ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ໜ່ວຍເລືອກຕັ້ງ ຢູ່ໃນນະຄອນຫຼວງ ໂຕກຽວ ເປີດແລ້ວ ເພື່ອເລືອກເອົາຜູ້ປົກຄອງ ຄົນໃໝ່


ນັກແລ່ນຄົນໜຶ່ງ ກຳລັງແລ່ນຜ່ານປ້າຍໂຄສະນາ ຂອງບັນດາ
ຜູ້ສະໝັກແຂ່ງຂັນ ການເລືອກຕັ້ງ ເອົາຕຳແໜ່ງ ເຈົ້າຄອງນະ
ຄອນຫຼວງໂຕກຽວ, ປະເທດຍີ່ປຸ່ນ, ວັນທີ 31 ກໍລະກົດ 2016.
ນັກແລ່ນຄົນໜຶ່ງ ກຳລັງແລ່ນຜ່ານປ້າຍໂຄສະນາ ຂອງບັນດາ ຜູ້ສະໝັກແຂ່ງຂັນ ການເລືອກຕັ້ງ ເອົາຕຳແໜ່ງ ເຈົ້າຄອງນະ ຄອນຫຼວງໂຕກຽວ, ປະເທດຍີ່ປຸ່ນ, ວັນທີ 31 ກໍລະກົດ 2016.

ບັນດາຜູ້ມີສິດປ່ອນບັດອອກສຽງ ຢູ່ໃນນະຄອນຫຼວງຂອງຍີ່ປຸ່ນ ກຳລັງພາກັນໄປຍັງ ໜ່ວຍເລືອກຕັ້ງຕ່າງໆ ໃນວັນອາທິດມື້ນີ້ ເພື່ອເລືອກເອົາຜູ້ນຳຄົນໃໝ່ ສຳລັບ ເມືອງນີ້ ທີ່ໄດ້ປະສົບກັບເລື່ອງຊາລືໃນທາງບໍ່ດີ ຂະນະທີ່ເມືອງ ກຽມພ້ອມທີ່ຈະເປັນເຈົ້າພາບຈັດ ການແຂ່ງຂັນກິລາ ໂອລິມປິກສ໌ ປີ 2020.

ພາບຂອງບັນດາຜູ້ສະໝັກເອົາແໜ່ງເຈົ້າຄອງນະຄອນຫຼວງໂຕກຽວ ປະກອບດ້ວຍ ນັກຂ່າວ ທ່ານ Shuntaro Torigoe (ຊ້າຍ) ອະດີດ ລັດຖະມົນຕີປ້ອງກັນປະເທດ ທ່ານນາງ Yuriko Koike (ກາງ) ແລະ ອະດີດ ເຈົ້າຄອງເຂດຊົນນະບົດ ທ່ານ Hiroya Masuda (ຂວາ) ສະແດງໃຫ້ເຫັນ ບັນດາຜູ້ສະໝັກຢູ່ໃນແຖວໜ້າ.
ພາບຂອງບັນດາຜູ້ສະໝັກເອົາແໜ່ງເຈົ້າຄອງນະຄອນຫຼວງໂຕກຽວ ປະກອບດ້ວຍ ນັກຂ່າວ ທ່ານ Shuntaro Torigoe (ຊ້າຍ) ອະດີດ ລັດຖະມົນຕີປ້ອງກັນປະເທດ ທ່ານນາງ Yuriko Koike (ກາງ) ແລະ ອະດີດ ເຈົ້າຄອງເຂດຊົນນະບົດ ທ່ານ Hiroya Masuda (ຂວາ) ສະແດງໃຫ້ເຫັນ ບັນດາຜູ້ສະໝັກຢູ່ໃນແຖວໜ້າ.

ມີຜູ້ສະໝັກລົງແຂ່ງຂັນ 21 ທ່ານ ທີ່ເປັນສະຖິຕິ ເພື່ອຈະໄດ້ເປັນເຈົ້າຄອງນະຄອນຫຼວງ ໂຕກຽວ. ຕຳແໜ່ງນີ້ ໄດ້ເປົ່າຫວ່າງລົງ ໃນເວລາເຈົ້າຄອງຄົນກ່ອນ ໄດ້ລາອອກ ຍ້ອນ ເລື່ອງລາວທີ່ໜ້າອັບອາຍຂາຍໜ້າດ້ານການເງິນ.

ບັນດາຜູ້ສະໝັກທີ່ມີຄະແນນນຳໜ້າ ປະກອບດ້ວຍ ອະດີດ ລັດຖະມົນຕີປ້ອງກັນປະເທດ ທ່ານນາງ Yuriko Koike, ອະດີດ ລັດຖະມົນຕີ ກະຊວງພາຍໃນ ທ່ານ Hiroya Masuda ແລະ ນັກຂ່າວ ທ່ານ Shuntaro Torigoe.

ທ່ານນາງ Koike ແລະ ທ່ານ Masuda ທັງສອງ ແມ່ນມາຈາກພັກເດໂມແຄຣັດ ເສລີນິຍົມ ຫຼື LDP ທີ່ປົກຄອງລັດຖະບານຢູ່ໃນປັດຈຸບັນ. ທ່ານ Masuda ແມ່ນເປັນ ຜູ້ສະໝັກຂອງພັກ LDP ທີ່ເປັນທາງການ ແຕ່ຈັ່ງໃດກໍຕາມ ທ່ານນາງ Koike ກໍໄດ້ ຕັດສິນໃຈ ລົງແຂ່ງຂັນ.

ທ່ານນາງ Koike ຈະໄດ້ເປັນເຈົ້າຄອງນະຄອນຫຼວງ ໂຕກຽວ ຜູ້ຍິງຄົນທຳອິດ ຖ້າທ່ານນາງໄດ້ຮັບຊະນະ.

Voters in Japan’s capital are going to the polls Sunday to pick a new leader for the scandal-plagued city as it prepares to host the 2020 Olympics Games.
A record 21 candidates are running to become the governor of Tokyo.

The office became vacant when the last governor resigned because of a financial scandal.

The leading candidates are former defense minister Yuriko Koike, former internal affairs minister Hiroya Masuda and journalist Shuntaro Torigoe.

Koike and Masuda are both from the ruling Liberal Democratic Party. Masuda is the LDP’s official candidate, but Koike decided to run anyway.

Koike would be Tokyo’s first female governor, if she wins.


XS
SM
MD
LG