ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ໜ່ວຍປ່ອນບັດ ເປີດແລ້ວ ໃນການເລືອກຕັ້ງ ສະພາແຫ່ງຊາດ ອີຣ່ານ (ເບິ່ງສະໄລດ໌)


ປະຊາຊົນອີຣານ ກໍາລັງປ່ອນບັດເລືອກຕັ້ງເອົາ ສະມາຊິກສະພາ ໃນວັນສຸກ ທີ່ 2 ເດືອນທີນາ.
ປະຊາຊົນອີຣານ ກໍາລັງປ່ອນບັດເລືອກຕັ້ງເອົາ ສະມາຊິກສະພາ ໃນວັນສຸກ ທີ່ 2 ເດືອນທີນາ.

ບັນດາໜ່ວຍ​ປ່ອນ​ບັດໄດ້​ເປີດ​ແລ້ວ ​ໃນການ​ເລືອກ​ຕັ້ງ​ສະພາ​ແຫ່ງ​ຊາດ​ອີຣ່ານຊຶ່ງ​ມີ​ການ​ເບິ່ງ​
ກັນ​ວ່າເປັນການ​ທົດ​ສອບລະຫວ່າງ​ພວກນິຍົມ​ແນວທາງ​ເດີມ ທີ່ໃຫ້ການ​ສະໜັບສະໜຸນຫລື
ຄັດຄ້ານ​ຕໍ່​ປະທານາທິບໍດີ Mahmoud Ahmadinejad.

ຂໍ້ມູນກ່ຽວກັບການເລືອກຕັ້ງສະພາ
ຜູ້ແທນອິຣ່ານ

  • ຜູ້ສະມັກຕ້ອງຖືກຮັບຮອງເອົາໂດຍ
    ສະພາພິທັກ ຫລື
    Guardian Council
  • ມີ 3,444 ຄົນຖືກຮັບຮອງ ໃນຈໍານວນ 5,395 ຄົນ ທີ່ໄປຈົດທະບຽນສະມັກ
    ເລືອກຕັ້ງ
  • ສະພາແຫ່ງຊາດ ມີ 290 ບ່ອນນັ່ງ
  • ພວກປ່ອນບັດ ຕ້ອງມີອາຍຸ 18 ປີ ຂຶ້ນໄປ
  • ໃນຈໍານວນປະຊາກອນ 74 ລ້ານຄົນ ຂອງອິຣ່ານ 48 ລ້ານຄົນ ມີສິດປ່ອນ
    ບັດ
  • ລັດຄະແນນສຽງ ແມ່ນນັບດ້ວຍມື

ພວກ​ຫົວ​ປະຕິ​ຮູບ​ອີຣ່ານຈໍາ​ນວນ​ນຶ່ງ ​ຮວມ​ຢູ່​ໃນ
​ບັນດາ​ຜູ້​ສະມັກ 3,400 ຄົນ ພວມ​ແຂ່ງຂັນເອົາ​
ບ່ອນນັ່ງໃນ​ສະພາ​ແຫ່ງ​ຊາດ​ ທີ່​ມີ​ສະມາຊິກທັງ
ໝົດຈໍານວນ 290 ຄົນ. ລັດຖະບານນິຍົມ​ແນວ
​ທາງ​ເດີມ​ຂອງ​ອີຣ່ານແລະ​ບັນດາ​ຜູ້​ນໍາຝ່າຍ​ສາສະ
ໜາ​ໄດ້ພາກັນ​ສືບ​ຕໍ່​ປາບ​ປາມ​ຂະ​ບວນການປະຕິ​
ຮູບນັບ​ຕັ້ງ​ແຕ່​ໄດ້ເກີດມີ​ການ​ປະ​ທ້ວງຄັ້ງ​ໃຫຍ່ ຕໍ່
ຕ້ານການ​ເລືອກ​ເອົາທ່ານ Ahmadinejad ເຂົ້າ
ຮັບ​ຕຳ​ແໜ່​ງຕື່ມ​ອີກ ໃນ​ປີ 2009.

ຊາວ​ອີຣ່ານຫລາຍ​ກວ່​າ 48 ລ້ານຄົນ ມີ​ສິດໄປລົງ
​ຄະ​ແນນ​ສຽງໃນການ​ເລືອກ​ຕັ້ງໃນວັນ​ສຸກ​ມື້ນີ້.

ຜູ້​ນໍາ​ສູງ​ສຸດ​ທາງສາສະໜາຂອງ​ອີຣ່ານ Ayatollah
Ali Khamenei​ ​ໄດ້​ຮຽກ​ຮ້ອງ​ໃຫ້​ປະຊາຊົນ​ພາກັນ
ໄປປ່ອນ​ບັດເປັນ​ຈຳນວນຫຼວງຫຼາຍ ຊຶ່ງ​ທ່ານ​ກ່າວ
​ວ່າ ເພື່ອເປັນການສະ​ແດງ​ໃຫ້​ເຫັນ​ເຖິງ​ການ​ທ້າ
​ທາຍ​ຕໍ່ສັດ​ຕູ​ຂອງ​ອີຣ່ານ ທີ່​ໝາຍ​ເຖິງ​ມະຫາອໍາ
ນາດຕາ​ເວັນ​ຕົກ ທີ່ເປັນຜູ້ນໍາພາໃນ​ການ​ລົງ​ໂທດ​ທາງ​ດ້ານເສດຖະກິດ​ຕໍ່ອີຣານນັ້ນ.

XS
SM
MD
LG