ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ໜ່ວຍປ່ອນບັດໄດ້ໄຂຂຶ້ນ ສຳລັບການເລືອກຕັ້ງ ທີ່ສຳຄັນຂອງ ຝຣັ່ງ


ປະຊາຊົນຢືນລຽນແຖວ ເພື່ອລົງຄະແນນສຽງ ໃນລະຫວ່າງ
ການເລືອກຕັ້ງປະທານາທິບໍດີປີ 2017 ຮອບທີສອງ, ຢູ່ໜ່ວຍ
ປ່ອນບັດໃນເມືອງ Bron, ປະເທດ ຝຣັ່ງ, 7 ພຶດສະພາ, 2017.
ປະຊາຊົນຢືນລຽນແຖວ ເພື່ອລົງຄະແນນສຽງ ໃນລະຫວ່າງ ການເລືອກຕັ້ງປະທານາທິບໍດີປີ 2017 ຮອບທີສອງ, ຢູ່ໜ່ວຍ ປ່ອນບັດໃນເມືອງ Bron, ປະເທດ ຝຣັ່ງ, 7 ພຶດສະພາ, 2017.

ໜ່ວຍປ່ອນບັດແຫ່ງຕ່າງໆໃນປະເທດ ຝຣັ່ງ ໄດ້ໄຂຂຶ້ນແລ້ວ, ເຊິ່ງໄດ້ນຳໄປສູ່ຈຸດສູງສຸດ ຂອງການໂຄສະນາຫາສຽງເລືອກຕັ້ງປະທານາທິ ບໍດີ ຝຣັ່ງ ທີ່ປະຊາຊົນ ຝຣັ່ງ ຫຼາຍຄົນ
ເວົ້າວ່າ ແມ່ນການແຂ່ງຂັນທີ່ດຸເດືອດ ແລະ ໂຕ້ຖຽງກັນຫຼາຍທີ່ສຸດໃນປະຫວັດສາດຍຸກ
ໃໝ່ຂອງປະເທດ, ເປັນການເລືອກຕັ້ງທີ່ສາມາດຕັດສິນວ່າ ພວກເຂົາເຈົ້າຈະຢູ່ໃນເສັ້ນ
ທາງຂອງຍຸກໂລກາພິວັດ ຫຼືຈະ ຮັບເອົາເສັ້ນທາງໃໝ່ທີ່ແຍກທາງຈາກສະຫະພາບຢູ
ໂຣບ.

ໃນການແຂ່ງຂັນທີ່ຖືກຄວບຄຸມໂດຍບັນຫາຕ່າງໆ ກ່ຽວກັບ ວຽກງານ, ຄົນເຂົ້າເມືອງ
ແລະ ຄວາມປອດໄພ, ເປັນທາງເລືອກສຳລັບບັນດາຜູ້ລົງຄະແນນສຽງ ທີ່ຈະອອກມາ
ໃຊ້ສິດກັນໃນການແຂ່ງຂັນຮອບທີສອງ ແລະ ເປັນຮອບສຸດທ້າຍ ຢ່າງຫຼວງຫຼາຍ, ດ້ວຍ
ນັກການເມືອງທີ່ມີແນວທາງເປັນກາງ, ອະດີດລັດຖະມົນຕີເສດຖະກິດທີ່ສະໜັບສະໜູນ ສະຫະພາບ ຢູໂຣບ ຄືທ່ານ Emmanuel Macron ຊຶ່ງຈະປະເຊີນໜ້າກັບນັກຊາດນິ
ຍົມ, ຜູ້ສະໜັບສະໜູນຕໍ່ຕ້ານຄົນເຂົ້າເມືອງທ່ານນາງ Marine Le Pen.

ການສຳຫຼວດຄວາມຄິດເຫັນ ກ່ຽວກັບ ການເລືອກຕັ້ງໃນວັນອາທິດມື້ນີ້ ໄດ້ຊີ້ໃຫ້ເຫັນວ່າ
ທ່ານ Macron ມີຄະແນນນຳໜ້າທ່ານນາງ Le Pen 63 ເປີເຊັນ ຕໍ່ 37 ເປີເຊັນ.

ຜູ້ລົງແຂ່ງຂັນທັງສອງທ່ານ ໄດ້ຖືກຫຸ້ມລ້ອມ ໂດຍບັນດານັກຂ່າວ ໃນຂະນະທີ່ພວກເພິ່ນ
ປ່ອນບັດຄະແນນສຽງຂອງເພິ່ນໃນສະຖານທີ່ປ່ອນບັດຄົນລະບ່ອນ. ປະທານາທິບໍດີ ທີ່
ຈະພົ້ນຈາກຕຳແໜ່ງ ທ່ານ Francois Hollande ກໍໄດ້ໄປລົງຄະແນນສຽງໃນວັນອາ
ທິດມື້ນີ້ເຊັ່ນກັນ.

ໃນຂະນະທີ່ທ່ານ Macron ໄດ້ຮັບການສັບໜັບສະໜູນຢ່າງກວ້າງ ຂວາງທີ່ຈະຊະນະ
ການເລືອກຕັ້ງນັ້ນ, ມັນແມ່ນທ່ານນາງ Le Pen, ຜູ້ທີ່ຕ້ານຢັນ ສະຫະພາບ ຢູໂຣບ ຫຼື
EU ແລະ ການຜັກດັນເພື່ອຢຸດການຫຼັ່ງໄຫຼຂອງຜູ້ຍົກຍ້າຍຖິ່ນຖານຊາວ ມຸສລິມເຂົ້າໃນ
ຝຣັ່ງ ນັ້ນ ໄດ້ເປັນຜູ້ດຶງດູດເອົາຄວາມສົນໃຈເຂົ້າມາໃນການແຂ່ງຂັນຄັ້ງນີ້.

ທ່ານນາງ Le Pen ໄດ້ກ່າວຢູ່ໃນການຊຸມນຸມເມື່ອເດືອນເມສາທີ່ຜ່ານມາວ່າ “ພວກເຮົາ ໄດ້ຈົມຢູ່ໃນການຫຼັ່ງໄຫຼຂອງພວກຍົກຍ້າຍຖິ່ນຖານພວກນີ້. ມັນມີຄົນສູດມົນຢູ່ຕາມ
ຖະໜົນ, ມີຮ້ານອາຫານທີ່ຫ້າມແມ່ຍິງ ແລະ ພວກຜູ້ຍິງໜຸ່ມຖືກເບິ່ງດ້ວຍສາຍຕາທີ່
ຂົ່ມຂູ່ເອົາຊີວິດ ຖ້າພວກເຂົາເຈົ້ານຸ່ງກະໂປ່ງສັ້ນ. ຂ້າພະເຈົ້າຈະເວົ້າວ່າ ຖ້າຂ້າພະ
ເຈົ້າໄດ້ເປັນປະທານາທິບໍດີ ສິ່ງພວກນີ້ຈະບໍ່ແມ່ນທຳນຽມຂອງຄົນ ຝຣັ່ງ."
ທ່ານນາງໄດ້ຮຽກຮ້ອງໃຫ້ຂັບໄລ່ຜູ້ນັບຖືສາສະໜາອິສລາມອອກຈາກປະເທດ, ປິດວັດ
ອິສລາມ ທີ່ພະຂອງພວກເຂົາເຈົ້າສັ່ງສອນລັດທິຄວາມຮຸນແຮງ, ແຍກຕົວອອກຈາກເຂດ
ສະກຸນເງິນ ຢູໂຣ, ແລະ ລົງປະຊາມະຕິ ກ່ຽວກັບ ການເປັນສະມາຊິກສະຫະພາບຢູໂຣບ
ຂອງ ຝຣັ່ງ.

ເຫດຜົນຫຼັກຂອງທ່ານນາງ Le Pen ສຳລັບການຄັດຄ້ານ EU ແມ່ນຄ້າຍຄືກັບສິ່ງທີ່ຖືກ
ອ້າງອີງໂດຍ ອັງກິດ ຜູ້ສະເໜີ ກ່ຽວກັບ Brexit: ເຊິ່ງນະໂຍບາຍຂອງ EU ກ່ຽວກັບ ການ
ເຄື່ອນໄຫວຢ່າງເສລີນັ້ນໝາຍຄວາມວ່າມັນແມ່ນ EU ແລະ ບໍ່ແມ່ນແຕ່ລະປະເທດທີ່
ຄວບຄຸມເຂດຊາຍແດນນັ້ນ.

ທ່ານ Macron ໄດ້ມີທັດສະນະຄະຕິທີ່ແຕກຕ່າງກັນຢ່າງສິ້ນເຊີງ. ອະດີດນາຍທະນາ
ຄານຜູ້ນີ້ໄດ້ກ່າວຢ່າງຊໍ້າແລ້ວຊໍ້າອີກວ່າ ທ່ານເຊື່ອວ່າ ມັນບໍ່ມີການຫັນຫຼັງໃຫ້ຍຸກໂລກາ
ພິວັດ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

France Ready for Sunday’s Ballot Box ‘Revolution’
please wait

No media source currently available

0:00 0:02:33 0:00

XS
SM
MD
LG