ລັດຖະມົນຕີ ວ່າການຕ່າງປະເທດ ສະຫະລັດ ທ່ານໄມຕ໌ ພອມພຽວ ໄດ້ພົບປະກັບລັດ
ຖະມົນຕີ ວ່າການຕ່າງປະເທດ ມຽນມາ ທ່ານ ຈີຢໍ ທິນ ຢູ່ທີ່ ສິງກະໂປໃນວັນເສົາມື້ນີ້ ແລະເພິ່ນກໍໄດ້ຮຽກຮ້ອງ ໃຫ້ປ່ອຍໂຕນັກຂ່າວ ຣອຍເຕີ ສອງຄົນ ທີ່ຖືກກັກຂັງ ຢູ່ໃນ
ມຽນມາ ໃນທັນທີ.
ໂຄສົກກະຊວງຕ່າງປະເທດສະຫະລັດ ທ່ານນາງແຮເຕີ ນາວເອີດທ໌ ກ່າວຕໍ່ວີໂອເອ ວ່າ
ທ່ານພອມພຽວ ໄດ້ຍົກບັນຫາດັ່ງກ່າວຂຶ້ນມາ ລະຫວ່າງການພົບປະກັນຢູ່ນອກກອງປະ
ຊຸມ ແລະກ່າວວ່າ ສະຫະລັດ ມີຄວາມເປັນຫ່ວງທີ່ສຸດກ່ຽວກັບການສືບຕໍ່ກັກຂັງນັກຂ່າວ
ທັງສອງຄົນນັ້ນ. ນັກຂ່າວທັງສອງ ໄດ້ຖືກກ່າວຟ້ອງໃນຂໍ້ຫາ ມີເອກກະສານໃນຄອບຄອງ
ທີ່ເຊື່ອມໂຍງກັບການປະຕິບັດງານ ດ້ານຄວາມປອດໄພ ຕໍ່ຕ້ານພວກຫົວຮຸນແຮງໂຣຮິງ
ຢາ ໃນລັດຣາຄາຍ ຢູ່ທາງພາກເໜືອຂອງມຽນມາ.
ທ່ານພອມພຽວ ແລະ ທ່ານຈີຢໍ ທິນ ໄດ້ພົບປະກັນຢູ່ນອກ ກອງປະຊຸມ ບັນດາຜູ້ນຳປະເທດຈາກຂົງເຂດເອເຊຍຕາເວັນອອກສຽງໃຕ້.
ທ່ານພອມພຽວໄດ້ກ່າວຕໍ່ກຸ່ມນັກຂ່າວ ທີ່ເດີນທາງໄປນຳ ແລະບັນດານັກຂ່າວປະຈຳທ້ອງ
ຖິ່ນ ວ່າ ທ່ານເຊື່ອໝັ້ນວ່າ ເກົາຫຼີເໜືອຈະປົດອາວຸດນິວເຄລຍ ແຕ່ກໍຍອມຮັບວ່າ ທ່ານຍັງ
ບໍ່ທັນໄດ້ພົບປະ ກັບບັນດາເຈົ້າໜ້າທີ່ເກົາຫຼີເໜືອເທື່ອ ໃນລະວ່າງການມາຢ້ຽມຢາມໃນ
ຄັ້ງນີ້.
ທ່ານກ່າວວ່າ ມີລາຍງານຈຳນວນນຶ່ງທີ່ວ່າ ຣັດເຊຍ ລະເມີດມາດຕະການລົງໂທດຂອງ
ອົງການສະຫະປະຊາຊາດ ຕໍ່ເກົາຫຼີເໜືອ ຊຶ່ງຈະເປັນເລື້ອງທີ່ຮ້າຍແຮງແທ້ໆ. ທ່ານພອມ
ພຽວ ກ່າວວ່າ “ພວກເຮົາໄດ້ເຫັນລາຍງານທັງຫຼາຍ ທີ່ວ່າ ຣັດເຊຍໄດ້ອະນຸມັດ ໂຄງການ
ຮ່ວມລົງທຶນ ກັບບັນດາບໍລິສັດຂອງເກົາຫຼີເໜືອ ແລະອະນຸມັດ ບັດເຮັດວຽກໃໝ່ ໃຫ້ແກ່
ຄົນງານເກົາຫຼີເໜືອ ທີ່ຖືວ່າເປັນແຂກຂອງປະເທດ. ຖ້າຫາກບັນດາລາຍງານເຫລົ່ານີ້ ພິ
ສູດວ່າມີຄວາມຈິງ ແລະພວກເຮົາກໍມີເຫດຜົນ ທີ່ຈະເຊື່ອວ່າ ພວກເຂົາເຈົ້າເຮັດຈັ່ງຊັ້ນ
ອັນນັ້ນກໍຈະເປັນການລະເມີດ ມະຕິສະພາຄວາມໝັ້ນຄົງ ສະຫະປະຊາຊາດ ເລກທີ
2375.”
ທ່ານພອມພຽວ ກ່າວວ່າ ທ່ານໄດ້ບອກບັນດາຜູ້ນໍາທີ່ທ່ານໄດ້ພົບປະ ໃນລະຫວ່າງ ການເດີນທາງຢ້ຽມຢາມຂອງທ່ານໃນຄັ້ງນີ້ ວ່່າ ມັນມີສຳຄັນຍິ່ງ ທີ່ຈະຕ້ອງສືບຕໍ່ຮັກສາໄວ້ມາດ
ຕະການລົງໂທດຕໍ່ເກົາຫຼີເໜືອ.
ໃນວັນສຸກວານນີ້ ກະຊວງການເງິນສະຫະລັດ ກ່າວວ່າ ຕົນໄດ້ວາງ ມາດຕະການລົງ
ໂທດ ຕໍ່ທະນາຄານ ແຫ່ງນຶ່ງ ຂອງຣັດເຊຍ ທີ່ໄດ້ໃຫ້ການຊ່ວຍເຫຼືອ ແກ່ເກົາຫຼີເໜືອ ເພື່ອ
ຫລີກລ່ຽງ ມາດຕະການການ ຂອງສະພາຄວາມໝັ້ນຄົງ ສະຫະປະຊາຊາດ ທີ່ມີຈຸດປະສົງ
ຈະຢັບຢັ້ງ ໂຄງການອາວຸດນິວເຄລຍ ແລະ ລູກສອນໄຟຂີປະນາວຸດ ຂອງພຽງຢາງ.
ກະຊວງການເງິນ ກ່າວວ່າ ທະນາຄານການຄ້າຣັດເຊຍ ອາໂກຣໂຊຢຸດ ທີ່ມີຫ້ອງການຢູ່
ໃນມົສກູ ໄດ້ເລັ່ງລັດ “ການຊື້ຂາຍທີ່ສຳຄັນໆ” ໂດຍບຸກຄົນ ຜູ້ທີ່ສະຫະລັດ ຖືກນຳເອົາຊື່
ລົງໃນບັນຊີດຳ ຍ້ອນການມີສ່ວນພົວພັນ ໃນໂຄງການພັດທະນາອາວຸດ ຂອງເກົາຫຼີເໜືອ.