ພັກການເມືອງທີ່ຍັງຂາດປະສົບການຂອງຝຣັ່ງ ທີ່ເປັນຂອງປະທານາທິບໍດີ ຄົນໃໝ່
ຜູ້ນິຍົມແນວທາງປານກາງ ທ່ານ Emmanuel Macron ມີກຳນົດວ່າຈະໄດ້ຮັບໄຊ
ຊະນະ ໃນການເລືອກຕັ້ງສະພາ ຢ່າງຖ້ວມລົ້ນ ອັນເປັນຜົນມາຈາກ ການປ່ອນບັດ
ໃນຮອບທຳອິດ ເມື່ອວັນອາທິດວານນີ້ ທີ່ໄດ້ສະແດງໃຫ້ເຫັນວ່າ ພັກດັ່ງກ່າວ ໄດ້ຮັບຄະແນນສຽງ 28 ເປີເຊັນ.
ຜົນອັນນັ້ນ ເຮັດໃຫ້ ພັກ La Republique en Marche ແລະ ພັກ MoDem ທີ່ເປັນ
ພັນທະມິດຂອງຕົນ ໄດ້ຮັບ 4 ເປີເຊັນຂອງຄະແນນສຽງ ຊຶ່ງເຮັດໃຫ້ທັງສອງພັກ ເກືອບ
ຈະໄດ້ຮັບສຽງສ່ວນຫຼາຍ ຢ່າງລົ້ນເຫຼືອ ໃນສະພາແຫ່ງຊາດ ໂດຍຈະມີຫຼາຍກວ່າ 400
ບ່ອນນັ່ງ ໃນຈຳນວນທັງໝົດ 577 ບ່ອນນັ່ງໃນສະພາຕ່ຳ ຖ້າວ່າ ຄວາມສຳເລັດຂອງ
ພວກເຂົາເຈົ້າຈະສືບຕໍ່ໄປ ໃນການລົງຄະແນນສຽງຮອບສຸດທ້າຍ ໃນສັບປະດາໜ້າ.
ເຖິງຢ່າງໃດກໍຕາມ ການອອກມາລົງຄະແນນສຽງ ແມ່ນຕ່ຳທີ່ສຸດເປັນປະຫວັດການ
ໃນວັນອາທິດວານນີ້ ໃນຂະນະທີ່ການປະເມີນຜົນ ໄດ້ສະແດງໃຫ້ເຫັນວ່າ 52 ເປີເຊັນ
ຂອງພົນລະເມືອງ ບໍ່ໄດ້ອອກມາລົງຄະແນນສຽງ. ອັນນັ້ນ ແມ່ນເປັນຍ້ອນ ການອ່ອນ
ເພຍຂອງຜູ້ປ່ອນບັດ ຫຼັງຈາກການໂຄສະນາຫາສຽງ ເພື່ອເປັນປະທານາທິບໍດີ ອັນຍືດ
ເຍື້ອຍາວນານ ແລະ ເຮັດໃຫ້ເກີດການແຕກແຍກ ທີ່ໄດ້ເຫັນວ່າ ມີການເລືອກເອົາ
ທ່ານ Macron ເມື່ອເດືອນແລ້ວນີ້.
ຜົນການ ເລືອກຕັ້ງ ແມ່ນໄດ້ຖືກມອງເຫັນວ່າ ເປັນການຮັບຮອງເອົາປະທານາທິບໍດີ
Macron ຢ່າງຫຼວງຫຼາຍ. ຫຼາຍໆຄົນ ຜູ້ທີ່ໄດ້ລົງຄະແນນສຽງໃຫ້ແກ່ທ່ານ ໃນການ
ເລືອກຕັ້ງປະທານາທິບໍດີ ໂດຍສະເພາະ ພວກຜູ້ມີສິດປ່ອນບັດ ກຸ່ມນິຍົມຝ່າຍຊ້າຍ
ໄດ້ກ່າວວ່າ ພວກເຂົາເຈົ້າ ໄດ້ເຮັດເຊັ່ນນັ້ນ ກໍພຽງແຕ່ຢາກຈະເອົາທ່ານນາງ Marine
Le Pen ອອກເທົ່ານັ້ນ. ໃນເວລານັ້ນ ພວກເຂົາຫຼາຍຄົນ ແລະ ຈຳພວກທີ່ໄດ້ງົດ
ອອກສຽງ ໄດ້ສັນຍາວ່າ ຈະປ່ອນບັດຕໍ່ຕ້ານປະທານາທິບໍດີ ຄົນໃໝ່ ໃນການເລືອກ
ຕັ້ງສະພາ. ເຖິງຢ່າງໃດກໍຕາມ ມັນເປັນທີ່ຈະແຈ້ງແລ້ວ ວ່າ ສ່ວນໃຫຍ່ຂອງຈຳນວນ
ໃນກຸ່ມພວກເຂົາເຈົ້ານັ້ນ ໄດ້ປ່ຽນໃຈ.
ໃນ 28 ວັນ ນັບຕັ້ງແຕ່ ການສາບານໂຕເຂົ້າຮັບຕຳແໜ່ງ ຜ່ານມາ ທ່ານ Macron
ໄດ້ມີບົດບາດທີ່ເປັນຂີດໝາຍໃນເວທີສາກົນ ເຊັ່ນວ່າ: ການຫລິ້ນເກມຈັບມືກັບ
ປະທານາທິບໍດີ ດໍໂນລ ທຣຳ ດ້ວຍການລິ້ນເກມການຈັບມືຂອງທ່ານເອງ ແລະ
ເອົາຊະນະ ການຕຳນິປະທານາທິບໍດີ ຣັດເຊຍ ທ່ານ Vladimir Putin ໃນຂະນະ
ທີ່ ຢືນຢູ່ຄຽງຂ້າງທ່ານຢູ່ນັ້ນ ແລະ ເຂົ້າຮ່ວມໃນການນຳຂໍ້ສະເໜີໃໝ່ໆ ຫຼັງຈາກທີ່
ສະຫະລັດ ໄດ້ປະກາດການຕ່າວຄືນ ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ.