ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ທ. ​ພອມ​ພຽວ ໄປ​ເຖິງຍີ່​ປຸ່ນ ບ່ອນ​ຢຸດ​ແວ່ ແຫ່ງ​ທຳ​ອິດ ໃນ​ການ​ຢ້ຽມ​ຢາມ ເອ​ເຊຍ


ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ສ​ຫລ ທ່ານ​ໄມ​ຄ໌ ພອມ​ພຽວ (ຊ້າຍ) ຈັບ​ມື​ກັບ ນາ​ຍົກ​ລັດ​ຖະ​ມົນ​ຕີ​ຍີ່​ປຸ່ນ ທ່ານ​ຊິ​ໂຊ ອາ​ເບະ ທີ່​ຫ້ອງ​ການ​ທ່ານ​ອາ​ເບະ ໃນ​ນະ​ຄອນ​ຫຼວງ​ໂຕ​ກຽວ (ວັນ​ທີ 6 ຕຸ​ລາ 2018)
ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ສ​ຫລ ທ່ານ​ໄມ​ຄ໌ ພອມ​ພຽວ (ຊ້າຍ) ຈັບ​ມື​ກັບ ນາ​ຍົກ​ລັດ​ຖະ​ມົນ​ຕີ​ຍີ່​ປຸ່ນ ທ່ານ​ຊິ​ໂຊ ອາ​ເບະ ທີ່​ຫ້ອງ​ການ​ທ່ານ​ອາ​ເບະ ໃນ​ນະ​ຄອນ​ຫຼວງ​ໂຕ​ກຽວ (ວັນ​ທີ 6 ຕຸ​ລາ 2018)

ລັດ​ຖະ​ມົນ​ຕີ​ກະ​ຊວງ​ຕ່າງ​ປະ​ເທດ​ສະ​ຫະ​ລັດ ທ່ານ​ໄມ​ຄ໌ ພອມ​ພຽວ ເດີນ​ທາງໄປ​ເຖິງ
​ນະ​ຄອນ​ຫຼວງ​ໂຕ​ກຽວໃນ​ວັນ​ເສົາ​ມື້ນີ້ ຊຶ່ງ​ເປັນ​ບ່ອນ​ຢຸດ​ແວ່ ​ແຫ່ງ​ທຳ​ອິດໃນ​ການ​ຢ້ຽມ​
ຢາມ​ເຂດ​ເອ​ເຊຍ​ຕາ​ເວັນ​ອອກ ເປັນ​ເວ​ລາ 3 ມື້.

ທ່ານ​ໄດ້​ເຈ​ລະ​ຈາ​ຫາ​ລື ​ກັບ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຍີ່​ປຸ່ນ ທ່ານ​ຊິ​ໂຊ ອາ​ເບະ ແລະລັດ​ຖະ​
ມົນ​ຕີ​ການ​ຕ່າງ​ປະ​ເທດ ຕາ​ໂຣະ ໂກ​ໂນະ ຊຶ່ງ​ເປັນ​ທີ່​ຄາດ​ກັນ​ວ່າຈະ​ຮວມທັງ​ການ​ເດີນ​
ທາງ​ໄປ​ຢ້ຽມ​ຢາມ​ເກົາ​ຫຼີ​ເໜືອ​ຄັ້ງ​ຈະ​ມາ​ຂອງ​ທ່ານຕະ​ຫຼອດ​ທັງ​ເລື້ອງການ​ຄ້າ.

ຫົວ​ໜ້າ​ນັກ​ການ​ທູດ​ຂອງ​ສະ​ຫະ​ລັດ ຍັງ​ຈະ​ເດີນ​ທາງ​ໄປ​ຢ້ຽມ​ຢາມ​ເກົາ​ຫຼີ​ໃຕ້ ແລະປະ
​ເທດ​ຈີນ ກ່ອນ​ທີ່​ຈະ​ເດີນ​ທາງ​ກັບ​ຄືນ​ມາ​ຍັງ​ສະ​ຫະ​ລັດ.

ຢູ່​ທີ່​ພຽງ​ຢາງ ເປັນ​ທີ່​ຄາດ​ກັນ​ວ່າ ທ່ານ​ພອມ​ພຽວ ຈະ​ໂອ້​ລົມ​ກ່ຽວ​ກັບ​ການ​ປົດ​ອາ​ວຸດ
​ນິວ​ເຄ​ລຍກັບ​ຜູ້​ນຳ​ເກົາ​ຫຼີ​ເໜືອ ທ່ານ​ກິມ ຈົງ ອຶນ. ທ່ານ​ພອມ​ພຽວ​ກ່າວ​ໃນລະ​ຫວ່າງ
ທີ່​ກຳ​ລັງ​ເດີນ​ທາງໄປ​ຍີ່​ປຸ່ນ​ວ່າເປົ້າ​ໝາຍ​ໃນ​ການ​ພົບ​ປະ​ກັບ​ຜູ້​ນຳ​ເກົາ​ຫຼີເໜືອ ກໍ​ແມ່ນ
“ເພື່ອ​ໃຫ້​ເປັນ​ທີ່​ແນ່​ໃຈ​ໃນ​ການ​ເຂົ້າ​ໃຈ​ຂອງ​ພວກ​ເຮົາກ່ຽວ​ກັບ​ວ່າແຕ່​ລະ​ຝ່າຍ​ພະ​ຍາ
​ຍາມ ​ທີ່​ຈະບັນ​ລຸ​ສິ່ງ​ໃດ ແລະ​ພວກ​ເຮົາ​ຈະ​ສະໜອງ​ຕອບແບບໃດ ຕໍ່​ຄວາມ​ໝັ້ນ​ໝາຍ
​ທີ່​ພວກ​ເຮົາ​ໄດ້​ໃຫ້​ໄວ້” ຢູ່​ສິງ​ກະ​ໂປ ບ່ອນ​ທີ່​ທ່ານ​ກິມ​ ແລະປະ​ທາ​ນາ​ທິ​ບໍ​ດີ ​ສະ​ຫະ​ລັດ
ທ່ານ​ດໍ​ໂນ​ລ ທ​ຣຳ ໄດ້​ພົບ​ປະ​ສຸດຍອດ​ ຄັ້ງ​ປະ​ຫວັດສາດນັ້ນ.

ທ່ານ​ພອມ​ພຽວ ກ່າວ​ວ່າ ທ່ານ​ຢາກ​ຈະ​ກຳ​ນົດຢ່າງ​ເປັນ​ການ​ແນ່ນອນ​ກ່ຽວ​ກັບວັນ​ເວ
ລາ​ໃນການ​ພົບ​ປະ​ສຸດຍອດ​ຄັ້ງ​ທີ 2 ລະ​ຫວ່າງ​ທ່ານ​ກິມ ແລະ​ປະ​ທາ​ນາ​ທິ​ບໍ​ດີ​ທ​ຣຳ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG