ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຝຣັ່ງ ລົງຄະແນນສຽງ ເລືອກຕັ້ງສະພາ ແຫ່ງຊາດໃໝ່


ປະທານາທິບໍດີ ຝຣັ່ງ ທ່ານ Emmanuel Macron ພ້ອມດ້ວຍພັນລະຍາທ່ານນາງ Brigitte Trogneux (ກາງ) ເດີນທາງອອກຈາກບ້ານຂອງພວກເພິ່ນດ້ວຍການຖີບລົດຖີບ
ຢູ່ໃນເມືອງ Le Touquet, ປະເທດ ຝຣັ່ງ ໃນມື້ໜຶ່ງກ່ອນການເລືອງຕັ້ງສະພາແຫ່ງຊາດຮອບທຳອິດ. 10 ມິຖຸນາ, 2017.
ປະທານາທິບໍດີ ຝຣັ່ງ ທ່ານ Emmanuel Macron ພ້ອມດ້ວຍພັນລະຍາທ່ານນາງ Brigitte Trogneux (ກາງ) ເດີນທາງອອກຈາກບ້ານຂອງພວກເພິ່ນດ້ວຍການຖີບລົດຖີບ ຢູ່ໃນເມືອງ Le Touquet, ປະເທດ ຝຣັ່ງ ໃນມື້ໜຶ່ງກ່ອນການເລືອງຕັ້ງສະພາແຫ່ງຊາດຮອບທຳອິດ. 10 ມິຖຸນາ, 2017.

ປະທານາທິບໍດີ ຝຣັ່ງ ທ່ານ Emmanuel Macron ໄດ້ພະຍາຍາມທີ່ຈະຍາດເອົາຄະ
ແນນສຽງສ່ວນຫຼາຍໃນສະພາແຫ່ງຊາດ ສຳລັບພັກການເມືອງໃໝ່ຂອງທ່ານ ໃນຂະນະ
ທີ່ການເລືອກຕັ້ງສະພາແຫ່ງຊາດຮອບທຳອິດໄດ້ເລີ່ມຂຶ້ນໃນວັນອາທິດມື້ນີ້.

ການຢັ່ງຫາງສຽງກ່ອນການເລືອກຕັ້ງ ໄດ້ລະບຸວ່າ ພັກ Republique en Marche ທີ່ມີ
ແນວທາງການເມືອງເປັນກາງຂອງທ່ານ Macron ອາດໄດ້ຮັບຄະແນນສຽງປະມານ 30
ເປີເຊັນ, ເຮັດໃຫ້ທ່ານຢູ່ໃນສະຖານະທີ່ດີທີ່ຈະໄດ້ຮັບຄະແນນສຽງສ່ວນຫຼາຍຢ່າງແນ່
ນອນ ໃນການລົງຄະແນນສຽງຮອບທີສອງໃນສັບປະດາໜ້າ.

ພັກຂອງທ່ານ Macron ໄດ້ຖືກກໍ່ຕັ້ງຂຶ້ນໃນເດືອນເມສາ 2016 ໃນເວລາທີ່ທ່ານໄດ້ເລີ່ມ
ລົງສະໝັກຮັບເລືອກຕັ້ງ ສຳລັບຕຳແໜ່ງປະທານາທິບໍດີ, ເປັນຕຳແໜ່ງທີ່ທ່ານໄດ້ຊະນະ ໃນເດືອນທີ່ຜ່ານມາ. ການຄວບຄຸມສະພາແຫ່ງຊາດຂອງ ຝຣັ່ງ ຈະເຮັດໃຫ້ທ່ານສາມາດ
ອະນຸມັດໃຫ້ມີການປະຕິຮູບທີ່ສຳຄັນ ທີ່ທ່ານໄດ້ສັນຍາໄວ້ ໃນການໂຄສະນາຫາສຽງ
ຂອງທ່ານ.

ຝຣັ່ງ ຍັງຄົງຢູ່ໃນພາວະສຸກເສີນ ຫຼັງຈາກການໂຈມຕີກໍ່ການຮ້າຍຫຼາຍຄັ້ງໃນສອງປີທີ່
ຜ່ານມາ. ຕຳຫຼວດຫຼາຍສິບພັນຄົນ ຈະຖືກສົ່ງອອກລາດຕະເວນ ໃນຂະນະທີ່ບັນດາ
ຜູ້ລົງຄະແນນສຽງ ມຸ່ງໜ້າໄປຍັງສະຖານທີ່ປ່ອນບັດ.

French President Emmanuel Macron looks to gain a majority in parliament for his new political party as the first round of parliamentary elections gets underway Sunday.

Pre-election polling indicates Macron's centrist Republic on the Move (Republique en Marche) party could take about 30 percent of the vote, putting it in good position to gain an absolute majority in the second round of voting next week.

Macron's party was founded in April 2016 as he began his run for president, a post he won a month ago.Control of France's National Assembly would allow him to pass the major reforms he promised in his campaign.

France remains under a state of emergency following several terror attacks in the past two years.Tens of thousands of police will be on patrol as voters head to the polls.

XS
SM
MD
LG