ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ລິດຕູເອເນຍ ເລືອກຕັ້ງສະພາແຫ່ງຊາດ ຂັ້ນ ຊີ້ຂາດ


ລົດຍິງລູກສອນໄຟ Iskander ເຂົ້າຮ່ວມໃນການແຫ່ຂະບວນ ໄຊຊະນະ ສະເຫຼີມສະຫຼອງວັນຄົບຮອບ 70 ປີ ຂອງການຍາດໄດ້ໄຊຊະນະຈາກພວກ ນາຊີ ໃນຈະຕະລັດແດງ, ນະຄອນຫຼວງ ມົສກູ, ຣັດເຊຍ, 9 ພຶດສະພາ, 2015.
ລົດຍິງລູກສອນໄຟ Iskander ເຂົ້າຮ່ວມໃນການແຫ່ຂະບວນ ໄຊຊະນະ ສະເຫຼີມສະຫຼອງວັນຄົບຮອບ 70 ປີ ຂອງການຍາດໄດ້ໄຊຊະນະຈາກພວກ ນາຊີ ໃນຈະຕະລັດແດງ, ນະຄອນຫຼວງ ມົສກູ, ຣັດເຊຍ, 9 ພຶດສະພາ, 2015.

ປະຊາຊົນ Lithuania ກຳລັງເດີນທາງໄປສະຖານທີ່ເລືອກຕັ້ງ ສຳລັບການແຂ່ງຂັນຂັ້ນຊີ້ ຂາດ ໃນການເລືອກຕັ້ງສະພາແຫ່ງຊາດ ທີ່ອາດໃຫ້ໂອກາດແກ່ພັກຝ່າຍຄ້ານຄວບຄຸມລັດ ຖະບານ ຫຼັງຈາກການປົກຄອງປະເທດມມມາໄດ້ 4 ປີ ໂດຍພັນທະມິນຳໜ້າໂດຍພັກປະ ຊາທິປະໄຕສັງຄົມ.

ໃນຮອບທີສອງຂອງການແຂ່ງຂັນຂັ້ນຊີ້ຂາດ ສຳລັບບ່ອນນັ່ງ 68 ບ່ອນໃນ 141 ບ່ອນໃນ ສະພາແຫ່ງຊາດ.

ໃນຮອບທຳອິດເມື່ອສອງສັບປະດາທີຜ່່ານມາ, ພັກການເມືອງອະນຸລັກນິຍົມ Homeland Union ໄດ້ຮັບ 20 ບ່ອນນັ່ງ, ຕາມຫຼັງມາຕິດໆໂດຍພັກການເມືອງນິຍົມຄວາມເປັນກາງ ຊາວນາ Lithuania ແລະ ພັກສະຫະພາບ ສີຂຽວ ດ້ວຍ 19 ບ່ອນນັ່ງ, ເຮັດໃຫ້ພັກການ ເມືອງລັດຖະບານໃນປະຈຸບັນຕົກຢູ່ໃນອັນດັບທີ 3 ດ້ວຍ 13 ບ່ອນນັ່ງ. ບັນດາພັກການ ເມືອງທີ່ນ້ອຍກວ່າສອງສາມພັກກໍໄດ້ຊະນະບ່ອນນັ່ງບາງບ່ອນ.

ພັກຝ່າຍຄ້ານ Homeland Union ຂອງ Lithuania ຫວັງວ່າຈະໄດ້ປຽບຈາກຄວາມບໍ່ພໍ ໃຈຂອງບັນດາຜູ້ລົງຄະແນນສຽງ ກ່ຽວກັບ ຄ່າແຮງງານຕ່ຳ ແລະ ແຮງງານທີ່ຫຼັ່ງໄຫຼອອກ ຈາກປະເທດເຂດ ຢູໂຣ ທີ່ຕັ້ງຢູ່ໃນທະເລ ບາລຕິກ ຂອງພວກເຂົາເຈົ້າ.

ບັນດາຜູ້ຊ່ຽວຊານ ກ່າວວ່າ ລັດຖະບານໃນປະຈຸບັນໄດ້ລົ້ມແຫຼວທີ່ຈະຟື້ນຟູເສດຖະກິດ ຂອງປະເທດ ເຊິ່ງຍັງດີ້ນຮົນໃຫ້ຄົງຢູ່ໃນລະດັບດຽວກັນກັບປະເທດທີ່ຮັ່ງມີກວ່າໃນ ຢູໂຣບ.

ການເລືອກຕັ້ງເອົາບ່ອນນັ່ງທີ່ຍັງເຫຼືອຢູ່ 68 ບ່ອນໃນວັນອາທິດມື້ນີ້ ແມ່ນຄາດວ່າຈະເປັນ ການແຂ່ງຂັນທີ່ສູສີກັນ ເຊິ່ງການລາຍງານໄດ້ກ່າວວ່າ ບໍ່ມີພັກການເມືອງຝ່າຍໃດຈະຈົບ ລົງດ້ວຍການໄດ້ຮັບບ່ອນນັ່ງສ່ວນຫຼາຍໃນສະພາແຫ່ງຊາດ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

ລາຍການກະຈາຍສຽງຂອງວີໂອເອ ລາວ ຜ່ານໂທລະພາບ

ສົດ ລາຍການວິທະຍຸ-ໂທລະພາບຂອງວີໂອເອລາວ ວັນທີ 18 ເມສາ 2024

XS
SM
MD
LG