ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ພັກລັດຖະບານກໍາປູເຈຍ ອ້າງເອົາ ໄຊຊະນະ ໃນການເລືອກຕັ້ງ ໃນວັນອາທິດມື້ນີ້


ທ່ານ Heng Samrin, ປະທານສະພາແຫ່ງຊາດກໍາປູເຈຍ, ໄປໃຊ້ສິດປ່ອນບັດຂອງທ່ານ ຢູ່ Kampong Cham, ວັນທີ 28 ກໍລະກົດ 2013. (Heng Reaksmey/VOA Khmer)
ທ່ານ Heng Samrin, ປະທານສະພາແຫ່ງຊາດກໍາປູເຈຍ, ໄປໃຊ້ສິດປ່ອນບັດຂອງທ່ານ ຢູ່ Kampong Cham, ວັນທີ 28 ກໍລະກົດ 2013. (Heng Reaksmey/VOA Khmer)
ລັດຖະບານກໍາປູເຈຍໄດ້ອ້າງເອົາໄຊຊະນະ ໃນການເລືອກຕັ້ງ
ແຫ່ງຊາດ ໃນວັນອາທິດມື້ນີ້ ອັນເປັນຮ່ອງຮອຍຊີ້ບອກວ່າ ນາຍົກ
ລັດຖະມົນຕີ Hun Sen ທີ່ຄອງອໍານາດມາເປັນເວລາ 28 ປີນັ້ນ ຈະໄດ້ຄອງອໍານາດສືບຕໍ່ໄປ ເຖິງແມ່ນໄດ້ມີການທ້າທາຍຢ່າງ
ແຂງແຮງ ຈາກຝ່າຍຄ້ານທີ່ໄດ້ຮັບກໍາລັງວັງຊາຄືນມາໃໝ່ກໍຕາມ.

ທ່ານ Khieu Kanharith ໂຄສົກລັດຖະບານທ່ານນຶ່ງກ່າວວ່າ
ພັກປະຊາຊົນກໍາປູເຈຍ ຫຼື Cambodian People's Party
(CPP) ຂອງລັດຖະບານທ່ານຮຸນ ເຊນ ໄດ້ຮັບ 68 ບ່ອນນັ່ງ
ຢູ່ໃນສະພາແຫ່ງຊາດ ທີ່ມີ 123 ບ່ອນນັ່ງນັ້ນ ຊຶ່ງແມ່ນຫຼຸດລົງ
ຢ່າງຫຼວງຫຼາຍຈາກຈໍານວນສຽງຂ້າງຫຼາຍ 90 ບ່ອນນັ່ງທີ່ເຄີຍ
ມີນັ້ນ.

ໂຄສົກ Khieu Kanharith ກ່າວອີກວ່າ ພັກຝ່າຍຄ້ານໃຫຍ່ ຄືພັກກູ້ຊາດກໍ່ປູເຈຍ ຫຼື Cambodian National Rescue Party (CNRP) ໄດ້ຮັບບ່ອນນັ່ງທີ່ຍັງເຫຼືອ 55 ບ່ອນ ຊຶ່ງເປັນຈໍານວນທີ່ເພີ້ມຂຶ້ນເກືອບສອງເທົ່າໂຕ ຈາກ 29 ບ່ອນ ທີ່ມີຢູ່ໃນສະພາຊຸດກ່ອນ.

ຍັງບໍ່ທັນມີການຢືນຢັນໃນທັນທີນີ້ເທື່ອ ຈາກຄະນະກໍາມະການເລືອກຕັ້ງແຫ່ງຊາດ ທີ່ເລີ້ມ
ເປີດເຜີຍຈໍານວນບັດຄະແນນສຽງ ທີ່ນັບແລ້ວໆຈາກແຕ່ລະເມືອງ ໃນຕອນແລງວັນອາທິດ
ມື້ນີ້. ຄາດກັນວ່າ ຜົນການເລືອກຕັ້ງຂັ້ນສຸດທ້າຍ ແມ່ນຈະບໍ່ຮູ້ກັນ ຈົນກ່ວາອີກຫຼາຍອາທິດ.

ພະນັກງານເລືອກຕັ້ງ ກວດເບິ່ງລາຍຊື່ຂອງພວກມີສິດປ່ອນບັດ ຢູ່ໜ່ວຍປ່ອນບັດແຫ່ງນຶ່ງ ໃນເມືອງ Kampong Cham, ທາງພາກ ຕາເວັນອອກສຽງເໜືອຂອງນະຄອນຫລວງ Phnom Penh, ວັນທີ 28 ກໍລະກົດ 2013. (Heng Reaksmey/VOA Khmer)
ພະນັກງານເລືອກຕັ້ງ ກວດເບິ່ງລາຍຊື່ຂອງພວກມີສິດປ່ອນບັດ ຢູ່ໜ່ວຍປ່ອນບັດແຫ່ງນຶ່ງ ໃນເມືອງ Kampong Cham, ທາງພາກ ຕາເວັນອອກສຽງເໜືອຂອງນະຄອນຫລວງ Phnom Penh, ວັນທີ 28 ກໍລະກົດ 2013. (Heng Reaksmey/VOA Khmer)

ຍັງບໍ່ທັນມີການຢືນຢັນໃນທັນທີນີ້ເທື່ອ ຈາກຄະນະກໍາມະ
ການເລືອກຕັ້ງແຫ່ງຊາດ ທີ່ເລີ້ມເປີດເຜີຍຈໍານວນບັດຄະ
ແນນສຽງ ທີ່ນັບແລ້ວໆຈາກແຕ່ລະເມືອງ ໃນຕອນແລງວັນ
ອາທິດມື້ນີ້. ຄາດກັນວ່າ ຜົນການເລືອກຕັ້ງຂັ້ນສຸດທ້າຍ ແມ່ນ
ຈະບໍ່ຮູ້ກັນ ຈົນກ່ວາອີກຫຼາຍອາທິດ.

ຜູ້ສັງເກດການອິດສະຫຼະຄົນນຶ່ງບອກວີໂອເອວ່າ ມັນເປັນການ
ເລືອກຕັ້ງທີ່ມີຄວາມຍຸຕິທໍານ້ອຍທີ່ສຸດ ໃນບັນດາການເລືອກຕັ້ງ
ຫຼາຍໆຄັ້ງ ທີ່ກໍາປູເຈຍເຄີຍໄດ້ຈັດຂຶ້ນ ໃນຫຼາຍໆປີ ຜ່ານມານີ້.

ໃນການໂອ້ລົມກັບວີໂອເອທາງໂທລະສັບ ຈາກນະຄອນຫຼວງ
ພະນົມເປັນນັ້ນ ທ່ານ Koul Panha ຜູ້ອໍານວຍການຄະນະກໍາມະການເພື່ອການເລືອກ
ຕັ້ງທີ່ເສລີ ແລະຍຸຕິ ທໍາໃນກໍາປູເຈຍ ອ້າງເຖິງຫຼາຍໆບັນຫາ ອັນມີໂຮມທັງ ພວກທີ່ມາ
ປ່ອນບັດທີ່ບໍ່ມີຊື່ຢູ່ໃນ ບັນຊີ, ພັກລັດຖະບານຄອບງໍາການລາຍງານຂ່າວຂອງສື່ທັງໝົດ ແລະໃຊ່ຊັບພະຍາ ກອນຂອງລັດເພື່ອໂຄສະນາສົ່ງເສີມຕົນເອງ, ພວກພະນັກງານຮັກ
ສາຄວາມປອດໄພດໍາເນີນກິດຈະກໍາທີ່ສະໜັບສະໜຸນລັດຖະບານ ແລະຜູ້ນໍາພັກຝ່າຍ
ຄ້ານໃຫຍ່ ຖືກຫ້າມບໍ່ໃຫ້ເຂົ້າແຂ່ງຂັນ ເປັນຕົ້ນ.

ຜູ້ປ່ອນບັດຄົນນຶ່ງຍົກນິ້ວມື ທີ່ຈຸ່ມນໍ້າໝຶກໃຫ້ເບິ່ງ ຫຼັງຈາກປ່ອນບັດແລ້ວ, ວັນທີ 28 ກໍລະກົດ2013. (VOA / Heng Reaksmey)
ຜູ້ປ່ອນບັດຄົນນຶ່ງຍົກນິ້ວມື ທີ່ຈຸ່ມນໍ້າໝຶກໃຫ້ເບິ່ງ ຫຼັງຈາກປ່ອນບັດແລ້ວ, ວັນທີ 28 ກໍລະກົດ2013. (VOA / Heng Reaksmey)

ການເລືອກຕັ້ງໃນວັນອາທິດມື້ນີ້ ແມ່ນເປັນຄັ້ງທີ 5 ຂອງ
ກໍາປູເຈຍ ນັບແຕ່ປີ 1993 ມາ ເວລາສະຫະປະຊາຊາດ ຊ່ວຍກໍາປູເຈຍຈັດການເລືອກຕັ້ງແບບປະຊາທິປະໄຕ
ທີ່ມີຫຼາຍພັກເຂົ້າຮ່ວມ ເທື່ອທໍາອິດຂອງປະເທດ.
XS
SM
MD
LG