ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ການເລືອກຕັ້ງ ທີ່ Kosovo ຖືກສີ້ງຊອມເບິ່ງ ຢ່າງໃກ້ຊິດ


ເຈົ້າໜ້າທີ່ຕໍາຫລວດ ໄປເຖິງໜ່ວຍປ່ອນບັດ ທີ່ຖືກທໍາລາຍ ຢູ່ ພາກເໜືອ ບ່ອນທີ່ມີຊາວ Serbs ຢູ່ຢ່າງໜາແໜ້ນ ໃນ Kosovo
ເຈົ້າໜ້າທີ່ຕໍາຫລວດ ໄປເຖິງໜ່ວຍປ່ອນບັດ ທີ່ຖືກທໍາລາຍ ຢູ່ ພາກເໜືອ ບ່ອນທີ່ມີຊາວ Serbs ຢູ່ຢ່າງໜາແໜ້ນ ໃນ Kosovo
ການ​ລົງ​ຄະ​ແນນ​ສຽງ​ກໍາລັງ​ດໍາ​ເນີນຢູ່​ໃນ ​Kosovo ຊຶ່ງ​ເປັນການ
​ເລືອກ​ຕັ້ງ​ທ້ອງ​ຖິ່ນ ທີ່​ອາດ​ຈະ​ແກ່ຍາວ​ໄປຈົນ​ກວ່າ​ຈະ​ມີ​ການຕັດ
​ສີນ​ໃຈ​ກ່ຽວ​ກັບ ຊະຕາ​ກໍາ​ຂອງ ​ປະ​ເທດເພື່ອນ​ບ້ານ Serbia ທີ່​
ຈະ​ໄດ້ເຂົ້າ​ເປັນ​ສະມາຊິກຂອງ ສະຫະພາບ​ຢູ​ໂຣບ ພ້ອມ​ທັງ​
ການເປັນ​ສະມາຊິກ​ດ້ວຍ ຕົນ​ເອງຂອງ Kosovoກາ​ນ​ເລື​ອກຕັ້ງ
​ບັນດາ​ເຈົ້າ​ເມືອງ ​ແລະ​ສະມາຊິກ​ສະພາ ຢູ່​ທົ່ວ​ເຂ​ດ Balkan
ຂອງ​ປະ​ເທດ ​ແມ່ນ​ຜົນ​ຂອງ​ການ​ຕົກລົງ​ກັນ ​ໂດຍ ສະຫະພາບ​
ຢູ​ໂຣບ ລະຫວ່າງ Serbia ​ແລະ​ອະດີດ​ດິນ​ແດນ​ຂອງ​ຕົນນັ້ນ.

Belgrade ​ໄດ້​ຊັກ​ຊວນ​ໃຫ້ ຊາວ Serbia ທີ່ຢູ່​ພາກ​ເໜືອ​ຂອງ Kosovo ​ເຂົ້າ​ຮ່ວມ​ການ​ເລືອກ​ຕັ້ງ ​ແຕ່​ວ່າ ຊາວ Serbia ຫົວ​ແຂງ​ກະດ້າງ ທີ່​ຕ້ານຄວາມ​ເປັນ​ເອກ​ກະລາດ​ຂອງ Kosovo ​ໄດ້​ຮຽກຮ້ອງ​ໃຫ້​ບັນດາ​ເພື່ອນ Serbia ດ້ວຍກັນ ຄັດຄ້ານການເລືອກ​ຕັ້ງດັ່ງກ່າວ.
XS
SM
MD
LG