ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ ພອມ​ພຽວ ກ່າວ​ຫາ ອີ​ຣ່ານ ກ່ຽວ​ກັບ ການ​ໃຊ້​ຄວາມ​ຮຸນ​ແຮງ, ການກວດ​ກາ ເພື່ອ​ຍັບ​ຢັ້ງ ການ​ໄວ້​ອາ​ໄລ


ປະ​ຊາ​ຊົນຍ່າງ​ໃກ້​ທະ​ນາ​ຄານ​ທີ່​ຖືກ​ໄຟ​ໃໝ້ ຫຼັງ​ຈາກ​ການ​ປະ​ທ້ວງ​ຕໍ່​ຕ້ານ​ການ​ຂຶ້ນ​ລາ​ຄາ​ນ້ຳ​ມັນ​ໃນ​ນະ​ຄອນຫຼວງ ເຕ​ຫະ​ຣ່ານ. ພະ​ຈິກ 20, 2019. Nazanin Tabatabaee/WANA (West Asia News Agency) via REUTERS ATTENTION EDITORS - THIS IMAGE…
ປະ​ຊາ​ຊົນຍ່າງ​ໃກ້​ທະ​ນາ​ຄານ​ທີ່​ຖືກ​ໄຟ​ໃໝ້ ຫຼັງ​ຈາກ​ການ​ປະ​ທ້ວງ​ຕໍ່​ຕ້ານ​ການ​ຂຶ້ນ​ລາ​ຄາ​ນ້ຳ​ມັນ​ໃນ​ນະ​ຄອນຫຼວງ ເຕ​ຫະ​ຣ່ານ. ພະ​ຈິກ 20, 2019. Nazanin Tabatabaee/WANA (West Asia News Agency) via REUTERS ATTENTION EDITORS - THIS IMAGE…

ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ສະ​ຫະ​ລັດ ທ່ານ ໄມ​ຄ໌ ພອມ​ພຽວ ໄດ້​ກ່າວ​ໂຈມ​ຕີ ອີ​ຣ່ານ ສຳ​ລັບ​ການ​ໃຊ້ “ຄວາມ​ຮຸນ​ແຮງ” ແລະ ການ​ກໍ່​ກວນສັນ​ຍານ​ອິນ​ເຕີ​ແນັດ ເພື່ອ​ປ້ອງ​ກັນ​ການ​ລະ​ນຶກ​ເຖິງ​ຜູ້​ທີ່​ຖືກ​ຂ້າ​ຕາຍ ໃນ​ລະ​ຫວ່າງ​ການ​ປາບ​ປາມ​ຜູ້​ປະ​ທ້ວງ ຕໍ່​ຕ້ານ​ການ​ຈັດ​ຕັ້ງ​ເມື່ອ​ເດືອນ​ພະ​ຈິກ​ທີ່​ຜ່ານ​ມາ ເຊິ່ງ​ຖືກ​ກະ​ຕຸ້ນ​ໂດຍ​ການ​ຂຶ້ນ​ລາ​ຄາ​ນ້ຳ​ແມັນ​ແອັດ​ຊັງ​ຢ່າງຫຼວງ​ຫຼາຍ.

ທ່ານ ພອມ​ພຽວ ໄດ້​ຂຽນ​ຂໍ້​ຄວາມ​ໃນ​ທວິດ​ເຕີ, ທີ່​ກ່າວ​ຫາ​ໂດຍ​ກົງ​ຕໍ່​ຜູ້​ນຳ​ສູງ​ສຸດ ອີ​ຣ່ານ ທ່ານ ອາ​ຢາ​ໂທ​ລ​ລ​າ ອາ​ລີ ຄາ​ເມ​ນີ, ຜູ້​ທີ່ຮັບ​ຜິດ​ຊອບ​ໃນ​ການ​ທຳ​ການ​ຕັດ​ສິນ​ໃຈ​ ກ່ຽວ​ກັບ ສາ​ສະ​ໜາ ແລະ ບັນ​ຫາ​ການ​ເມືອງ​ຕ່າງ​ໆໃນ ສາ​ທາ​ລະ​ນະ​ລັດ ອິ​ສ​ລາມ ​ນັ້ນວ່າ “ປະ​ຊາ​ຊົນ ອີ​ຣ່ານ ມີ​ສິດ​ທີ່​ຈະ​ໄວ້​ທຸກ​ໃຫ້​ຜູ້​ເຄາະ​ຮ້າຍ 1,500 ຄົນ​ທີ່​ຖືກ​ຂ້າ​ຕາຍ​ໂດຍ ທ່ານ ຄາ​ເມ​ນີ ໃນ​ລະ​ຫວ່າງ​ການ​ປະ​ທ້ວງ ອີ​ຣ່ານ.”

ອີງ​ຕາມ​ອົງ​ການ​ຂ່າ​ວ​ເຄິ່ງ​ທາງ​ການ ອິ​ລ​ນາ (Ilna) ນັ້ນ, ສັນ​ຍານ​ອິນ​ເຕ​ແນັດ ໄດ້​ຖືກ​ຕັດ​ຢ່າງບໍ່​ມີ​ຂໍ້​ສົງ​ໄສ ໃນ​ຫຼາຍ​ແຂວງ​ຂອງ ອີ​ຣ່ານ ກ່ອນ​ການ​ໄວ້​ອາ​ໄລ​ທີ່​ຖືກວາງ​ແຜ​ນ​ຈັດ​ຂຶ້ນ​ໃນ​ວັນ​ພະ​ຫັດ​ຈະ​ມາ​ເຖິງນີ້.

ຫຼາຍ​ຄົນ​ມີ​ລາຍ​ງານ​ວ່າ​ຖືກ​ຈັບ​ຢູ່​ສຸ​ສານ​ໄວ້​ອາ​ໄລ​ແຫ່ງ​ນຶ່ງ ໃນ​ເມືອງ ຄາ​ຣາ​ຈ໌ (karaj) ເພືຶ່ອ​ລະ​ນຶກ​ເຖິງວັນ​ທີ 40 ຫຼັງ​ຈາກ​ການ​ຕາຍ​ຂອງ​ຜູ້​ປະ​ທ້ວງ​ທີ່​ຖືກ​ຂ້າ​.

ທ່ານ ພອມ​ພຽວ ໄດ້​ຂຽນ​ໃນ​ທວິດ​ເຕີ​ເມື່ອ​ວັນ​ສຸກ​ແລ້ວ​ນີ້​ວ່າ “ລະ​ບອບ​ການ​ປົກ​ຄອງ​ນັ້ນ​ຢ້ານ​ປະ​ຊາ​ຊົນ​ຂອງ​ເຂົາ​ເຈົ້າ​ເອງ ແລະ ອີກ​ຄັ້ງ​ນຶ່ງ​ໄດ້​ໃຊ້​ຄວາມ​ຮຸນ​ແຮງ ແລະ ປິດ​ສັນ​ຍານ​ອິນ​ເຕີ​ແນັດ.”

ສະ​ຫະ​ລັດ ໄດ້​ກ່າວ​ໃນ​ຕົ້ນ​ເດືອນນີ້​ວ່າ ບັນ​ດາ​ເຈົ້າ​ໜ້າ​ທີ່ ອີ​ຣ່ານ ອາດ​ໄດ້​ສັງ​ຫານຫຼາຍກວ່າ 1,000 ຄົນໃນ​ການ​ປາບ​ປາມ​ດັ່ງ​ກ່າວ​ໃນ​ກາງ​ເດືອນ​ພະ​ຈິກ​ແລ້ວນີ້.

ອົງ​ການ​ຂ່າວ ຣອຍ​ເຕີ ໄດ້​ອ້າງ​ຄ້ຳ​ເວົ້າ​ຂອງ​ເຈົ້າ​ໜ້າ​ທີ່​ລັດ​ຖະ​ບານ​ທີ່ບໍ່​ປະ​ສົງ​ອອກ​ຊື່​ວ່າ ປະ​ຊາ​ຊົນ​ປະ​ມານ 1,500 ຄົນ​ໄດ້​ເສຍ​ຊີ​ວິດ​ໃນ​ລະ​ຫວ່າງ​ການ​ປະ​ທ້ວງ​ນັ້ນ, ແນວ​ໃດ​ກໍ​ຕາມ​ຕົວ​ເລກ​ດັ່ງ​ກ່າວ​ແມ່ນບໍ່​ສາມ​າດ​ຢືນ​ຢັນ​ໄດ້.

ອົງ​ການ​ນິ​ລະ​ໂທດ​ກຳ​ສາ​ກົນ​ໄດ້​ກ່າວ​ວ່າ “ຢ່າງ​ໜ້ອຍ 304 ຄົນ​ໄດ້​ເສຍ​ຊີ​ວິດ ແລະ ຫຼາຍ​ພັນ​ຄົນ​ບາດ​ເຈັບ​ໃນ​ຄວາມ​ວຸ້ນ​ວາຍ​ນັ້ນ.

ລັດ​ຖະ​ບານ ເຕ​ກະ​ຣ່ານ ໄດ້​ປະ​ຕິ​ເສດ​ຕົວ​ເລກ​ຕ່າງໆ​ຂອງ​ກຸ່ມ​ສິດ​ທິ​ມະ​ນຸດ ແລະ ກຸ່ມ​ອື່ນໆ ໃນ​ຂະ​ນະ​ທີ່ບໍ່​ສາ​ມາດ​ທີ່​ຈະ​ເປີດ​ເຜີຍ​ຕົວ​ເລກ​ສູງ​ສຸດ​ຢ່າງ​ເປັນ​ທາງ​ການ​ນັ້ນ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG