ຜູ້ລົງແຂ່ງຂັນຈາກພັກເດໂມແຄຣັດ ທ່ານ ຄອນເນີ ແລມ ໄດ້ປະກາດໄຊຊະນະ ໃນ
ຕອນເຊົ້າຂອງວັນພຸດມື້ນີ້ ໃນການເລືອກຕັ້ງພິເສດ ເອົາບ່ອນນັ່ງໃນສະພາຕໍ່າ ສະຫະ
ລັດ ເປັນຕົວແທນໃຫ້ແກ່ເຂດຊານເມືອງຂອງນະຄອນພິສເບີກ “Pittsburg” ລັດ
ເພັນຊິລເວເນຍ.
ບັນດາເຈົ້າໜ້າທີ່ເລືອກຕັ້ງຍັງບໍ່ໄດ້ເປີດເຜີຍຜົນນັບຄະແນນຂັ້ນສຸດທ້າຍ ຂອງການ
ລົງຄະແນນສຽງ ເມື່ອວັນອັງຄານວານນີ້ ແລະ ຈຳນວນຄະແນນ ລະຫວ່າງທ່ານ
ແລມ ກັບຜູ້ລົງແຂ່ງຂັນຈາກພັກຣີພັບບລິີກັນ ທ່ານ ຣິກ ສັກໂຄນ ແມ່ນໃກ້ຄຽງກັນ
ໂພດ ສຳລັບສື່ມວນຊົນ ທີ່ຈະສະເໜີຜູ້ຊະນະເລີດ.
ໃນຂະນະທີ່ເຂດຕ່າງໆ ກຳລັງນັບບັດຜູ້ທີ່ໄປລົງຄະແນນສຽງບໍ່ໄດ້ດ້ວຍຕົນເອງໃນເວ
ລາຂ້າມຄືນທີ່ຜ່ານມານັ້ນ, ທ່ານ ແລມ ໄດ້ມີຄະແນນນຳໜ້າປະມານ 500 ຄະແນນ
ສຽງ ຈາກບັດທີ່ປ່ອນທັງໝົດ ຫລາຍກວ່າ 227,000 ໃບ.
ທ່ານ ແລມ, ອາຍຸ 33 ປີເຊິ່ງແມ່ນອະດີດທະຫານນາວິກະໂຍທິນແລະ ອະດີດໄອຍະ
ການນັ້ນ, ໄດ້ອ້າງເອົາໄຊຊະນະໃນຄຳໄປໃສຕໍ່ພວກຜູ້ສະໜັບສະໜູນ, ເຊິ່ງທ່ານໄດ້
ບອກເຂົາເຈົ້າວ່າ, “ພວກເຮົາເຮັດສຳເລັດແລ້ວ.”
ທ່ານ ສັກໂຄນ, ອາຍຸ 60 ປີ ສະມາຊິກສະພາຕໍ່າລັດ, ໄດ້ກ່າວກ່ອນໜ້ານີ້ວ່າ ຄະນະ
ໂຄສະນາຫາສຽງຂອງທ່ານວ່າ ຈະເຮັດວຽກຕະຫຼອດຄືນ ແລະ ຈະບໍ່ຢຸດຕໍ່ສູ້.
ການແຂ່ງຂັນດັ່ງກ່າວໄດ້ດຶງດູດຄວາມສົນໃຈຈາກທົ່ວປະເທດໃນຄວາມ ເປັນໄປໄດ້ ທີ່
ອາດເປັນສັນຍານວ່າ ການເລືອກຕັ້ງກາງສະໄໝ ສຳລັບລັດຖະສະພາຈະດຳເນີນໄປ
ແນວໃດ ໃນເດືອນພະຈິກທ້າຍປີນີ້. ປະທາ ນາທິບໍດີ ດໍໂນລ ທຣຳ ໄດ້ຊະນະການ
ເລືອກຕັ້ງໃນລັດເພັນຊິລເວເນຍ ດ້ວຍຄະແນນປະມານ 20 ເປີເຊັນ ໃນປີ 2016.
ຜູ້ຊະນະເລີດຈະເຂົ້າຮັບຕຳແໜ່ງທີ່ຫວ່າງລົງ ຂອງສະມາຊິກສະພາຕໍ່າ ທິມ ເມີຟີ ທີ່ໄດ້
ລາອອກຈາກຕຳແໜ່ງໃນປີກາຍນີ້ ທ່າມກາງຂ່າວນອງນັນທາງເພດ.