ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ ພອມ​ພຽວ ໝັ້ນ​ໃຈ ກ່ຽວ​ກັບ ຂໍ້​ຕົກ​ລົງ ເພື່ອ​ປົກ​ປ້ອງ​ຊາວ ເຄີດ ກັບ ເທີ​ກີ


ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ສະ​ຫະ​ລັດ ທ່ານ ໄມ​ຄ໌ ພອມ​ພຽວ ກັບ ພັນ​ລະ​ຍາ​ຂອງ​ທ່ານ ເດີນ​ທາງ​ຮອດ​ສະ​ໜາມ​ບິນ​ສາ​ກົນ ອາ​ບູ​ ດາ​ບີ. ນະ​ຄອນຫຼວງ ອາ​ບູ ດາ​ບີ, ປະ​ເທດ ສ​າ​ທາ​ລະ​ນະ​ລັດ ອາ​ຣັບ ເອ​ມີ​ເຣັ​ສ. 11 ມັງ​ກອນ, 2019.
ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ສະ​ຫະ​ລັດ ທ່ານ ໄມ​ຄ໌ ພອມ​ພຽວ ກັບ ພັນ​ລະ​ຍາ​ຂອງ​ທ່ານ ເດີນ​ທາງ​ຮອດ​ສະ​ໜາມ​ບິນ​ສາ​ກົນ ອາ​ບູ​ ດາ​ບີ. ນະ​ຄອນຫຼວງ ອາ​ບູ ດາ​ບີ, ປະ​ເທດ ສ​າ​ທາ​ລະ​ນະ​ລັດ ອາ​ຣັບ ເອ​ມີ​ເຣັ​ສ. 11 ມັງ​ກອນ, 2019.

ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ສະ​ຫະ​ລັດ ທ່ານ ໄມ​ຄ໌ ພອມ​ພຽວ ກ່າວ​ວ່າ ທ່ານ ໝັ້ນ
ໃຈວ່າ ສະຫະລັດ ແລະ ເທີກີ ຈະສາມາດຕົກລົງກັນໄດ້ ກ່ຽວກັບ ວິທີທີ່ຈະປົກປ້ອງ
ພວກຕໍ່ຕ້ານລັດຖະບານຊາວ ເຄີດ ໃນປະເທດ ຊີເຣຍ ຫຼັງຈາກກອງກຳລັງ ສະຫະລັດ
ຖອນຕົວອອກຈາກປະເທດດັ່ງກ່າວ.

ທ່ານ ພອມ​ພຽວ ໄດ້​ລົມ​ກັບ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຂອງ ເທີ​ກີ ແລະ ກ່າວ​ວ່າ ຂໍ້​
ຕົກລົງທີ່ອາດເປັນໄດ້ນັ້ນແມ່ນວຽກງານທີ່ກຳລັງດຳເນີນຢູ່. ທ່ານ ພອມພຽວ ກ່າວວ່າ
ມັນສາມາດບັນລຸມັນໄດ້ ເພື່ອອະນຸຍາດໃຫ້ ເທີກີ ປ້ອງກັນປະເທດຂອງເຂົາເຈົ້າ ໃນ
ຂະນະທີ່ບໍ່ໄປຫຍຸ້ງກ່ຽວກັບພວກຊາວ ເຄີດ ຜູ້ທີ່ບໍ່ໄດ້ເປັນໄພຂົ່ມຂູ່ຫຍັງ.

ທ່ານ ພອມ​ພຽວ ກ່າວ​ວ່າ ທ່ານ “ມີ​ຄວາມ​ຄິດ​ໃນ​ແງ່ບວກ” ວ່າ​ຊາວ ເຄີດ ຜູ້​ທີ່​ໄດ້​ຕໍ່​ສູ້​
ຄຽງຂ້າງກອງກຳລັງ ສະຫະລັດ ຕໍ່ຕ້ານກຸ່ມລັດອິສລາມ ໃນ ຊີເຣຍ ນັ້ນ ຈະບໍ່ຖືກປະຖິ້ມ.

ເທີ​ກີ ພິ​ຈາ​ລະ​ນາ​ຊາວ​ ເຄີດ ​ຂອງ ຊີ​ເຣຍ ຫຼາຍ​ກຸ່ມວ່າ​ເປັນ​ພວກກໍ່​ການ​ຮ້າຍ ແລະ ໄດ້​
ສັນຍາທີ່ຈະໂຈມຕີເຂົາເຈົ້າ. ການຂຸ່ມຂູ່ຕ່າງໆໄດ້ຮຸນແຮງຂຶ້ນ ໃນຂະນະທີ່ ສະຫະລັດ
ໄດ້ເລີ່ມຂະບວນການຖອນຕົວອອກຈາກ ຊີເຣຍ ຕາມຄຳສັ່ງຂອງປະທານາທິບໍດີ
ດໍໂນລ ທຣຳ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG