ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ທ່ານນາງ ຄລິນຕັ້ນ ຊະນະການເລືອກຕັ້ງ ໃນລັດ ເນວາດາ ສ່ວນທ່ານ ທຣ້າມ ຊະນະ ໃນລັດ ເຊົ້າແຄໂຣລາຍນາ


US Politics
please wait
Embed

No media source currently available

0:00 0:02:06 0:00

Kanada’nın en büyük kenti Toronto’da bir kamyonet sürücüsünün kaldırıma çıkıp yayaların arasına girerek 10 kişiyi öldürmesi, 15 kişiyi de yaralamasının ardından Jack Young, kurbanlar anısına not yazıyor.

ອະດີດລັດຖະມົນຕີຕ່າງປະເທດ ສະຫະລັດ ທ່ານນາງ Hillary
Clinton ໄດ້ຮັບໄຊຊະນະ “ເປັນທີນຶ່ງ ໃນພາກຕາເວັນຕົກ” ໃນການເລືອກຕັ້ງຂອງພັກເດໂມແຄຣັດ ໃນລັດ Nevada ໂດຍ
ເອົາຊະນະ ສະມາຊິກສະພາສູງ ທ່ານ Bernie Sanders ດ້ວຍ
ຄະແນນສຽງ 52.7 ເປີເຊັນ ຕໍ່ 47.3 ເປີເຊັນ ໃນການແຂ່ງຂັນກັນ
ເອົາຕຳແໜ່ງປະທານາທິບໍດີ ສະຫະລັດ ຄົນຕໍ່ໄປ.

ບັນດານັກວິເຄາະ ກ່າວວ່າ ໄຊຊະນະຂອງທ່ານນາງຄລິນຕັ້ນ ສະ
ແດງໃຫ້ເຫັນວ່າ ເຄືອຂ່າຍຜູ້ສະໜັບສະໜູນແຫ່ງຊາດ ຂອງທ່ານ
ນາງ ຍັງຄົງເປັນທີ່ໜ້າອັດສະຈັນຢູ່ ແລະ ທ່ານແຊນເດີ້ສ໌ ຈະຕ້ອງ
ໄດ້ເຮັດວຽກໜັກຂຶ້ນກວ່າເກົ່າ ເພື່ອຈະໃຫ້ເປັນທີ່ດຶງດູດໃຈ ບັນດາ ຜູ້ທີ່ສະໜັບສະໜູນພັກເດໂມແຄຣັດ ນອກເໜືອໄປຈາກພວກຊາວໜຸ່ມ ຜູ້ທີ່ໄດ້ຈັດຕັ້ງເປັນ
ແກນນຳ ຂອງການໂຄສະນາຫາສຽງ ຂອງທ່ານນັ້ນ.

ຜູ້ສະໝັກແຂ່ງຂັນເປັນປະທານາທິບໍດີ ສະຫະລັດ ສັງກັດພັກ ສັງກັດພັກ ຣີພັບບລີກັນ ທ່ານ Donald Trump (ກາງ) ທັກທາຍ ບັນດາຜູ້ສະໜັບສະໜູນ ຢູ່ທີ່ການຊຸມນຸມ ສະເຫຼີມສະຫຼອງ ໄຊຊະນະ ໃນນະຄອນ Spartanburg, ລັດ South Carolina, ວັນທີ 20 ກຸມພາ 2016. ຢູ່ເທິງເວທີ ຄຽງຂ້າງທ່ານ Trump ແມ່ນລູກສາວ ນາງ Ivanka (ຊ້າຍ) ແລະ ພັນລະຍາ ຂອງທ່ານ ທ່ານນາງ Melania (ຂວາ).
ຜູ້ສະໝັກແຂ່ງຂັນເປັນປະທານາທິບໍດີ ສະຫະລັດ ສັງກັດພັກ ສັງກັດພັກ ຣີພັບບລີກັນ ທ່ານ Donald Trump (ກາງ) ທັກທາຍ ບັນດາຜູ້ສະໜັບສະໜູນ ຢູ່ທີ່ການຊຸມນຸມ ສະເຫຼີມສະຫຼອງ ໄຊຊະນະ ໃນນະຄອນ Spartanburg, ລັດ South Carolina, ວັນທີ 20 ກຸມພາ 2016. ຢູ່ເທິງເວທີ ຄຽງຂ້າງທ່ານ Trump ແມ່ນລູກສາວ ນາງ Ivanka (ຊ້າຍ) ແລະ ພັນລະຍາ ຂອງທ່ານ ທ່ານນາງ Melania (ຂວາ).

ແລະຢູ່ໃນການເລືອກຕັ້ງຂັ້ນຕົ້ນ ຂອງພັກຣີພັບບລີກັນ ໃນລັດ South Carolina ນັ້ນ
ທ່ານ Donald Trump ໄດ້ປຽບພວກຄູ່ແຂ່ງຂອງທ່ານ ໂດຍການຄາດຄະເນ ທີ່ຈະສະ
ແດງໃຫ້ເຫັນວ່າ ທ່ານ Trump ໄດ້ຮັບຄະແນນສຽງ 32.5 ເປີເຊັນ. ສ່ວນທ່ານ Marco
Rubio ແລະ ທ່ານ Ted Cruz ແມ່ນຈາວກັນ ຕິດຕາມມາເປັນອັນດັບທີສອງ ໂດຍແຕ່
ລະຄົນໄດ້ຮັບຄະແນນສຽງ ປະມານ 22 ເປີເຊັນ. ແຕ່ທ່ານ Rubio ໄດ້ປຽບໜ້ອຍໜຶ່ງ
ໃນເວລາສຸດທ້າຍ.

ຫຼັງຈາກໄດ້ຊະນະເລີດຄັ້ງໃຫຍ່ ຢູ່ໃນລັດ New Hampshire 11 ມື້ ກ່ອນໜ້ານີ້ ການໄດ້
ຮັບໄຊຊະນະໃນຄັ້ງນີ້ ແມ່ນເບິ່ງຄືວ່າ ຈະສ້າງຄວາມໜຽວແໜັ້ນ ໃຫ້ແກ່ ເຈົ້າພໍ່ອະສັງຫາ
ລິມະຊັບ ມະຫາເສດຖີ ເປັນຜູ້ນຳໜ້າ ຂອງພັກຣີພັບບລີກັນ.

Results of South Carolina Republican Primary, Nevada Democratic Caucuses
please wait

No media source currently available

0:00 0:01:31 0:00

XS
SM
MD
LG