ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ທ່ານ ໂລເປສ ໂອບຣາດໍ ໄດ້ຊະນະ ການເລືອກຕັ້ງ ປະທານາທິບໍດີ ເມັກຊິໂກ


ຜູ້ລົງແຂ່ງຂັນເອົາຄຳແໜ່ງປະທານາທິບໍດີ ທ່ານ ແອນເດຣັສ ມານູແອລ ໂລເປສ ໂອບຣາດໍ, ຈາກພັກ ໂມເຣໂນ, ສະແດງ
ໃຫ້ເຫັນບັດຄະແນນສຽງຂອງທ່ານ ຕໍ່ສື່ມວນຊົນ ກ່ອນປ່ອນ
ມັນລົງໃນກ່ອງ ໃນລະຫວ່າງການເລືອກຕັ້ງທົ່ວໄປ ທີ່ນະຄອນ
ຫຼວງ ເມັກຊິໂກ ຊິຕີ້. 1 ກໍລະກົດ, 2018.
ຜູ້ລົງແຂ່ງຂັນເອົາຄຳແໜ່ງປະທານາທິບໍດີ ທ່ານ ແອນເດຣັສ ມານູແອລ ໂລເປສ ໂອບຣາດໍ, ຈາກພັກ ໂມເຣໂນ, ສະແດງ ໃຫ້ເຫັນບັດຄະແນນສຽງຂອງທ່ານ ຕໍ່ສື່ມວນຊົນ ກ່ອນປ່ອນ ມັນລົງໃນກ່ອງ ໃນລະຫວ່າງການເລືອກຕັ້ງທົ່ວໄປ ທີ່ນະຄອນ ຫຼວງ ເມັກຊິໂກ ຊິຕີ້. 1 ກໍລະກົດ, 2018.

ທ່ານ ແອນເດຣັສ ມານູແອລ ໂລເປສ ໂອບຣາດໍ ອາຍຸ 64 ປີ, ຜູ້ທີ່ນິຍົມຝ່າຍຊ້າຍ ຫຼື
ສັງຄົມນິຍົມ, ເຊິ່ງໄດ້ເລີ້ມຫຼິ້ນການເມືອງໃນປະເທດ ເມັກຊິໂກມາ ຫຼາຍທົດສະວັດ ໃນ
ຖານະຜູ້ສະໜັບສະໜູນສິດທິຄົນພື້ນເມືອງນັ້ນ, ໄດ້ຊະນະການເລືອກຕັ້ງປະທານາທິ
ບໍດີຂອງປະເທດ.

ທ່ານໄດ້ກ່າວໃນວັນອາທິດວານນີ້ວ່າ ການລົບລ້າງການສໍ້ລາດບັງຫຼວງ ແລະ ຄວາມ
ບໍ່ຂາວສະອາດ ຈະເປັນພາລະກິດຕົ້ນຕໍໃນລັດຖະບານຂອງທ່ານ.

ຈຸດເພັ່ງເລັງ ທີ່ສຳຄັນອີກອັນນຶ່ງຂອງລັດຖະບານຂອງທ່ານຢ່າງບໍ່ຕ້ອງສົງໄສນັ້ນ ກໍ
ຈະແມ່ນການຮັບມື ກັບລັດຖະບານ ສະຫະລັດ ແລະ ປະທານາທິບໍດີ ດໍໂນລ ທຣຳ,
ເຊິ່ງການໂຄສະນາຫາສຽງປະທານາທິ ບໍດີຂອງເພິ່ນເອງນັ້ນ ໄດ້ລວມມີຄຳເວົ້າທີ່ສັນ
ຍາວ່າ ຈະໃຫ້ ເມັກຊິໂກ ຈ່າຍຄ່າສ້າງກຳແພງເຂດຊາຍແດນ. ທ່ານ ທຣຳ ຍັງໄດ້ເວົ້າ
ໃຫ້ຄົນເມັກຊິໂກ ບາງຄົນ ທີ່ໄດ້ເດີນທາງຂ້າມເຂດຊາຍແດນ ເພື່ອມາອາໄສຢູ່ໃນ
ສະຫະລັດ ວ່າເປັນອາຊະຍາກອນ ແລະ ນັກຂົ່ມຂືນຊຳເລົາດ້ວຍ.

ຄວາມເຄັ່ງຕຶງ ລະຫວ່າງ ສະຫະລັດ ກັບ ເມັກຊິໂກ ໄດ້ປະກາດອອກມາອີກຄັ້ງນຶ່ງເມື່ອ
ບໍ່ດົນມານີ້ ຍ້ອນນະໂຍບາຍບໍ່ມີການຜ່ອນຜັນຂອງລັດຖະບານທ່ານ ທຣຳ, ເຊິ່ງລວມ
ມີການແຍກເດັກນ້ອຍອອກຈາກພໍ່ແມ່ຂອງເຂົາເຈົ້າ, ຫຼາຍຄົນໃນນັ້ນ ແມ່ນຄົນ ເມັກຊິ
ໂກ, ຢູ່ເຂດຊາຍແດນລະຫວ່າງ ສະຫະລັດ ກັບ ເມັກຊິໂກ. ນະໂຍບາຍດັ່ງກ່າວໄດ້ຖືກ
ຕ່າວປີ້ນແລ້ວ ຫຼັງຈາກໄດ້ມີການກ່າວປະນາມຢ່າງກວ້າງຂວາງ ກ່ຽວກັບ ການກະທຳ
ນັ້ນ.

ແນວໃດກໍຕາມ, ທ່ານ ທຣຳ ກໍໄດ້ສະແດງຄວາມຍິນດີກັບທ່ານ ໂລເປສ ກ່ຽວກັບ
ການໄດ້ຖືກເລືອກເປັນປະທານາທິບໍດີຄົນຕໍ່ໄປຂອງ ເມັກຊິໂກ. ທ່ານໄດ້ເວົ້າວ່າ “ຂ້າ
ພະເຈົ້າຫວັງເປັນຢ່າງຍິ່ງ ທີ່ຈະໄດ້ເຮັດວຽກຮ່ວມກັບທ່ານ. ມັນຍັງມີວຽກອີກຕັ້ງຫຼາຍ
ທີ່ຈະຕ້ອງໄດ້ເຮັດໃຫ້ແລ້ວ ເຊິ່ງມັນຈະເປັນປະໂຫຍດໃຫ້ແກ່ ສະຫະລັດ ແລະ
ເມັກຊິໂກ.”

ນາຍົກລັດຖະມົນຕີ ການາດາ ທ່ານ ຈັສຕິນ ທຣູໂດ ເຊິ່ງແມ່ນຄູ່ຮ່ວມມືໃນອົງການ
NAFTA ກັບ ເມັກຊິໂກ ນັ້ນ ໄດ້ຍ້ອງຍໍຊົມເຊີຍໄຊຊະນະຂອງທ່ານ ໂລເປສ
ໂອບຣາດໍ ວ່າ “ເພື່ອນສະໜິດ” ເມັກຊິໂກ.

ການສຳຫຼວດຄວາມຄິດເຫັນຂອງອົງການ Parmetira ໄດ້ສະແດງໃຫ້ເຫັນວ່າ ທ່ານ
ໂລເປສ ໂອບຣາດໍ ໄດ້ຊະນະດ້ວຍຄະແນນສຽງລະຫວ່າງ 53-59 ເປີເຊັນ, ເປັນຄະ
ແນນທີ່ນຳໜ້າຄູ່ແຂ່ງຂັນສອງຄົນທີ່ສຳຄັນຍິ່ງ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG