ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຈີນ ກ່າວຫາ ທ່ານພອມພຽວວ່າ ຕົວະ ກ່ຽວກັບທີ່ມາ ຂອງໄວຣັສໂຄໂຣນາ


ທ່ານໄມຄ໌ ພອມພຽວ ລັດຖະມົນຕີການຕ່າງປະເທດສະຫະລັດ ທີ່ກະຊວງການຕ່າງປະເທດ ໃນນະຄອນຫຼວງວໍຊິງຕັນ ເມື່ອວັນທີ 29 ເມສາ 2020.
ທ່ານໄມຄ໌ ພອມພຽວ ລັດຖະມົນຕີການຕ່າງປະເທດສະຫະລັດ ທີ່ກະຊວງການຕ່າງປະເທດ ໃນນະຄອນຫຼວງວໍຊິງຕັນ ເມື່ອວັນທີ 29 ເມສາ 2020.

ຈີນໄດ້ກ່າວຫາ ລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານໄມຄ໌ ພອມພຽວໃນວັນຈັນວານນີ້ວ່າ “ພວມປ່ອຍຢາພິດແລະກະຈາຍການຕົວະລ່າຍ” ກ່ຽວກັບທີ່ມາຂອງການລະບາດໄວຣັສໂຄໂຣນາ ໃນທົ່ວໂລກ.

ນຶ່ງມື້ຫລັງຈາກຫົວໜ້ານັກການທູດຂອງສະຫະລັດ ກ່າວວ່າ “ມີຫຼັກຖານຢ່າງຫຼວງຫຼາຍ” ທີ່ສະແດງໃຫ້ເຫັນວ່າ ໂລກລະບາດນີ້ມີຕົ້ນຕໍຢູ່ຫ້ອງແລັບຫຼືຫ້ອງທົດລອງຂອງຈີນ ທີ່ເມືອງວູຮານ ບໍ່ແມ່ນຢູ່ຕະຫຼາດທີ່ຕັ້ງຢູ່ໃກ້ຄຽງ.

ແຕ່ໂທລະພາບ CCTV ຂອງທາງການຈີນ ໄດ້ກ່າວໂຈມຕີໃນອັນທີ່ CCTV ເອີ້ນວ່າ “ການໃຫ້ຄວາມເຫັນແບບໄຮ້ເຫດຜົນແລະຫຼີກລ່ຽງ” ຂອງທ່ານພອມພຽວ. ໂທລະພາບຈີນກ່າວອ້າງວ່າ ໂຣກລະບາດນີ້ ແມ່ນມີຕົ້ນຕໍມາຈາກທຳມະຊາດ.

ທ່ານພອມພຽວກ່າວຕໍ່ລາຍການ “This Week” ຂອງໂທລະພາບ ABC ວ່າ “ຈື່ໄດ້ບໍວ່າ ຈີນມີປະຫວັດມາແລ້ວ ໃນການທີ່ຈະໃຫ້ໂລກຕິດເຊື້ອພະຍາດແລະພວກເຂົາເຈົ້າມີປະຫວັດ ໃນການຄຸ້ມຄອງຫ້ອງທົດລອງທີ່ບໍ່ໄດ້ມາດຕະຖານ. ນີ້ບໍ່ແມ່ນເທື່ອທຳອິດ ທີ່ພວກເຮົາໄດ້ເຮັດໃຫ້ໂລກ ຖືກເຜີຍແບໃສ່ເຊື້ອໄວຣັສ ອັນເປັນຜົນມາຈາກຄວາມລົ້ມແຫຼວ ຢູ່ໃນຫ້ອງທົດລອງຂອງຈີນ.”

ນັກວິຈານຄົນນຶ່ງຂອງຈີນ ກ່າວວ່າ “ການໃຫ້ຄວາມເຫັນທີ່ຜິດພາດ ແລະບໍ່ມີເຫດຜົນຂອງນັກການເມືອງອາເມຣິກັນເຫຼົ່ານີ້ ແມ່ນໄດ້ສະແດງໃຫ້ເຫັນຢ່າງຈະແຈ້ງຕໍ່ຫຼາຍໆຄົນວ່າ ບໍ່ມີ ‘ຫຼັກຖານ’ ໃດໆເລີຍ.

ຈີນກ່າວວ່າ “ອັນທີ່ເອີ້ນວ່າ ການໂຄສະນາທີ່ວ່າເຊື້ອໄວຣັສຮົ່ວໄຫຼຈາກຫ້ອງທົດລອງເມືອງວູຮານນັ້ນ ແມ່ນການຕົວະລ່າຍທັງໝົດແລະຢ່າງສິ້ນເຊີງ. ພວກນັກການເມືອງອາເມຣິກັນພວມຟ້າວຟັ່ງຫາທາງປ່ຽນແປງໃນການຖິ້ມໂທດ ລັກລອບໃນການລົງຄະແນນສຽງ ແລະກົດຂີ່ຈີນ ໃນຂະນະທີ່ຄວາມພະຍາຍາມເພື່ອຮັບມືກັບໂຣກລະບາດພາຍໃນປະເທດ ພວມປະສົບກັບບັນຫາ.”

ໃນອາທິດແລ້ວນີ້ ໂທລະພາບ CCTV ຂອງທາງການຈີນ ມັກເອີ້ິ້ນທ່ານພອມພຽວວ່າ “ສັດຕູທົ່ວໄປຂອງມະນຸດຊາດ” ແລະກ່າວຫາທ່ານວ່າ “ພວມເຜີຍແຜ່ ໄວຣັສການເມືອງ” ໃນການກ່າວອ້າງທີ່ວ່າ ໂຣກລະບາດນີ້ ມີຕົ້ນຕໍຈາກສະຖາບັນໄວຣັສໃນເມືອງວູຮານ. ໃນເດືອນມີນາຜ່ານມາ ຈີນໄດ້ນຳອອກເຜີຍແຜ່ທິດສະດີສົມຮູ້ຮ່ວມຄິດທີ່ວ່າ ທະຫານອາເມຣິກັນອາດເປັນຜູ້ນຳເອົາເຊື້ອໄວຣັສນີ້ໄປປະເທດຈີນ.

ພວກເຈົ້າໜ້າທີ່ສືບລັບສະຫະລັດ ກ່າວໃນອາທິດແລ້ວນີ້ວ່າ ສະຫະລັດພວມທຳການສືບສວນຢູ່ວ່າ ການລະບາດຂອງພະຍາດໂຄວິດ-19 ໃນຂັ້ນຕົ້ນແມ່ນເປັນຜົນມາຈາກການຈັບບາຍ ຫຼືແຕະຕ້ອງກັບສັດປ່າ ຫຼືເປັນອຸບັດຕິເຫດທີ່ຫ້ອງທົດລອງຂອງສະຖາບັນໄວຣັສທີ່ເມືອງວູຮານ.

ທ່ານພອມພຽວ ກ່າວວ່າ ມີ “ຄວາມເຊື່ອໝັ້ນໃນລະດັບສູງ” ທີ່ວ່າເຊື້ອໄວຣັສນີ້ມາຈາກຫ້ອງທົດລອງເມືອງວູຮານຊຶ່ງພວມທຳການສຶກສາເບິ່ງເຊື້ອໄວຣັສໃນພວກໝູ່ເຈຍ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG