ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລມ​ຕ ​ຕ່າງ​ປະ​ເທດ ໄມ​ຄ໌ ພອມ​ພຽວ ຍົກ​ເລີກ ​ການ​ຢ້ຽມ​ຢາມ ສ​ຣີ​ລັງ​ກາ


ລັດ​ຖະ​ມົນ​ຕີ​ຕ່າງ​ປະ​ເທດ ສ​ະຫະລັດ ທ່ານໄມ​ຄ໌ ​ພອມ​ພຽວ.
ລັດ​ຖະ​ມົນ​ຕີ​ຕ່າງ​ປະ​ເທດ ສ​ະຫະລັດ ທ່ານໄມ​ຄ໌ ​ພອມ​ພຽວ.

ລັດ​ຖະ​ມົນ​ຕີ​ຕ່າງ​ປະ​ເທດ​ສະ​ຫະ​ລັດ ທ່ານ​ໄມ​ຄ໌ ພ​ອມ​ພຽວ ໄດ້​ຍົກ​ເລີກການ​ຢ້ຽມ​ຢາມ​
ສ​ຣີ​ລັງ​ກາ ລະ​ຫວ່າງ​ການ​ເດີນ​ທາງ​ ໄປ​ຢ້ຽມ​ຢາມ ຂົງ​ເຂດອິນ​ໂດ-ປາ​ຊິ​ຟິກ ຊຶ່ງ​ຈະ​ມີ​ຂຶ້ນ ຮວມທັງຕິດ​ຕາມ​ປະ​ທ​ານາ​ທິ​ບໍ​ດີ​ດໍ​ໂນ​ລ ທ​ຣຳ ໄປ​ຮ່ວມກອງ​ປະ​ຊຸມ ສຸດຍອດກຸ່ມ G20
ໃນ​ຍີ່​ປຸ່ນ.

ສະ​ຖານ​ທູດ​ສະ​ຫະ​ລັດ​ ໃນ​ນະ​ຄອນ​ໂຄ​ລອມໂບ ໄດ້​ໃຫ້​ຂໍ້​ສັງ​ເກດ​ວ່າ “ໝາຍ​ກຳນົດ​
ການ​ທີ່ຂັດ​ແຍ້ງກັນ​ແບບ​ຫລີກ​ລ່ຽງ​ບໍ່​ໄດ້” ​ຈຶ່ງບໍ່​ສາ​ມາດ​ເຮັດ​ການ​ເດີນ​ທາງຊຶ່ງ​ ເກືອບ​
ເປັນ​ເວ​ລາ​ສອງ​ເດືອນ ຫຼັງ​ຈາກ​ການ​ໂຈມ​ຕີກໍ່​ການ​ຮ້າຍ ​ໃສ່​ວັນ​ອາ​ທິດບຸນ​ອິ​ສ​ເຕີທີ່​ຮ້າຍ
​ແຮງ ​ທີ່ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີ​ວິດກວ່າ 250 ຄົນ ຢູ່​ບັນ​ດາ​ໂຮງ​ແຮມ ແລະ​ໂບດ​ຕ່າງໆ.

“ລັດ​ຖະ​ມົນ​ຕີ ພອມ​ພຽວ ໄດ້​ເສຍ​ໃຈທີ່​ທ່ານ​ບໍ່​ສາ​ມາດ​ໄປ​ຢ້ຽມ​ຢາມ​ນະ​ຄອນໂຄ​ລອມ​
ໂບ​ໃນ​ເວ​ລາ​ນີ້”
ນັ້ນ​ຄື​ຄຳ​ເວົ້າ ​ທີ່ກ່າວ​ຢູ່​ໃນ​ຖະ​ແຫຼງ​ການ​ຂອງ​ສະ​ຖານ​ທູດ. “ທ່ານ​ຫວັງ​
ວ່າ​ຈະ​ເດີນ​ທາງ​ໄປ​ສ​ຣີລັງ​ກາ​ໃນ​ໂອ​ກາດ​ໜ້າເພື່ອເນັ້ນ​ຢ້ຳເຖິງຄວາມ​ສຳ​ພັນ​ອັນ​ໜັກ
​ແໜ້ນ ​ຂອງ​ພວກ​ເຮົາ​ກັບ​ສ​ຣີ​ລັງ​ກາ ຊຶ່ງ​ເປັນ​ຮາກ​ຖານ​ໃນ​ຄວາມ​ໝັ້ນ​ໝາຍ​ຕໍ່​ປະ​ຊາ​ທິ​
ປະ​ໄຕ ການ​ເຕີບ​ໂຕ​ຂອງ​ເສດ​ຖະ​ກິດ ແລະ ຕໍ່ຂົງ​ເຂດອິນ​ໂດ-ປາ​ຊິ​ຟິກທີ່​ເສ​ລີ​ ແລະ
​ເປີ​ດກວ້າງ."

ນັກ​ການ​ທູດ​ສູງ​ສຸດ​ສະ​ຫະ​ລັດ​ກຳ​ລັງ​ເດີນ​ທາງ​ໄປ​ອິນ​ເດຍ ຍີ່​ປຸ່ນ ແລະ​ເກົາ​ຫຼີ​ໃຕ້ ​ແຕ່
ວັນ​ທີ 24 ຫາ 30 ມິ​ຖຸ​ນາເພື່ອ​ເສີມ​ຂະ​ຫຍາຍການ​ຮ່ວ​ມມື​ກັບບັ​ນ​ດາ​ພັນ​ທະ​ມິດ​ໃນ​ຂົງ​
ເຂດ​ອິນ​ໂດ-ປາ​ຊິ​ຟິກ. ການ​ຄ້າແລະ​ເກົາ​ຫຼີ​ເໜືອ ເປັນ​ເລື້ອງ​ສຳ​ຄັນຢູ່​ໃນ​ລາຍ​ການ​ພົບ​
ປະ​ດັ່ງ​ກ່າວ.

ການ​ຢ້ຽມ​ຢາມນິວ​ເດ​ລີ ​ຂອງ​ລັດ​ຖະ​ມົນ​ຕ່າງ​ປະ​ເທດ ມີ​ຂຶ້ນ​ຫຼັງ​ຈາກ​ການ​ຕັດ​ສິນ​ໃຈ​
ໂດຍປະ​ທ​າ​ນາ​ທິ​ບໍ​ດີ​ທ​ຣຳ ທີ່​ຈະຍຸ​ຕິ ​ການ​ໃຫ້​ຖາ​ນະ​ພິ​ເສດ​ທາງ​ດ້ານການ​ຄ້າ ​ຕໍ່​ອິນ​
ເດຍ ທ່າມ​ກາງ​ທີ່​ມີ​ການ​ໂຕ້​ແຍ້ງ​ຢ່າ​ງ​ແຮງ ​ກ່ຽວ​ກັບ ​ການ​ປົກປ້ອງສິນ​ຄ້າ​ຂອງ​ຕົນ.

ທ່ານ​ພອມ​ພຽວ​ ກ່າວ​ເມື່ອ​ມໍ່ໆ​ມາ​ນີ້ ຕໍ່ສະ​ພາ​ທຸ​ລະ​ກິດ​ ສະ​ຫະ​ລັດ ອິນ​ເດ​ຍວ່າ
“ພວກ​ເຮົາຍັງເປີດກວ້າງ​ສຳ​ລັບ​ການ​ເຈ​ລະ​ຈາ ແລະ​ພວກ​ເຮົາ​ຫວັງ​ວ່າ​ບັນ​ດາ​
ເພື່ອນມິດຂອງ​ພວກ​ເຮົາ​ໃນ​ອິນ​ເດຍ ຈະຍົກ​ເລີກ​ກຳ​ແພງ​ການ​ຄ້າ ​ຂອງ​ພວກ​ເ
ຂົາເຈົ້າ.”

ຢູ່ທີ່​ນະ​ຄອນນິວ​ເດ​ລີ ທ່ານ​ພ​ອມ​ພຽວ ຈະ​ສົນ​ທະ​ນາກ່ຽວ​ກັບ​ການ​ເປັນ​ພາ​ຄີ​ແບບ
ຍຸດທະ​ສາ​ດ ​ລະ​ຫວ່າງສະ​ຫະ​ລັດ​ແລະອິນ​ເດຍ ກັບ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ອິນ​ເດຍ
ທ່ານ​ນາ​ເຣັນ​ດ​ຣາ ໂມ​ດີ ຜູ້​ທີ່​ໄດ້​ຊະ​ນະ​ການ​ເລືອກ​ຕັ້ງ ໃນ​ເດືອນ​ແລ້ວ​ນີ້.

ນັກ​ການ​ທູດ​ສູງ​ສຸດ​ຂອງ​ສະ​ຫະ​ລັດ ຈະ​ໄປ​ຮ່ວມ​ກັບປະ​ທາ​ນາ​ທິ​ບໍ​ດີ​ດໍ​ໂນ​ລ ທ​ຣຳ
​ທີ່ກອງ​ປະ​ຊຸມ​ຜູ້​ນຳສຸດຍອດ​ກຸ່ມ G20 ບ່ອນ​ທີ່​ທ່ານ​ທ​ຣຳ​ ​ຄາດ​ວ່າຈະ​ພົບ​ປະ​ກັບ​
ປະ​ທານ​ປະ​ເທດ​ຈີນ ທ່ານ​ສີ ຈິ້ນ​ຜິງ ໃນ​ກອງ​ປະ​ຊຸມ​ດັ່ງ​ກ່າວທ່າ​ມ​ກາງ​ການ​ເພີ້ມທະ
​ວີ​ຄວາມ​ຮ້າຍ​ແຮງ​ຂຶ້ນ​ ໃນ​ການ​ຂັດ​ແຍ້ງ​ທາງ​ດ້ານ​ການ​ຄ້າ ລະ​ຫວ່າງ​ຜູ້​ນຳຂອງ​ສອງ​
ປະ​ເທດ ​ທີ່​ມີເສດ​ຖະ​ກິດ​ໃຫຍ່​ສຸດ​ໃນ​ໂລກ.

ອ່​ານ​ຂ່າວ​ນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG