ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ເຮິສໂບລາ ໄດ້ຮັບບ່ອນນັ່ງໃນສະພາ ເພີ່ມຂຶ້ນຕື່ມ ໃນການເລືອກຕັ້ງສະພາ ເລບານອນ


Lebanon Elections
please wait
Embed

No media source currently available

0:00 0:00:55 0:00

ບັນດາສື່ມວນຊົນ ເລບານອນ ທີ່ເວົ້າເຖິງຜົນເບື້ອງຕົ້ນ ຂອງການເລືອກຕັ້ງ ໄດ້ລາຍງານ
ໃນວັນຈັນມື້ນີ້ວ່າ ພວກເຮິສໂບລາ ທີ່ອີຣ່ານໜູນຫຼັງ ຈະໄດ້ຮັບໄຊຊະນະ ໃນການເລືອກ
ຕັ້ງ ສະພາແຫ່ງຊາດ ໂດຍທີ່ພັກການເມືອງ ຂອງນາຍົກລັດຖະມົນຕີ ຊະອາດ ຮາຣີຣີ
ຈະສູນເສຍບ່ອນນັ່ງໄປ.

ຄາດວ່າ ຜົນທາງການ ຈະອອກມາທີຫຼັງ ໃນວັນຈັນມື້ນນີ້ສຳລັບການເລືອກຕັ້ງແຫ່ງຊາດ
ຂອງປະເທດ ຄັ້ງທຳອິດ ໃນຮອບເກົ້າປີຜ່ານມາ. ຈຳນວນພວກທີ່ໄປປ່ອນບັດ ມີແຕ່
49.2 ເປີເຊັນຫຼຸດລົງຈາກ 54ເປີເຊັນ ໃນປີ 2009ອິງຕາມ ກະຊວງພາຍໃນ ຂອງ
ເລບານອນ ນັ້ນ.

ການເລືອກຕັ້ງສະພາ ໃນປີ 2009 ຄວນຈະມີອາຍຸຂອງສະໄໝ ສີ່ປີ. ແຕ່ແລ້ວ ສົງຄາມ
ກາງເມືອງ ທີ່ລະເບີດຂຶ້ນ ຢູ່ ຊີເຣຍ ປະເທດເພື່ອນບ້ານໄດ້ບັງຄັບໃຫ້ສະພາດັ່ງກ່າວ
ຕ້ອງໄດ້ຕໍ່ອາຍຸຂອງສະໄໝອອກໄປຕື່ມ ສອງເທື່ອ ຍ້ອນເຫດຜົນ ທາງດ້ານຄວາມ
ໝັ້ນຄົງຂອງຊາດ.

ເຈົ້າໜ້າທີ່ ການເລືອກຕັ້ງ ຂອງເລບານອນ ເທບັດເລືອກຕັ້ງອອກຈາກກ່ອງປ່ອນບັດ ຫລັງຈາກທີ່ ໜ່ວຍເລືອກຕັ້ງໄດ້ປິດລົງ ໃນລະຫວ່າງ ການເລືອກຕັ້ງສະມາຊິກສະພາ ຂອງເລບານອນ, ໃນນະຄອນຫຼວງເບຣຸດ ຂອງເລບານອນ, ວັນທີ 6 ພຶດສະພາ 2018.
ເຈົ້າໜ້າທີ່ ການເລືອກຕັ້ງ ຂອງເລບານອນ ເທບັດເລືອກຕັ້ງອອກຈາກກ່ອງປ່ອນບັດ ຫລັງຈາກທີ່ ໜ່ວຍເລືອກຕັ້ງໄດ້ປິດລົງ ໃນລະຫວ່າງ ການເລືອກຕັ້ງສະມາຊິກສະພາ ຂອງເລບານອນ, ໃນນະຄອນຫຼວງເບຣຸດ ຂອງເລບານອນ, ວັນທີ 6 ພຶດສະພາ 2018.

ໄດ້ມີແມ່ຍິງ 86 ຄົນ ລົງສະໝັກແຂ່ງຂັນເອົາບ່ອນນັ່ງ ໃນສະພາເລບານອນ ທີ່ມີ
ຈຳນວນທັງໝົດ 128 ບ່ອນນັ່ງຊຶ່ງແບ່ງອອກເທົ່າໆກັນລະຫວ່າງ ຊາວມຸສລິມ ກັບ
ຊາວຄຣິສຕຽນ.

ກ່ອນໜ້າການເລືອກຕັ້ງ ໄດ້ມີການຄາດຄະເນວ່າ ພວກເຮິສໂບລາກັບພັນທະມິດ
ຈະໄດ້ຮັບບ່ອນນັ່ງຕື່ມ ໃນຂະນະທີ່ທ່ານ ຮາຣີຣີ ຈະສູນເສຍບ່ອນນັ່ງຫຼາຍບ່ອນ.
ພວກສະໜັບສະໜູນທ່ານ ຮາຣີຣີ ສັງກັດກຸ່ມ

ຊຸນນີ ບາງຄົນມອງເຫັນວ່າ ທ່ານອ່ອນຂໍ້ໂພດ ກັບພວກເຮິສໂບລາ.

ທ່ານ ຊາອາດ ອາລ-ຮາຣີຣີ ນາຍົກລັດຖະມົນຕີ ເລບານອນ ແລະ ເປັນຜູ້ສະໝັກລົງແຂ່ງຂັນ ການເລືອກຕັ້ງ ສະມາຊິກແຫ່ງຊາດ ທັກທາຍ ພວກຜູ້ສະໜັບສະໜູນທ່ານ ໃນນະຄອນຫຼວງ ເບຣຸຕ ຂອງເລບານອນ, ວັນທີ 4 ພຶດສະພາ 2018.
ທ່ານ ຊາອາດ ອາລ-ຮາຣີຣີ ນາຍົກລັດຖະມົນຕີ ເລບານອນ ແລະ ເປັນຜູ້ສະໝັກລົງແຂ່ງຂັນ ການເລືອກຕັ້ງ ສະມາຊິກແຫ່ງຊາດ ທັກທາຍ ພວກຜູ້ສະໜັບສະໜູນທ່ານ ໃນນະຄອນຫຼວງ ເບຣຸຕ ຂອງເລບານອນ, ວັນທີ 4 ພຶດສະພາ 2018.

ນອກນັ້ນ ນັກທຸຣະກິດມະຫາເສດຖີເງິນພັນລ້ານທ່ານນີ້ ກໍຍັງປະເຊີນໜ້າ ກັບການ
ຕ້ອງຕິ ລຸນຫຼັງໄດ້ປົດຄົນງານອອກຈາກວຽກ ເປັນຈຳນວນຫຼວງຫຼາຍ ໃນບໍລິສັດຂອງ
ຜູ້ກ່ຽວ ຢູ່ເລບານອນແລະຊາອູດີອາເຣເບັຍ.

ເຖິງປານນັ້ນກໍຕາມ ກໍຍັງມີທ່າທາງວ່າ ທ່ານ ຮາຣີຣີ ຈະຖືກແຕ່ງຕັ້ງ ໃຫ້ເປັນຜູ້ປະກອບ
ຄະນະ ລັດຖະບານເອກະພາບຊຸດໃໝ່ ຂຶ້ນມາຢູ່. ຄາດກັນວ່າ ຝ່າຍກົງກັນຂ້າມ ຈະຈັດ
ຕັ້ງລັດຖະບານ ເອກະພາບຊຸດໃໝ່ ຂຶ້ນມາແທນຊຸດ ທີ່ມີຢູ່ແລ້ວ ຊຶ່ງລວມທັງ
ພວກເຮິສໂບລານັ້ນ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG