ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ Trump ກ່າວວ່າ ສະຫະລັດ ບໍ່ສາມາດ ສ່ຽງຮັບເອົາ ພວກອົບພະຍົບໄດ້

ຜູ້ລົງແຂ່ງຂັນເອົາຕຳແໜ່ງປະທານາທິບໍດີ ຈາກພັກຣພັບບລີກັນ ທ່ານ Donald Trump ຍົກນິ້ວໂປ້ຂຶ້ນ ໃນຂະນະທີ່ທ່ານລົມກັບ ນາຍພົນເອກທີ່ໄດ້ບຳນານ ໄປແລ້ວ ທ່ານ Michael Flynn ໃນລະຫວ່າງກກອງປະຊຸມທີ່ສາລາກາງເມືອງໃນເມືອງ Virginia Beach, ລັດ Virginia, 6 ກັນຍາ, 2016.

ຜູ້ລົງແຂ່ງຂັນເອົາຕຳແໜ່ງປະທານາທິບໍດີ ຈາກພັກຣີພັບບລີກັນ ທ່ານ Donald Trump ກ່າວວ່າ ປະຊາຊົນ ອາເມຣິກັນ “ມີໃຈທີ່ໃຫຍ່,” ແຕ່ບໍ່ສາມາດ “ສ່ຽງ ​ໃນ​ການ​ຮັບ​ເອົາ ພວກອົບພະຍົບ.”

ທ່ານ Trump ໄດ້ຕອບຫຼາຍຄຳຖາມຕໍ່ໜ້າຝູງຄົນທີ່ສະໜັບສະໜູນທະຫານ ໃນວັນອັງ ຄານວານນີ້ ທີ່ເມືອງ Virginia Beach ລັດ Virginia ພ້ອມກັບນາຍພົນເອກ ທີ່ບຳນານ ແລ້ວ ທ່ານ Michael Flynn ເຊິ່ງເປັນຜູ້ສະໜັບສະໜູນທ່ານ Trump ທີ່ເຂັ້ມແຂງ ເປັນ ຄົນຖາມຄຳຖາມ.

ທ່ານ Trump ໄດ້ກ່າວວ່າ ສະຫະລັດ ບໍ່ສາມາດອະນຸຍາດໃຫ້ພວກອົບພະຍົບຈາກພາກ ຕາເວັນອອກກາງ ແລະ ເອເຊຍໃຕ້ ເຂົ້າມາໃນປະເທດ ຈົນກວ່າພວກເຂົາຮູ້ວ່າ “ມັນເກີດ ຫຍັງຂຶ້ນ.”

ທ່ານໄດ້ກ່າວວ່າ ພວກຍົກຍ້າຍຖິ່ນຖານ ໄດ້ເປັນໄພພິບັດສຳລັບ ເຢຍຣະມັນ ແລະ ຝຣັ່ງ, ຍ້ອນການກໍ່ອາຊະຍາກຳທີ່ເພີ່ມສູງຂຶ້ນ. ແຕ່ຕຳຫຼວດ ເຢຍຣະມັນ ກ່າວວ່າ ຈຳນວນຂອງ ອາຊະຍາກຳຕ່າງໆທີ່ໄດ້ກໍ່ຂຶ້ນໂດຍຊາວ ຊີເຣຍ, ອັຟການິສຖານ ແລະ ອີຣັກ ແມ່ນຕ່ຳ ຫຼາຍກວ່າກຸ່ມອື່ນໆທີ່ຂໍລີ້ໄພ.

ຜູ້ຖືກສະເໜີຊື່ເອົາຕຳແໜ່ງປະທານາທິບໍດີ ສະຫະລັດ ຈາກພັກເດໂມແຄຣັດ ທ່ານນາງ Hillary Clinton ກ່າວໃນການຊຸມນຸມໂຄສະນາຫາສຽງຜູ້ລົງຖະບຽນເລືອກຕັ້ງ ທີ່ມະຫາວິທະຍາໄລ Florida ໃນເມືອງ Tampa ລັດ Florida. 6 ກັນຍາ 2016.
ຜູ້ຖືກສະເໜີຊື່ເອົາຕຳແໜ່ງປະທານາທິບໍດີ ສະຫະລັດ ຈາກພັກເດໂມແຄຣັດ ທ່ານນາງ Hillary Clinton ກ່າວໃນການຊຸມນຸມໂຄສະນາຫາສຽງຜູ້ລົງຖະບຽນເລືອກຕັ້ງ ທີ່ມະຫາວິທະຍາໄລ Florida ໃນເມືອງ Tampa ລັດ Florida. 6 ກັນຍາ 2016.

ທ່ານ Trump ໄດ້ກ່າວຫາທ່ານນາງ Hillary Clinton ກ່ຽວກັບ ການຢາກໃຫ້ຕົວ​ເລກການ​ຮັບ​ເອົາຜູ້ຍົກຍ້າຍຖິ່ນຖານ ທີ່​ໄດ້​ຮັບອະນຸຍາດໃຫ້ ເດີນທາງເຂົ້າປະເທດເຖິງ 500 ເປີ ເຊັນ, ໂດຍເອີ້ນມັນວ່າ “ບໍ່ສາມາດຮັບໄດ້,” ແລະ ໄດ້ກ່າວວ່າ ທ່ານນາງ Clinton ແລະ ປະທານາທິບໍດີ ບາຣັກ ໂອບາມາ ຢາກໃຫ້ປະຕິບັດຕໍ່ພວກຄົນເຂົ້າເມືອງຜິດກົດໝາຍດີ ກວ່າທະຫານຜ່ານເສິກ ສະຫະລັດ.

ທ່ານໄດ້ກ່າວວ່າ ຂໍ້ຕົກລົງນິວເຄລຍກັບ ອີຣ່ານ ທີ່ໄດ້ເຊັນກັບ ສະຫະລັດ ແລະ ປະເທດ ມະຫາອຳນາດອື່ນໆອີກ 5 ປະເທດ ໄດ້ປ່ຽນ ອີຣ່ານ ໃຫ້ເປັນ “ມະຫາອຳນາດໂລກ” ໃນ ພຽງຂ້າມຄືນດຽວ.

ທ່ານໄດ້ກ່າວໂຈມຕີລັດຖະມົນຕີການຕ່າງປະເທດ ທ່ານ John Kerry ​ໃນການເຈລະຈາ ໃນສິ່ງທີ່ທ່ານເອີ້ນວ່າ ຂໍ້ຕົກລົງທີ່ “ໂງ່” ແລະ ​ເປັນ ຍ້ອນການຂາດຄວາມສາມາດຂອງ ທ່ານ ໂອບາມາ ແລະ ທ່ານນາງ Clinton, ອີຣ່ານ ແລະ ພວກລັດອິສລາມ ຈຶ່ງຈະແບ່ງປັນ ນ້ຳມັນຂອງ ອີຣັກ ນຳກັນ.

ໃນການປະກົດຕົວທີ່ເມືອງ Tampa ລັດ Florida ທ່ານນາງ Clinton ໄດ້ກ່າວວ່າ ມັນ ແມ່ນທ່ານ Trump ເອງທີ່ໄດ້ຫັນຫຼັງໃຫ້ກັບທະຫານ ສະຫະລັດ ໂດຍເອີ້ນການໂຄສະນາ ຫາສຽງຂອງທ່ານວ່າ “ການໝິ່ນປະໝາດທີ່ຍາວອັນໜຶ່ງ” ຕໍ່ຜູ້ທີ່ໄດ້ໃສ່ຊຸດເຄື່ອງແບບ ເພື່ອປົກປ້ອງຫຼັກຄຸນຄ່າຂອງຊາວ ອາເມຣິກັນ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG