະດີດຜູ້ຜະລິດຮູບເງົາຫົວອະນຸລັກນິຍົມນັ້ນ, ລັດຖະມົນຕີການຕ່າງປະເທດໄດ້ກ່າວຕໍ່ຜູ້ຟັງຢູ່ຫ້ອງປະຊຸມ ແລະ ຜູ້ທີ່ຟັງສົດທາງອອນໄລນ໌ວ່າ “ມັນໄດ້ມີການເລີ່ມຕົ້ນໃໝ່ຢູ່ທີ່ນີ້ໃນສຽງອາເມຣິກາ.”

ທ່ານຍັງໄດ້ຍົກຍ້ອງວຽກງານນຂອງນັກຂ່າວໃນເຄືອຂ່າຍດັ່ງກ່າວ ສຳລັບການສະໜອງຂ່າວທີ່ເປັນອິດສະຫຼະທີ່ອາໄສຢູ່ໃນບັນດາປະເທດຜະເດັດການ.

ຫຼຸນຫຼັງການກ່າວຄຳປາໄສ, ຜູ້ອຳນວຍການຄົນໃໝ່ຂອງ ວີໂອເອ ທ່ານ ໂຣເບີດ ຣາຍລີ, ໄດ້ດຳເນີນການສົນທະນາໄລຍະສັ້ນກັບທ່ານ ພອມພຽວ ກ່ຽວກັບ USAGM, ພາລະກິດຂອງເຂົາເຈົ້າ ແລະ ເຫດການຕ່າງໆໃນຂ່າວ, ແຕ່ທ່ານບໍ່ໄດ້ໃຊ້ຄຳຖາມຂ່າວທີ່ໜ້າສົນໃຈທີ່ຖືກສະໜອງໃຫ້ໂດຍນັກຂ່າວໃນເຄືອຂ່າຍທີ່ທ່ານຄວບຄຸມນັ້ນ. ແລະ ຍັງບໍ່ໄດ້ຖາມທ່ານ ພອມພຽວ ກ່ຽວກັບ ການກໍ່ຈະລາ ຈົນທີ່ຮ້າຍແຮງຢູ່ຫໍລັດຖະສະພາ ສະຫະລັດ ໃນອາທິດແລ້ວນີ້ ທີ່ໄດ້ສ້າງພາບທີ່ໜ້າຕົກໃຈຕໍ່ສັນຍາ ລັກປະຊາທິປະໄຕຂອງ ອາເມຣິກັນ ທີ່ຄົນໃນທົ່ວໂລກໄດ້ເຫັນ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG