ຜູ້ລົງສະໝັກແຂ່ງຂັນຈາກພັກເດໂມແຄຣັດ ທ່ານ ຄອນເນີ ແລມ ປະກາດການໄດ້ຮັບ
ໄຊຊະນະຢ່າງບໍ່ຄາດຝັນ ໃນຕອນເຊົ້າວັນພຸດວານນີ້ ໃນການເລືອກຕັ້ງພິເສດທີ່ມີຄະ
ແນນສຽງໃກ້ຄຽງກັນ ເອົາບ່ອນນັ່ງໃນສະພາຕໍ່າ ຂອງສະຫະລັດ ທີ່ຫຼາຍໆຄົນເບິ່ງກັນ
ວ່າ ເປັນການລົງປະຊາມະຕິກ່ຽວກັບປະທານາທິບໍດີ ດໍໂນລ ທຣຳ ທີ່ສັງກັດພັກຣີພັບ
ບລີກັນ ເຖິງແມ່ນວ່າ ຜົນການນັບຄະແນນສຽງຂັ້ນສຸດທ້າຍ ຍັງບໍ່ທັນມີການຕັດສິນຊີ້ ຂາດເທື່ອກໍຕາມ.
ທ່ານແລມຊຶ່ງເປັນຜູ້ລົງສະໝັກແຂ່ງຂັນເທື່ອທຳອິດ ແມ່ນມີຄະແນນນຳໜ້າໜ້ອຍນຶ່ງ
ຕໍ່ຜູ້ສະໝັກຂອງພັກຣີພັບບລີກັນ ທ່ານຣິກ ສັກໂຄນ ເພື່ອເປັນຜູ້ຕາງໜ້າໃຫ້ແກ່ເຂດ
ເລືອກຕັ້ງທີ 18 ຂອງລັດເພັນຊິລເວເນຍ ຊຶ່ງເປັນເຂດທີ່ໝັ້ນອັນແຂງແກ່ນຂອງພັກຣີ
ພັບບລີກັນ ທີ່ປະທານາທິບໍດີທຣຳ ໄດ້ຮັບໄຊຊະນະດ້ວຍຄະແນນສຽງເກືອບ 20 ເປີ
ເຊັນໃນປີ 2016. ບ່ອນນັ່ງດັ່ງກ່າວແມ່ນຄວບຄຸມໂດຍພັກຣີພັບບລີກັນ ມາໄດ້ 15 ປີ
ແລ້ວ.
ແຕ່ການບໍ່ໄດ້ປະກາດຢ່າງເປັນທາງການ ກ່ຽວກັບຜົນຂອງການນັບຄະແນນສຽງ ກໍບໍ່
ໄດ້ຢຸດຢັ້ງທ່ານແລມ ກ່ຽວກັບການປະກາດໄຊຊະນະ ຕໍ່ພວກສະໜັບສະໜຸນ ທີ່ດີອົກ
ດີໃຈ. ທ່ານກ່າວວ່າ ພວກປ່ອນບັດ ໄດ້ແນະນຳໃຫ້ທ່ານ “ເຮັດວຽກຂອງເຈົ້າ” ທີ່ວໍຊິງ
ຕັນ ຊຶ່ງທ່ານໄດ້ກ່າວຕອບວ່າ “ຂ້າພະເຈົ້າຂໍຮັບເອົາ.”
ທ່ານແລມ ອະດີດໄອຍະການ ແລະນັກລົບເກົ່າທະຫານມາຣີນອາເມຣິກັນ ໃນເວລາ
ນີ້ຍັງມີຄະແນນນຳໜ້າ ທ່ານຊັກໂຄນຢູ່ 627 ສຽງ ອີງຕາມໂຕເລກການນັບຄະແນນ ສຽງຂອງລັດ. ມີຜູ້ໄປປ່ອນບັດທັງໝົດ 224,000 ຄົນ ໂດຍທີ່ທ່ານແລມໄດ້ຮັບ 113
ພັນ 813 ສຽງ ຫຼື 49.8 ເປີເຊັນເມື່ອປຽບໃສ່ທ່ານຊັກໂຄນທີ່ໄດ້ຮັບທັງໝົດ 113 ພັນ
186 ສຽງ ຫຼື 49.6 ເປີເຊັນ. ມີບັດທີ່ພວກໄປປ່ອນດ້ວຍຕົວເອງບໍ່ໄດ້ຈຳນວນນຶ່ງຈາກ ຕ່າງປະເທດ ຈະມີການນັບກັນ ໃນໄລຍະ ສອງສາມມື້ຂ້າງໜ້ານີ້ ດັ່ງນັ້ນຜົນການນັບ ຄະແນນສຽງຢ່າງເປັນທາງການ ຈຶ່ງຍັງຈະບໍ່ມີການປະກາດໃຫ້ຊາບເທື່ອ ຈົນເທົ່າອາ
ທິດໜ້າເປັນຢ່າງໄວ.
ໃນຂະນະທີ່ທ່ານແລມ ພ້ອມທັງສະມາຊິກພັກເດໂມແຄຣັດຄົນອື່ນໆ ແລະສື່ມວນຊົນ
ຈຳນວນນຶ່ງ ໄດ້ປະກາດໃຫ້ທ່ານແລມ ເປັນຜູ້ຊະນະ ແຕ່ທ່ານຊັກໂຄນ ແມ່ນຍັງບໍ່ທັນ
ຍອມຮັບວ່າ ຕົນເສຍໄຊເທື່ອ.
ການໄດ້ຮັບຄະແນນສຽງຢ່າງແຂງຂັນ ຂອງທ່ານແລມໃນການປ່ອນບັດ ແນ່ນອນຈະ
ສ້າງຄວາມເປັນຫ່ວງໃຫ້ແກ່ສະມາຊິກພັກຣີພັບບລີກັນ ຢູ່ທົ່ວປະເທດ ແລະເປັນແຮງ
ຂັບດັນ ໃຫ້ສະມາຊິກພັກເດໂມແຄຣັດ ທີ່ກະຕືລືລົ້ນ ໂດຍສະເພາະໃນເມື່ອວ່າ ການ
ເລືອກຕັ້ງກາງສະໄໝ ແມ່ນຍັງເຫຼືອເວລາຢູ່ອີກ 8 ເດືອນຂ້າງໜ້າ ເວລາການກຳສຽງ
ສ່ວນຫຼາຍຂອງພັກຣີພັບບລີກັນຢູ່ໃນສະພາຕ່ຳແລະສະພາສູງຕົກຢູ່ໃນຄວາມສ່ຽງນັ້ນ.