ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ທ່ານ ທຣຳ ຈະເລີ່ມ ການດຳລົງຕຳແໜ່ງ ໃນຖານະ ປະທານາທິບໍດີ ທີ່ມີຄວາມນິຍົມ ໜ້ອຍທີ່ສຸດ


ປະທານາທິບໍດີ ສະຫະລັດ ທີ່ຖືກເລືອກໃໝ່ທ່ານ Donald Trump ກ່າວຄຳປາໄສໃນລະຫວ່າງກອງປະຊຸມຖະແຫຼງຂ່າວ ໃນຫໍຄອຍ Trump ເກາະ Manhattan, ນະຄອນ ນິວຢອກ. 11 ມັງກອນ, 2017.
ປະທານາທິບໍດີ ສະຫະລັດ ທີ່ຖືກເລືອກໃໝ່ທ່ານ Donald Trump ກ່າວຄຳປາໄສໃນລະຫວ່າງກອງປະຊຸມຖະແຫຼງຂ່າວ ໃນຫໍຄອຍ Trump ເກາະ Manhattan, ນະຄອນ ນິວຢອກ. 11 ມັງກອນ, 2017.

ການສຳຫຼວດຄວາມຄິດເຫັນຄັ້ງໃໝ່ ທີ່ມີຄວາມສຳຄັນໃນ ສະຫະລັດ ກ່າວວ່າ ປະທານາ ທິບໍດີ ທີ່ຖືກເລືອກໃໝ່ ທ່ານ Donald Trump ໄດ້ເລີ່ມການດຳລົງຕຳແໜ່ງ​ເປັນ​ເວລາ 4 ປີໃນທຳນຽບຂາວຂອງທ່ານ ​ໃນ​ຖານະ​ຫົວໜ້າບໍລິຫານອາເມຣິກັນທີ່ມີຄວາມນິຍົມໜ້ອຍ ທີ່ສຸດໃນຮອບຫຼາຍທົດສະວັດ, ເຊິ່ງແມ່ນຂໍ້ສະຫຼຸບທີ່ທ່ານ Trump ໄດ້ກ່າວປະຕິເສດ​ ໃນ​ທັນທີ.

ການຢັ່ງຫາງສຽງຂອງໜັງສືພິມ Washington Post ແລະ ໂທລະ ພາບ ABC ໄດ້ກ່າວ ໃນວັນອັງຄານວານນີ້ 3 ມື້ກ່ອນພິທີສາບານຕົວ​ເຂົ້າຮັບ​ຕຳ​ແໜ່​ງຂອງທ່ານ ທຣຳ ໃນວັນ ສຸກທີ່ຈະມາເຖິງນີ້, ​ໂດຍ​ເວົ້າວ່າ ທ່ານແມ່ນປະທານາທິບໍດີ ສະຫະລັດ ທີ່ຖືກເລືອກໃໝ່ ທີ່ມີຄວາມນິຍົມໜ້ອຍທີ່ສຸດໃນບັນດາ 7 ຄົນທີ່ຜ່ານມາ. ຍິ່ງ​ໄປ​ກວ່ານັ້ນ, ການສຳຫຼວດ ດັ່ງກ່າວ ແລະ ການ​ສຳ​ຫຼວດໂດຍໂທລະພາບ CNN ບໍ່ເທົ່າໃດມື້ທີ່ຜ່ານມາ ໄດ້ສະແດງໃຫ້ ເຫັນວ່າ ພວກຜູ້ລົງຄະແນນສຽງ ອາເມຣິກັນ ໄດ້ມີມຸມມອງ​ໃນດ້ານລົບຢ່າງແຮງ ກ່ຽວກັບ ການຈັດ​ແຈງໃນການໂອນ ອຳນາດຂອງທ່ານ ທຣຳ ນັບຕັ້ງແຕ່ການເລືອກຕັ້ງ ໃນເດືອນ ພະຈິກປີກາຍນີ້, ເຊິ່ງຕົກຕ່ຳກວ່າປະທານາທິບໍດີ ຫຼາຍຄົນທີ່ຜ່ານມາ.

ທ່ານ ທຣຳ ໄດ້ກ່າວໂຕ້ຕອບໃນ Twitter ວ່າ “ຄົນພວກດຽວກັນນີ້​ແມ່ນຜູ້ທີ່ໄດ້ເຮັດການ ຢັ່ງຫາງສຽງຫຼວກລວງ ແລະ ຜິດຫຼາຍ, ຕອນນີ້ແມ່ນກຳລັງເຮັດການຢັ່ງຫາງສຽງກ່ຽວ​ກັບການຍອມຮັບ. ພວກເຂົາເຈົ້າຍັງເສກສັນປັ້ນແຕ່ງເລື່ອງຂຶ້ນມາຄືກັບ​ເມື່ອ​ກ່ອນ.”

ລັດຖະສະພາ ສະຫະລັດ Capitol Hill ຊ້ອມການກະກຽມພິທີສາບານຕົນຂອງປະທານາທິບໍດີ ທີ່ຖືກເລືອກໃໝ່ ທ່ານ Donald Trump ໃນນະຄອນຫຼວງ ວໍຊິງຕັນ. 15 ມັງກອນ 2017.
ລັດຖະສະພາ ສະຫະລັດ Capitol Hill ຊ້ອມການກະກຽມພິທີສາບານຕົນຂອງປະທານາທິບໍດີ ທີ່ຖືກເລືອກໃໝ່ ທ່ານ Donald Trump ໃນນະຄອນຫຼວງ ວໍຊິງຕັນ. 15 ມັງກອນ 2017.

ປະທານາທິບໍດີທີ່ຖືກເລືອກໃໝ່ໄດ້ກ່າວວ່າ “ປະຊາຊົນແມ່ນກຳລັງຫລັ່ງໄຫຼເຂົ້າມາວໍຊິງ ຕັນ ໃນຈຳນວນທີ່ຫຼາຍເປັນປະຫວັດ​ການ. ພວກນັກຂັບລົດຈັກສຳລັບ ທຣຳ ກໍກຳລັງ ເດີນທາງມາ. ມັນຈະເປັນວັນພະຫັດ, ວັນສຸກ ແລະ ວັນເສົາທີ່ຍິ່ງໃຫຍ່.”

ການຢັ່ງຫາງສຽງຂອງ​ໂທລະພາບ CNN ໜັງສືພິມ Washington Post ແລະ​ໂທລະ ພາບ ABC ໄດ້ຊີ້ໃຫ້ເຫັນຄະ​ແນນ​ນິຍົມຂອງທ່ານ ທຣຳ ​ໃນ​ລະດັບ 40 ເປີເຊັນ, ປະມານ ເຄິ່ງໜຶ່ງ ຂອງປະທານາທິບໍດີ ບາຣັກ ໂອບາມາ ໃນເວລາທີ່ທ່ານເຂົ້າຮັບຕຳແໜ່ງໃນປີ 2009 ແລະ ຍັງຕ່ຳກວ່າອັດຕາທີ່​ເຫັນພ້ອມໃນປະຈຸບັນ 61 ເປີເຊັນ ກັບ​ປະທານາທິບໍດີ ໂອບາມາ ໃນຂະນະທີ່ທ່ານຈະອອກຈາກການດຳລົງຕຳແໜ່ງ.

ນັບຕັ້ງແຕ່ປີ 1976 ເປັນຕົ້ນມາ, ປະທານາທິບໍດີ ສະຫະລັດ ທີ່ຖືກເລືອກໃໝ່ 7 ຄົນ ໄດ້ ເລີ່ມການດຳລົງຕຳແໜ່ງຂອງພວກເພິ່ນດ້ວຍ ຄະ​ແນນ​ນິຍົມທີ່​ເຫັນ​ພ້ອມ​ ນັບຈາກ 56 ຫາ 79 ເປີເຊັນ. ໃນດ້ານກົງກັນຂ້າມ, ບໍ່ມີປະທານາທິບໍດີຄົນ​ໃດ​ໃນ​ອະດີດ​ທີ່ຜ່ານມາ ມີຄະ ແນນທີ່​ບໍ່​ເຫັນ​ພ້ອມ​ໃກ້​ຄຽງ​ກັບທ່ານ ທຣຳ ຄື​ສູງ​ເຖິງ 54 ເປີເຊັນ ໃນ​ເວລາ ເລີ່ມຕົ້ນການ​ເຂົ້າດຳລົງຕຳແໜ່ງ​ເປັນປະທານາທິບໍດີຂອງທ່ານ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG